ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

'ບຸກຄົນທີ່ສົນໃຈ' ໄດ້ຖືກຈັບກຸມ ໃນການຍິງສັນຫານ ຢູ່ການສວນສະໜາມ ວັນເອກະລາດ ທີ 4 ກໍລະກົດ ໃກ້ກັບນະຄອນຊິຄາໂກ

ຕັ່ງນັ່ງທີ່ຖືກປະຖິ້ມ ແມ່ນເຫັນໄດ້ຢູ່ທີ່ທາງເສັ້ນນຶ່ງ ຫຼັງຈາກເກີດການຍິງສັງຫານໝູ່ ຢູ່ທີ່ຄຸ້ມຮາຍແລນ ພາກ ໃນການສວນສະໜາມ ວັນທີ 4 ກໍລະກົດ ຊຶ່ງເປັນວັນເອກະລາດ ຢູ່ໃນໃຈກາງເມືອງຮາຍແລນ ພາກ ລັດອິລລີນອຍ ທີ່ເປັນຊານເມືອງຂອງນະຄອນຊິຄາໂກ, ເມື່ອວັນຈັນ ທີ 4 ກໍລະກົດ 2022.

ເຈົ້າໜ້າທີ່ຕຳຫຼວດ ໃນລັດອິລລີນອຍ ທາງພາກຕາເວັນຕົກຕອນກາງຂອງສະ ຫະລັດ ໄດ້ຈັບກຸມຊາຍຄົນນຶ່ງ ທີ່ພວກເຂົາເຈົ້າໄດ້ລະບຸເປັນ “ບຸກຄົນທີ່ສົນໃຈ” ໃນການໂຈມຕີຍິງສັງຫານຄົນ ຢູ່ທີ່ການແຫ່ຂະບວນໃນວັນເອກະລາດ ເມື່ອວັນຈັນວານນີ້.

ທ້າວໂຣເບີຕ ອີ ຄຣີມໂມ ທີ 3 ອາຍຸ 22 ປີ ຖືກຄວບຄຸມໂຕໄດ້ ບໍ່ເທົ່າໃດຊົ່ວໂມງຫຼັງຈາກທີ່ມີການໄລ່ລ່າລົດຄັນນຶ່ງ ເປັນ​ເວ​ລາສັ້ນໆ ຢູ່ນອກຄຸ້ມຮາຍແລນ ພາກ ຊຶ່ງເປັນເຂດຊານເມືອງທີ່ຮັ່ງມີຂອງນະຄອນຊິຄາໂກ ບ່ອນທີ່ມີຫົກຄົນຖືກຂ້າຕາຍ ແລະອີກຫຼາຍກວ່າ 30 ຄົນໄດ້ຮັບບາດເຈັບ ເມື່ອມືປືນ ໄດ້ເປີດສາກຍິງໃສ່ພວກຄົນທີ່ໄປຊົມ​ການ​ສວນ​ສະ​ໜາມ ຈາກເທິງຫຼັງຄາຂອງຕຶກທີ່ຕັ້ງຢູ່ຕາມເສັ້ນທາງນັ້ນ.

ພາບນີ້ບໍ່ໄດ້ລະບຸວັນເວລາ ສະໜອງໂດຍກົມຕຳຫຼວດເມືອງຮາຍແລນ ພາກ ສະແດງໃຫ້ເຫັນ ທ້າວ ໂຣເບີຕ (ບອບບີ) ອີ ຄຣິມໂມ ທີ 3. ຜູ້ບັນຊາການຕຳຫຼວດ ຮາຍແລນ ພາກ ລູ ຈອກແມັນ ໄດ້ກ່າວວ່າ ວັນທີ 4 ກໍລະກົດ ທີ່ຕຳຫຼວດ ໄດ້ລະບຸໂຕ ທ້າວຄຣິມໂມ ອາຍຸ 22 ປີ ເປັນບຸກຄົນທີ່ສົນໃຈ ໃນການຍິງສັງຫານ ໃນການສວນສະໜາມ ໃນວັນເອກະລາດ ຢູ່ຊານເມືອງຂອງນະຄອນຊິຄາໂກ. (AP)

ເຈົ້າໜ້າທີ່ຕຳຫຼວດ ໄດ້ກ່າວວ່າ 5 ຄົນເສຍຊີວິດ ຢູ່ທີ່ບ່ອນເກີດເຫດ ໃນຂະນະທີ່ອີກຄົນນຶ່ງ ໄດ້ເສຍຊີວິດຢູ່ທີ່ໂຮງໝໍໃກ້ໆບໍລິເວນ. ກະຊວງການຕ່າງປະເທດຂອງເມັກຊິໂກ ກ່າວວ່າ ນຶ່ງໃນພວກຜູ້ທີ່ເສຍຊີວິດ ເປັນພົນລະເມືອງຂອງເມັກຊິໂກ.

ໝໍຢູ່ທີ່ໂຮງໝໍຮາຍແລນ ພາກ ກ່າວວ່າ ພວກເຂົາເຈົ້າ ໄດ້ຮັບເອົາພວກຄົນທີ່ບາດເຈັບ 26 ຄົນຈາກງານແຫ່ຂະບວນ ໂດຍມີອາຍຸ ລະຫວ່າງ 8 ປີ ຫາ 85 ປີ.

ພາບວີດີໂອຈາກໂທລະສັບມືຖື ທີ່ໄດ້ບັນທຶກ ຫຼາຍຄົນພາກັນແລ່ນໜີຈາກບ່ອນເກີດເຫດໃນພາວະທີ່ຕື່ນຕົກໃຈ ຂະນະທີ່ສຽງຍິງປືນດັງກ້ອງຂຶ້ນລຽນຕິດຢ່າງວ່ອງໄວ ຈາກແຖວຕຶກແຫ່ງນຶ່ງຢູ່ໃກ້ໆ. ຕັ່ງນັ່ງ ລໍ້ສຳລັບທາລົກ ກ່ອງໃສ່ອາຫານແລະເຄື່ອງຂອງອື່ນໆທັງຫຼາຍ ກະຈັກກະຈາຍໄປທົ່ວເສັ້ນທາງຂອງການແຫ່ຂະບວນ ປະຖິ້ມໄວ້ໂດຍພວກຜູ້ຄົນທີ່ໄດ້ແລ່ນໜີຫາບ່ອນຫລົບລີ້.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ອອກຖະແຫລງການ ໂດຍກ່າວວ່າ ທ່ານ ແລະພັນລະຍາຂອງທ່ານ ສະຕີໝາຍເລກນຶ່ງ ຈີລ ໄບເດັນ ແມ່ນ “ຕື່ນຕົກໃຈ ໂດຍຄວາມຮຸນແຮງຈາກປືນ ທີ່ບໍ່ມີເຫດຜົນເລີຍ ທີ່ ໄດ້ນຳເອົາຄວາມໂສກເສົ້າມາໃຫ້ແກ່ຊຸມຊົນຊາວອາເມຣິກັນ ອີກຄັ້ງນຶ່ງ ໃນມື້ວັນເອກະລາດ ນີ້.”

ການຍິງສັງຫານໃນເຂດຮາຍແລນ ພາກ ໄດ້ເກີດຂຶ້ນ ຫຼັງຈາກທີ່ປະທານາທິບໍດີ ໄບເດັນ ໄດ້ລົງນາມໃນຮ່າງກົດໝາຍແຫ່ງຊາດ ສະບັບທຳອິດທີ່ສຳຄັນວ່າດ້ວຍ ຄວາມຮຸນແຮງຈາກປືນ ທີ່ໄດ້ຮັບຜ່ານໂດຍລັດຖະສະພາໃຫ້ເປັນກົດໝາຍ ເມື່ອສອງອາທິດກ່ອນ. ຮ່າງກົດໝາຍດັ່ງກ່າວ ໄດ້ຖືກຮັບຜ່ານ ໂດຍການປະນີປະນອມຈາກສອງພັກການເມືອງ ຫຼັງຈາກທີ່ເກີດການຍິງສັງຫານໝູ່ສອງຄັ້ງໃນເດືອນພຶດສະພາ ທີ່ລວມມີ ການໂຈມຕີຍ້ອນການຈຳແນກເຊື້ອຊາດ ທີ່ເຮັດໃຫ້ 10 ຄົນເສຍຊີວິດ ຢູ່ທີ່ຮ້ານຄ້າໃນຄຸ້ມຂອງຄົນຜິວດຳ ໃນເມືອງບັບຟາໂລ ລັດ ນິວຢອກ ແລະການຍິງສັງຫານຢູ່ທີ່ໂຮງຮຽນປະຖົມໃນເມືອງຢູວາລເດ ລັດເທັກຊັສ ທີ່ໄດ້ເຮັດໃຫ້ພວກເດັກນັກຮຽນ 19 ຄົນ ແລະນາຍຄູ 2 ຄົນເສຍຊີວິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG