ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກີດ​ເຫດ​ແຜ່ນ​ດິນ​ໄຫວ ຄວາມ​ແຮງ 8.0 ໃນ​ປະ​ເທ​ດ ເປ​ຣູ


ທະ​ຫານ ແລະ ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ຫາມ​ເຄື່ອງ​ມື​ຈາກ​ເຮືອ​ບິນ ເພື່ອ​ໃຊ້​ໃນ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ແຜ່ນ​ດິນ​ໄຫວ​ໃນ​ເມືອງ ຢູ​ຣີ​ມາກວາ​ສ໌, ປະ​ເທດ ເປ​ຣູ. 26 ພຶດ​ສະ​ພາ, 2019
ທະ​ຫານ ແລະ ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ຫາມ​ເຄື່ອງ​ມື​ຈາກ​ເຮືອ​ບິນ ເພື່ອ​ໃຊ້​ໃນ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ແຜ່ນ​ດິນ​ໄຫວ​ໃນ​ເມືອງ ຢູ​ຣີ​ມາກວາ​ສ໌, ປະ​ເທດ ເປ​ຣູ. 26 ພຶດ​ສະ​ພາ, 2019

ແຜ່ນ​ດິນ​ໄຫ​ວ​ຮຸນ​ແຮງ​ລະ​ດັບ 8 ໄດ້​ສັ່ນ​ສະ​ເທືອນ​ໃນ​ເຂດ​ຫ່າງ​ໄກສອກຫຼີກ​ຂອງ​ເຂດ​ປ່າ
ອາເມຊອນ ໃນພາກຕາເວັນອອກຂອງປະເທດ ເປຣູ ໃນວັນອາທິດວານນີ້, ທຳລາຍ
ບ້ານເຮືອນ ແລະ ຕັດຂາດໄຟຟ້າ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ລາຍ​ງານວ່າມີ​ຜູ້​ເສຍ​ຊີ​ວິດ​ຄົນ​ນຶ່ງ​ ທີ່​ເຊື່ອມ​ໂຍງ​ກັບ​ເຫດ​ແຜ່ນ​ດິນ​ໄຫວ
ຫຼັງຈາກຜູ້ຊາຍຄົນນຶ່ງໄດ້ເສຍຊີວິດ ເມື່ອກ້ອນຫີນໃຫຍ່ໄດ້ກິ້ງໄປທັບເຮືອນຂອງລາວ. ມີ
ລາຍງານວ່າ ຢ່າງໜ້ອຍຫົກຄົນໄດ້ຮັບບາດເຈັບ.

ປະ​ທາ​ນາ​ທິ​ບໍ​ດີ ເປ​ຣູ ທ່ານ ມາ​ຕິນ ວິ​ສ​ກາ​ຣາ ມີ​ແຜນ​ທີ່​ຈະ​ເດີນ​ທາງ​ໄປ​ເບິ່ງ​ຂົງ​ເຂດ​ດັ່ງ​ກ່າວ​
ເພື່ອສັງເກດເບິ່ງຄວາມເສຍຫາຍ. ທ່ານໄດ້ກ່າວວ່າ ດິນເຈື່ອນໄດ້ທັບຖົມຖະໜົນຫຼາຍສາຍ.

ເຫດ​ແຜ່ນ​ດິນ​ໄຫວ​ຂອງວັນ​ອາ​ທິດ​ວານນີ້, ຈຸດ​ສູນ​ກາງ​ຂອງ​ການ​ສັ່ນ​ສະ​ເທືອນ​ແມ່ນ​ຕັ້ງ​ຢູ່
ປະມານ 92 ກິໂລແມັດຈາກເມືອງ ຢູຣີມາກວາສ, ໃນພາກເໜືອຂອງປະເທດ ເປຣູ, ແຕ່ຢູ່
ຕ່ຳກວ່າໜ້າດິນຂອງໂລກປະມານ 114 ກິໂລແມັດ, ເຮັດໃຫ້ພາກພື້ນດັ່ງກ່າວ ພົ້ນຈາກ
ຄວາມເສຍຫາຍທີ່ຮ້າຍແຮງກວ່ານີ້.

ແຜ່ນ​ດິນ​ໄຫວມັກ​ຈະ​ເກີດ​ຂຶ້ນ​ໃນ​ປະ​ເທດ ເປ​ຣູ, ເຊິ່​ງ​ແມ່ນ​ສ່ວນ​ນຶ່ງ​ຂອງ “ວົງ​ແວນ​ແຫ່ງ​ໄຟ”
ຂອງມະຫາສະໝຸດ ປາຊີຟິກ,” ເປັນຂົງເຂດທີ່ມີການສັ່ນສະເທືອນຫຼາຍທີ່ສຸດຂອງໂລກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG