ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານສຳຫຼວດ Perseverance ໄດ້ລົງຈອດ ຢູ່ເທິງພື້ນຜິວ ຂອງດາວອັງຄານ ເປັນທີ່ສຳເລັດ


ພາບຈຳລັງ ຂອງຍານສຳຫຼວດ Perseverance ຂອງອົງການ NASA ໃນການລົງຈອດທີ່ດາວອັງຄານຢ່າງປອດໄພ. ຂັ້ນຕອນທີ່ສຳຄັນຫຼາຍຮ້ອຍຄັ້ງ ຈະຕ້ອງໄດ້ຖືກປະຕິບັດຢ່າງສົມບູນແບບແລະຖືກຕ້ອງເພື່ອທີ່ຈະຢ່ອນຍານສຳຫຼວດລົງຈອດໄດ້ຢ່າງປອດໄພ. ວັນທີ 18 ກຸມພາ 2021. (Credits: NASA/JPL-Caltech)
ພາບຈຳລັງ ຂອງຍານສຳຫຼວດ Perseverance ຂອງອົງການ NASA ໃນການລົງຈອດທີ່ດາວອັງຄານຢ່າງປອດໄພ. ຂັ້ນຕອນທີ່ສຳຄັນຫຼາຍຮ້ອຍຄັ້ງ ຈະຕ້ອງໄດ້ຖືກປະຕິບັດຢ່າງສົມບູນແບບແລະຖືກຕ້ອງເພື່ອທີ່ຈະຢ່ອນຍານສຳຫຼວດລົງຈອດໄດ້ຢ່າງປອດໄພ. ວັນທີ 18 ກຸມພາ 2021. (Credits: NASA/JPL-Caltech)

ຍານສຳຫຼວດທີ່ເອີ້ນວ່າ ເພີເຊີແວເຣນສ໌ (Perseverance) ຂອງອົງການການ ບິນແລະອະວະກາດແຫ່ງຊາດ ຫຼື NASA ໄດ້ລົງຈອດຢູ່ດາວອັງຄານຢ່າງປອດໄພ ແລະຕາມກຳນົດເວລາ ເມື່ອຕອນ 3 ໂມງແລງ 55 ນາທີ ຕາມເວລາໃນພາກຕາເວັນອອກຂອງສະຫະລັດ ໃນວັນພະຫັດວານນີ້ ໂດຍເປັນຂີດໝາຍຂອງຄວາມສຳເລັດອີກອັນນຶ່ງ ສຳລັບອົງການອະວະກາດຂອງສະຫະລັດ.

ຍານສຳຫຼວດທີ່ໃຊ້ພະລັງງານນິວເຄລຍໄດ້ຜ່ານຜ່າຂັ້ນຕອນໃນການລົງຈອດທີ່ໜ້າຢ້ານແລະອັນຕະລາຍໄປໄດ້ ຊຶ່ງບັນດານັກວິສະວະກອນບາງສ່ວນກ່າວວ່າ “ເປັນເຈັດນາທີຂອງຄວາມຢ້ານກົວ” ເພາະວ່າ ມັນພົວພັນກັບການໃຊ້ຈ້ອງ ທີ່ໃຊ້ພະລັງຄວບຄຸມ ແລະອັນທີ່ເອີ້ນວ່າ “ສະກາຍເຄຣນ sky crane” ທີ່ຈະຄ່ອຍໆຢ່ອນຍານສຳຫຼວດ Perseverance ລົງສູ່ພື້ນຜິວດາວອັງຄານທີ່ເປັນຫີນພູ ແລະຂັ້ນຕອນທີ່ທ້າທ້າຍ.

ຫຼັງຈາກທີ່ໄດ້ຮັບການຢືນຢັນວ່າການລົງຈອດປອດໄພແລ້ວ ບັນດາສະມາຊິກຂອງສູນຄວບຄຸມພາລະກິດການສຳຫຼວດ ກໍໄດ້ພາກັນຕົບມືແລະຮ້ອງເຊຍຂຶ້ນ.

ອົງການ NASA ດຽວນີ້ ໄດ້ສົ່ງຍານສໍາຫຼວດໄປລົງຈອດຢູ່ດາວອັງຄານຫຼື ດາວແດງ (Red Planet) ເປັນທີ່ສໍາເລັດຜົນມາແລ້ວ 9 ໃນທັງໝົດ 10 ຄັ້ງ.

ບໍ່ເທົ່າໃດນາທີຫຼັງຈາກທີ່ໄດ້ລົງເຖິງພື້ນ ຍານສຳຫຼວດ Perseverance ກໍໄດ້ສົ່ງພາບດຳຂາວ ກັບຄືນມາໃຫ້ຈາກພື້ນຜິວໃນຂະນະທີ່ມີສຽງຕົບມືໄດ້ດັງຂຶ້ນຕື່ມອີກ ຢູ່ໃນສູນຄວບຄຸມພາລະກິດການສຳຫຼວດ.

[[https://twitter.com/NASAPersevere/status/1362517771553148931?s=20]

ຍານສຳຫຼວດແມ່ນມີໄມໂຄຣໂຟນຕິດຕັ້ງໃສ່ ຊຶ່ງຄວນໄດ້ສຽງທີ່ບັນທຶກໄວ້ຂອງການລົງຈອດ.

ໃນຕອນແລງວັນພະຫັດ ປະທານາທິບໍດີ ໂຈ ໄບເດັນ ໄດ້ສົ່ງຂໍ້ຄວາມສະແດງຄວາມຍິນດີ ຜ່ານທາງທວິດເຕີ້ໂດຍກ່າວວ່າ “ມື້ນີ້ ໄດ້ພິສູດອີກຄັ້ງນຶ່ງວ່າ ດ້ວຍພະລັງອຳນາດຂອງວິທະຍາສາດ ແລະຫົວຄິດປະດິດສ້າງຂອງອາເມຣິກາແລ້ວ ບໍ່ມີຫຍັງແມ່ນຢູ່ເໜືອຂອບເຂດ ຂອງຄວາມເປັນໄດ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG