ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດຜູ້ນຳ ຜະເດັດການ ຂອງເປຣູ ໄດ້ຮັບ ອະໄພໂທດ ຍ້ອນອາການເຈັບປ່ວຍ ຫຼັງຈາກ ຕິດຄຸກມາ ໄດ້ຫຼາຍປີ


ພວກສະໜັບສະໜູນ ອະດີດ ປະທານາທິບໍດີ ເປຣູ ທ່ານ ອາຣເບີໂຕ ຟູຈິໂມຣິ ພາກັນສະເຫຼີມສະຫຼອງການໃຫ້ອະໄພ
ໂທດ ຍ້ອນອາການດ້ານສຂະພາບ ຢູ່ດ້ານນອກ ຂອງສຸຂ
ສາລາ ບ່ອນທີ່ຜູ້ນຳດັ່ງກ່າວຖືກສົ່ງໃຫ້ໄປເຂົ້າຮັບການປິ່ນປົວ ໃນມື້ກ່ອນນີ້ ຫຼັງຈາກທີ່ຄວາມດັນຂອງເລືອດ ໄດ້ຫລຸດລົງ ຢູ່ໃນນະຄອນຫຼວງລີມາ ຂອງເປຣູ ເມື່ອວັນອາທິດ ທີ 24 ທັນວາ 2017.
ພວກສະໜັບສະໜູນ ອະດີດ ປະທານາທິບໍດີ ເປຣູ ທ່ານ ອາຣເບີໂຕ ຟູຈິໂມຣິ ພາກັນສະເຫຼີມສະຫຼອງການໃຫ້ອະໄພ ໂທດ ຍ້ອນອາການດ້ານສຂະພາບ ຢູ່ດ້ານນອກ ຂອງສຸຂ ສາລາ ບ່ອນທີ່ຜູ້ນຳດັ່ງກ່າວຖືກສົ່ງໃຫ້ໄປເຂົ້າຮັບການປິ່ນປົວ ໃນມື້ກ່ອນນີ້ ຫຼັງຈາກທີ່ຄວາມດັນຂອງເລືອດ ໄດ້ຫລຸດລົງ ຢູ່ໃນນະຄອນຫຼວງລີມາ ຂອງເປຣູ ເມື່ອວັນອາທິດ ທີ 24 ທັນວາ 2017.

ປະທານາທິບໍດີ ເປຣູ ໄດ້ໃຫ້ອະໄພໂທດໃນດ້ານການແພດ ແກ່ອະດີດ ຜູ້ນຳ
ຜະເດັດການ ທ່ານ ອາລເບີໂຕ ຟູຈິໂມຣິ ຜູ້ທີ່ໄດ້ຖືກລົງໂທດຈຳຄຸກ ຖານ
ລະເມີດ ສິດທິມະນຸດ ແລະ ສໍ້ລາດບັງຫຼວງ ຊຶ່ງຜູ້ກ່ຽວໄດ້ຮັບໃຊ້ໂທດມາໄດ້
25 ປີແລ້ວ.

ຖະແຫລງການສະບັບນຶ່ງ ຈາກສຳນັກງານຂອງ ປະທານາທິບໍດີ ທ່ານ
ເປໂດຣ ພາໂບຣ ກູຊິນສກີ (Pedro Pablo Kuczynski) ທີ່ອອກໃນຕອນ
ແລງ ວັນອາທິດວານນີ້ ໄດ້ກ່າວວ່າ ການອະໄພໂທດ ແມ່ນຍ້ອນ “ສາເຫດ
ດ້ານມະນຸດສະທຳ”
ອີງຕາມການທົບທວນຄືນ ດ້ານການແພດ ທີ່ໄດ້ພົບ
ເຫັນວ່າ ທ່ານ ຟູຈິໂມຣິ ໄດ້ເຈັບປ່ວຍ ຍ້ອນ “ພະຍາດທີ່ຂະຫຍາຍອອກໄປ
ເຮັດໃຫ້ສຸຂະພາບເຊື່ອມໂຊມລົງ ແລະ ບໍ່ສາດມາດປິ່ນປົວໄດ້.”
ທ່ານ
ຟູຈິໂມຣິ ໄດ້ຫາທາງຂໍອະໄພໂທດ ມາໄດ້ຫຼາຍປີແລ້ວ ຍ້ອນການເຈັບປ່ວຍ
ນີ້.

ທ່ານນາງ ເຄອິໂກະ ຊາຈິ ລູກສາວ ແລະ ທ່ານ ຮີໂຣ ຟູຈິໂມຣິ ລູກຊາຍ ຂອງອະດີດ ປະທານາທິບໍດີ ອາຣເບີໂຕ ຟູຈິໂມຣິ ເດີນທາງໄປຢ້ຽມຢາມພໍ່ ຫຼັງຈາກ ປະທານາທິບໍດີ ຂອງເປຣູ ທ່ານ ເປໂທຣ ພາໂບລ ກູຊິນສກີ ໃຫ້ອະໄພໂທດ ແກ່ທ່ານຟູຈິໂມຣິ ຢູ່ທີ່ໂຮງໝໍ ເຊັ່ນເທນນາຣີໂອ ໃນນະຄອນຫຼວງ ລີມາ ຂອງເປຣູ, ວັນທີ 24 ທັນວາ 2017.
ທ່ານນາງ ເຄອິໂກະ ຊາຈິ ລູກສາວ ແລະ ທ່ານ ຮີໂຣ ຟູຈິໂມຣິ ລູກຊາຍ ຂອງອະດີດ ປະທານາທິບໍດີ ອາຣເບີໂຕ ຟູຈິໂມຣິ ເດີນທາງໄປຢ້ຽມຢາມພໍ່ ຫຼັງຈາກ ປະທານາທິບໍດີ ຂອງເປຣູ ທ່ານ ເປໂທຣ ພາໂບລ ກູຊິນສກີ ໃຫ້ອະໄພໂທດ ແກ່ທ່ານຟູຈິໂມຣິ ຢູ່ທີ່ໂຮງໝໍ ເຊັ່ນເທນນາຣີໂອ ໃນນະຄອນຫຼວງ ລີມາ ຂອງເປຣູ, ວັນທີ 24 ທັນວາ 2017.

ແຕ່ພວກວິພາກວິຈາກ ຂອງທ່ານ ຟູຈິໂມຣີ ໄດ້ສັນນິຖານວ່າ ການໃຫ້
ອະໄພໂທດ ຂອງປະທານາທິບໍດີ ນັ້ນ ແມ່ນເປັນສ່ວນນຶ່ງ ຂອງການຕົກ
ລົງ ເຊິ່ງພາຍໃຕ້ການຕົກລົງນີ້ ພວກສະມາຊິກຝ່າຍຄ້ານ ບາງສ່ວນ ໄດ້
ຕົກລົງວ່າ ຈະບໍ່ສະໜັບສະໜູນ ການຟ້ອງຮ້ອງຕໍ່ທ່ານ ກູຊິນສກີ ເມື່ອ
ສັບປະດາ ແລ້ວນີ້.

ບັນດາສະມາຊິກຝ່າຍຄ້ານ ໄດ້ລິເລີມການພະຍາຍາມ ທີ່ຈະໂຄ່ນລົ້ມ
ທ່ານ ກູຊິນສກີ ໃນເລື່ອງ ການມີສ່ວນກ່ຽວຂ້ອງໃນດ້ານທຸລະກິດ ກັັບ
ບໍລິສັດ ກໍ່ສ້າງຂອງບຣາຊີລ ຊື່ວ່າ ໂອເດີເບຣັຈຕ໌ Odebrecht ເຊິ່ງເປັນ
ຈຸດສູນກາງ ຂອງເລື່ອງການສໍ້ລາດບັງຫຼວງທີ່ນອງນັນຢູ່ໃນອາເມຣິກາ
ລາຕິນ ນັ້ນ.

ທ່ານ ຟູຈິໂມຣິ ໄດ້ຮັບໃຊ້ເປັນປະທານາທິບໍດີ ຂອງເປຣູ ຈາກ ປີ 1990
ຫາ 2000. ທ່ານຍັງຄົງເປັນຜູ້ມີຊື່ສຽງໃນດ້ານຫົວແບ່ງແຍກຜູ້ນຶ່ງ ໃນ
ເປຣູ.

ທ່ານໄດ້ເປັນທີ່ນິຍົມຊົມຊອບ ໂດຍຊາວເປຣູ ບາງສ່ວນ ສຳລັບ ການຕໍ່ສູ້
ຕ້ານພວກກະບົດນິຍົມລັດທິມາວເຈີຕຸງ ໃນຂະນະທີ່ພວກທີ່ວິພາກວິຈານ
ທ່ານນັ້ນ ເຫັນວ່າ ທ່ານເປັນຜູ້ນຳຜະເດັດການທີ່ສໍ້ໂກງ.

ໃນປີ 2007 ທ່ານ ຟູຈິໂມຣິ ໄດ້ຖືກຕັດສິນລົງໂທດ ຈຳຄຸກ 6 ປີ ຖານຮັບ
ສິນບົນ ແລະໃຊ້ອຳນາດເກີນຂອບເຂດ.

ໃນປີ 2009 ທ່ານ ໄດ້ຖືກຕັດສິນລົງໂທດ ຈຳຄຸກອີກເທື່ອນຶ່ງ ເປັນເວລາ
25 ປີ ຖານລະເມີດສິດທິມະນຸດ ທີ່ໄດ້ກະທຳໃນລະຫວ່າງ ການດຳລົງ ຕຳ
ແໜ່ງຂອງທ່ານ ໂດຍລວມທັງ ການອະນຸຍາດໃຫ້ທຳການຄາດຕະກຳ
ໂດຍພວກໜ່ວຍສັງຫານ.

ສ່ວນລູກສາວຂອງທ່ານ ທ່ານນາງ ເຄອີໂກະ ຟູຈິໂມຣິ ຜູ້ທີ່ເປັນນັກ
ການເມືອງ ທີ່ມີສື່ສຽງ ກໍໄດ້ເສຍໄຊ ຢ່າງວຸດວິດ ໃນການແຂ່ງຂັນ ເປັນ
ປະທານາທິບໍດີ. ຢູ່ໃນ ທະວິດເຕີ ທ່ານນາງ ໄດ້ເອີ້ນການອະໄພໂທດນີ້ ວ່າ
“ເປັນວັນທີ່ຍິ່ງໃຫຍ່ສຳລັບຄອບຄົວຂອງຂ້າພະເຈົ້າ. ໃນທີ່ສຸດ ພໍ່ຂອງ
ຂ້າພະເຈົ້າ ກໍເປັນອິດສະລະ. ອັນນີ້ ເປັນວັນຄຣິສມັສ ຂອງຄວາມຫວັງ
ແລະຄວາມສຸກ.”

Peru Fujimori Released
please wait

No media source currently available

0:00 0:02:05 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG