ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

20 ຄົນບາດເຈັບ ໃນແຜ່ນດິນໄຫວ ຢູ່ທີ່ເປຣູ


ແຜນທີ່ບ່ອນເກີດແຜ່ນດິນໄຫວຢູ່ເປຣູ (28 ຕຸລາ 2011)
ແຜນທີ່ບ່ອນເກີດແຜ່ນດິນໄຫວຢູ່ເປຣູ (28 ຕຸລາ 2011)

ແຜ່ນດິນໄຫວທີ່ມີຄວາມແຮງແທກໄດ້ 6.9 ໄດ້ສັ່ນສະເທືອນພາກໃຕ້ຂອງປະເທດເປຣູເຮັດ
ໃຫ້ມີຜູ້ໄດ້ຮັບບາດເຈັບ 20 ຄົນ.

ອົງການສຳຫຼວດທໍລະນີວິທະຍາຂອງສະຫະລັດ ກ່າວວ່າ ແຜ່ນດິນໄຫວທີ່ເກີດຂຶ້ນໃນມື້ວັນ
ສຸກວານນີ້ ແມ່ນມີຈຸດສູນກາງຫ່າງຈາກເມືອງ Ica ຊຶ່ງເປັນຫົວເມືອງແຄມທະເລຂອງເປຣູ
52 ຫຼັກກິໂລແມັດແລະເລິກລົງໄປຈາກໜ້າດິນ 15 ຫຼັກກິໂລແມັດ.

ອົງການຂ່າວຣອຍເຕີ້ ລາຍງານວ່າ ແຜ່ນດິນໄຫວທີ່ວ່ານີ້ ໄດ້ສັ່ນສະເທືອນໄປເຖິງນະຄອນ
ຫຼວງລີມາຂອງເປຣູ. ເຈົ້າໜ້າທີ່ເວົ້າວ່າຢູ່ທີ່ເມືອງ Ica ມີ 20 ຄົນໄດ້ໄປຮັບການປິ່ນປົວພະ
ຍາບານຢູ່ທີ່ໂຮງໝໍ ແລະເວົ້າວ່າ ອາການບາດເຈັບຂອງພວກເຂົາເຈົ້າ ບໍ່ໄດ້ຮ້າຍແຮງເປັນ
ໄພອັນຕະລາຍຕໍ່ຊີວິດແຕ່ຢ່າງໃດ.

ໃນປີ 2007 ແຜ່ນດິນໄຫວຂະໜາດແຮງແທກໄດ້ 8.0 ທີ່ເກີດຂຶ້ນໃນບໍລິເວນແຄມທະເລ
ໃນເຂດພາກກາງຂອງເປຣູ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 540 ຄົນແລະອີກຈຳນວນ ຫຼາຍພັນຄົນບໍ່ມີບ່ອນພັກພາອາໄສ. ເປຣູຕັ້ງຢູ່ໃກ້ໆກັບເຂດການເຄື່ອນໄຫວຂອງພື້ນຜິວໂລກ
ສອງແຜ່ນ ຊຶ່ງເຮັດໃຫ້ມີຄວາມຫຼໍ່ແຫຼມຕໍ່ການເກີດແຜ່ນດິນໄຫວ.

XS
SM
MD
LG