ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອຸບັດເຫດ ລົດໂດຍສານ ຕົກເຫວ ໃນປະເທດ ເປຣູ (ວີດີໂອ)


​ລົດ​​​ໂດຍສານຄັນ​ນຶ່ງ​ຕົກ​ເຫວ
please wait

No media source currently available

0:00 0:00:27 0:00

​ລົດ​​​ໂດຍສານ ​ຕົກ​ເຫວ ຢູ່ເປຣູ

ອຸບັດ​ເຫດ​ລົດ​ໂດຍສານຄັນ​ນຶ່ງ​ຕົກ​ເຫວ ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ເປ​ຣູ ​ເຮັດ ໃຫ້​ຜູ້​ໂດຍສານ​ເສຍ​ຊີວິດ​ຢ່າງ​ໜ້ອຍ​ຊາວ​ປາຍ​ຄົນ​ແລະຫຼາຍຄົນ​ໄດ້​ຮັບ​ບາດ​ເຈັບ.

ຂະນະ​ນີ້ ທາງ​ການ​ເປຣູ ກໍາລັງທໍາ​ການ​ສືບສວນ​ສອບ​ສວນຫາສາ​ເຫດ​ ທີ່​ພາ​ໃຫ້ລົດ​ໂດຍ ສານຄັນ​ດັ່ງກ່າວ ​ຕົກລົງ​ຈາ​ກພູ​ແຫ່ງ​ນຶ່ງລົງໄປ​ໃນ​ເຫວ​ເມື່ອ​ວັນ​ພຸດ​ວານ​ນີ້ ທີ່​ເຂດ Arequipa ປະ​ເທດ​ເປ​ຣູ.

​ເຈົ້າໜ້າ​ທີ່ເວົ້າ​ວ່າ ຄວາມ​ພະຍາຍາມ​ເພື່ອ​ຊ່ວຍ​ກູ້​ໄພ​ໄດ້​ຮັບອຸບປະສັກ​ຍ້ອນ​ວ່າ​ພື້ນ​ທີ່ດັ່ງ ກ່າວເປັນ​ເຫວ​ຊັນ ​ແລະ​ເປັນ​ຫິນ ບ່ອນ​ທີ່​ລົດໂດຍສານ​ຄ້າງ​ຢູ່ ຫຼັງຈາກໄດ້ຕົກລົງມາ​ຈາກ ຫົນທາງ​ທີ່ຢູ່​ຂ້າງ​ເທິງ.
XS
SM
MD
LG