ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສຍຊີວິດຢ່າງໜ້ອຍ 26 ຄົນ ໃນເຫດໄຟໃໝ້ ທີ່ປະເທດເປຣູ


ເສຍຊີວິດຢ່າງໜ້ອຍ 26 ຄົນ ໃນເຫດໄຟໃໝ້ ທີ່ປະເທດເປຣູ
ເສຍຊີວິດຢ່າງໜ້ອຍ 26 ຄົນ ໃນເຫດໄຟໃໝ້ ທີ່ປະເທດເປຣູ

ມີ​ຜູ້​ເສຍ​ຊີວິດ​ຢ່າງໜ້ອຍ 26 ຄົນ ທີ່​ປະ​ເທດ​ເປຣູ ​ເວລາ​ເກີດໄຟ​ໃໝ້ຢູ່​ທີ່ສູນ​ກາງ​ປິ່ນປົວ​ບໍາ
ບັດພວກ​ຕິດ​ຢາ​ເສບ​ຕິດ ຢູ່​ໃນເມືອງ​ຫລວງ ລີມາ.

ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຢ່າງ​ໜ້ອຍ​ອີກ 10 ຄົນ ຢູ່​ທີ່​ສູນ​ບໍາບັດ Christ is Love ​ໄດ້​ຮັບ
ບາດ​ເຈັບ​ ​ໃນ​ເຫດການ​ໄຟ​ໃໝ້ຄັ້ງ​ນີ້.

ຜູ້ຊາຍ​ທີ່​ລອດ​ຊີວິດ​ຄົນ​ນຶ່ງ​ໃນ​ຫລາຍໆ​ຄົນ ບອກ​ສະຖານີ​ວິ​ທະ​ຍຸ​ເປຣູ ຫລື RPP ວ່າ ລາວ​
ໄດ້​ໂດດ​ລົງ​ມາຈາກ​ຊັ້ນ​ສອງ​ຂອງ​ຕຶກ​ດັ່ງກ່າວ​ເພື່ອ​ເອົາ​ຕົວ​ລອດ.

ເວລາ​ນີ້​ ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ກ່ຽວ​ກັບ​ສາ​ເຫດ​ຂອງ​ໄຟ​ໃໝ້ນັ້ນ​ເທື່ອ.

XS
SM
MD
LG