ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະມາຊິກ ສະພາເປຣູ ເລີ້ມການ ຟ້ອງຮ້ອງ ປະທານາທິບໍດີ ເປ​ໂດຣ ກຸກ​ຊິນ​ສກີ


ປະທານາທິບໍດີເປຣູ ທ່ານ​ເປ​ໂດຣ ກຸກ​ຊິນ​ສກີ (ກາງ) ຍ່າງກັບ ນາຍົກລັດຖະມົນຕີເຟີນັນໂດ ຊາວາລາ.
ປະທານາທິບໍດີເປຣູ ທ່ານ​ເປ​ໂດຣ ກຸກ​ຊິນ​ສກີ (ກາງ) ຍ່າງກັບ ນາຍົກລັດຖະມົນຕີເຟີນັນໂດ ຊາວາລາ.

ບັນດາ​ສະມາຊິກ​ສະພາ​ເປຣູ ​ໄດ້​ເລີ້ມ​ດຳ​ເນີນ​ການ​ຟ້ອງຮ້ອງ ​ປະທານາທິບໍດີ​ເປ​ໂດຣ
ປາໂບ​ລ ກຸກ​ຊິນ​ສກີ ກ່ຽວ​ກັບ​ການ​ກ່າວ​ຫາ ​ສໍ້​ລາດ​ບັງຫລວງ.

ບັນດາ​ສະມາຊິກ​ສະພາ​ຝ່າຍ​ຄ້ານ ​ໄດ້​ດຳເນີນການ​ຟ້ອງຮ້ອງ​ຕໍ່​ປະທານາທິບໍດີ​ໃນ​ວັນ​
ສຸກ​ວານ​ນີ້ ໂດຍກ່າວ​ວ່າ ​ທ່ານ​ບໍ່​ມີ​ສິນລະ​ທຳເໝາະສົມ ທີ່​ຈະ​ນຳພາ​ປະ​ເທດ​ຊາດ ຫລັງ​
ຈາກ​ທ່ານ​ໄດ້​ປະ​ຕິ​ເສດການຂໍ​ຮ້ອງ​ໃຫ້​ລາ​ອອກ​ໃນ​ການ​ກ່າວ​ຫາ ​ສໍ້​ລາດ​ບັງ​ຫລວງ.

ສະມາ​ຊິກສະພາຊາວ​ເຈັດ​ຄົນ ​ຂອງ​ຈຳນວນທັງໝົດ 130 ຄົນ ​ໄດ້ໃຫ້ການອະນຸມັດຕໍ່
ການ​ລິເລີ້ມຂັ້ນຕອນ ເພື່ອປົດປະທານາທິບໍດີອອກຈາກຕຳແໜ່ງ ໃນລະ ຫວ່າງ​ກອງ
​ປະຊຸ​ມນັດພິ​ເສດ​ໃນ​ວັນ​ສຸກ​ວານ​ນີ້.

ທ່ານ​ກຸກ​ຊິນ​ສກີ ​ໄດ້ປະກາດວ່າ ​ຈະທຳການ​ຕໍ່ສູ້​ ​ແລະ​ບໍ່​ລາ​ອອກ​ລະຫວ່າງ​ການ​ກ່າວ
ຄຳປາໄສທາງ​ໂທລະພາບ ​ກ່ອນທ່ຽງ​ຄືນ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ. ທ່ານ​ໄດ້​ປະຕິ​ເສດ
​ວ່າ ​ບໍ່ມີ​ຫຍັງ​ທີ່ວ່າ​ບໍ່​ເຫັນ​ສົມຄວນ ​ໃນ​ການ​ປຶກສາ​ຫາລືທາງ​ທຸລະກິດທີ່​ທ່ານໄດ້​ຮັບ​ເງິນ
ໂດຍ​ບໍ່ໄດ້ເປີ​ດ​ເຜີ​ຍ ເມື່ອ 10 ກວ່າປີ​ກ່ອນ ​ຈາກ​ບໍລິສັດນຶ່ງ ທີ່​ເປັນ​ຈຸດສູນກາງຂອງຂ່າວ
ນອງນັນໃນການສໍ້​ລາດ​ບັງຫລວງທີ່​ໃຫຍ່​ສຸດ​ຂອງ​ປະ​ເທດ.

ທ່ານ​ກຸກ​ຊິນ​ສກີ​ກ່າວ​ວ່າ ທ່ານ​ບໍ່​ມີໜ້າ​ທີ່​ເປັນຜູ້ຈັດການ ​ໃນ​ບໍລິລັດໃຫ້​ຄຳ​ປຶກສາ​ ​ຂອງ​
ທ່ານ ​ເວລາ​ທ່ານ​ໄດ້​ຮັບ​ເງິນ​ເກືອບ 800,000 ​ໂດ​ລາ​ຈາກ​ການ​ສໍ້​ລາດບັງຫຼວງຂອງບໍລິ
ສັດ​ກໍ່​ສ້າງໂອ​ເດີ​ບຣິສຕ໌ ຂອງບຣາຊີລ.

ປະທານສະພາແຫ່ງຊາດ ທ່ານຫລຸຍ ກາລາເລີຕາ ນັ່ງຟັງການຟ້ອງຮ້ອງ ປະທານາທິບໍດີ ​ເປ​ໂດຣ ປາໂບ​ລ ກຸກ​ຊິນ​ສກີ.
ປະທານສະພາແຫ່ງຊາດ ທ່ານຫລຸຍ ກາລາເລີຕາ ນັ່ງຟັງການຟ້ອງຮ້ອງ ປະທານາທິບໍດີ ​ເປ​ໂດຣ ປາໂບ​ລ ກຸກ​ຊິນ​ສກີ.

ປະທານາທິບໍດີ​ໄດ້​ປະຕິ​ເສດ​ຫວ່າງ​ມໍ່ໆໃນ​ເດືອນ​ແລ້ວນີ້ວ່າ ​ບໍ່ໄດ້​ພົວພັນ​ກັບ​ບໍລິສັດ​
ໂອ​ເດີ​ບຣິສຕ໌.

ບັນດາ​ສະມາ​ຊິກ ພັກຝ່າຍຄ້ານຂອງເປຣູ ທີ່ຄວບ​ຄຸມ​ການລົງຄະແນນສຽງຫຼາຍ ກວ່າ​
ເຄິ່ງນຶ່ງຢູ່່​ໃນ​ສະພາ​ແຫ່ງ​ຊາດ ຊຶ່ງປະທານຂອງສະພາ ທ່າ​ນຫລຸຍ ກາ​ລາ​ເຣຕາ ກ່າວ​ວ່າ
ການ​ລົງ​ຄະ​ແນນ​ສຽງ​ອາດ​ຈະມີຂຶ້ນ ໃນອາທິດ​ໜ້າ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Peru Politics
please wait
Embed

No media source currently available

0:00 0:01:09 0:00

XS
SM
MD
LG