ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນທີ່ມີໂຣກປະຈຳຕົວ ໃນ ສະຫະລັດ ຍັງລໍຖ້າ ການສັກຢາວັກຊີນ COVID-19 ຢູ່


ກ່ອງທີ່ບັນຈຸຢາວັກຊີນ COVID-19 ຂອງບໍລິສັດ Moderna ຖືກກະກຽມຂົນສົ່ງໄປໃສ່ສູງກາງຈຳໜ່າຍໃນເມືອງ ໂອລິຟ ແບຣນຈ໌ (Olive Branch), ລັດ ມິສຊິສຊິບປີ. 20 ທັນວາ, 2020.
ກ່ອງທີ່ບັນຈຸຢາວັກຊີນ COVID-19 ຂອງບໍລິສັດ Moderna ຖືກກະກຽມຂົນສົ່ງໄປໃສ່ສູງກາງຈຳໜ່າຍໃນເມືອງ ໂອລິຟ ແບຣນຈ໌ (Olive Branch), ລັດ ມິສຊິສຊິບປີ. 20 ທັນວາ, 2020.

ປັດຈຸບັນນີ້ ສະຫະລັດ ແມ່ນກຳລັງຂຸ້ນຂ້ຽວກັບການສັກຢາວັກຊີນ COVID-19 ໃຫ້ປະຊາຊົນທົ່ວປະເທດ. ໂຄງການສັກຢາແມ່ນໄດ້ຫຼ້າຊ້າມາຫຼາຍຍ້ອນການຂາດແຄນຢາ ແລະ ການລໍຖ້າໃນແຖວທີ່ຍາວ.

ປະຊາຊົນ ອາເມຣິກັນ ສອງສ່ວນສາມແມ່ນບໍ່ພໍໃຈກັບການຮັບມືກັບການສັກຢາ, ອີງຕາມການສຳຫຼວດຄວາມຄິດເຫັນໃໝ່ຂອງອົງການ Gallup Poll.

ທ່ານ ໄພວັນ ຄົນລາວທີ່ອາໄສຢູ່ເມືອງ ຣິຈມອນນ, ເຊິ່ງເປັນເມືອງເອກຂອງລັດ ເວີຈິເນຍ ນັ້ນ, ແມ່ນກຳລັງລໍຖ້າການສັກຢາ COVID-19 ຂອງລາວຢູ່. ທ່ານ ໄພວັນ ກໍແມ່ນນຶ່ງໃນຄົນທີ່ມີພະຍາດປະຈຳຕົວ, ລາວເປັນໂຣກໝາກໄຂ່ຫຼັງເສື່ອມ ຂັ້ນທີ 5 ແລະ ຕ້ອງໄດ້ຟອກເລືອດທຸກອາທິດ.

ທ່ານ ໄພວັນ ກ່າວວ່າ “ເຂົາສົ່ງໜັງສືໃຫ້ໄປກວດເອົາຢູ່ໃນເວັບໄຊ້ຂອງສູນກາງ ການຟອກເລືອດ, ເຂົາເອົາເວັບໄຊ້ໃຫ້ໄປຊອກ ແຕ່ເຂົາຍັງບໍ່ທັນຕອບມາ.”

ຄົນທີ່ມີໂຣກປະຈຳຕົວເປັນກຸ່ມທີ່ມີຄວາມສ່ຽງສູງທີ່ຈະຕິດ COVID-19, ເຊິ່ງໄດ້ເຮັດໃຫ້ເຂົາເຈົ້າ ແລະ ຄົນທີ່ຮັກແພງມີຄວາມເປັນຫ່ວງບໍ່ນ້ອຍ. ດັ່ງທີ່ທ່ານ ໄພວັນ ໄດ້ກ່າວ ກ່ຽວກັບ ໝູ່ລາວວ່າ “ໝູ່ຢູ່ ຝຣັ່ງ ກະເປັນໂຄວິດຄືກັນ ລາວ ວ່າມີຫຍັງໃຫ້ສັກໂລດເດີ ຄັນເຂົາໃຫ້ສັກລະສັກໂລດໃດ, ຢ່າປະຕິເສດໃດ ລາວວ່າ.”

ຢາວັກຊີນກັນ COVID-19 ໄດ້ສົ່ງຜົນຂ້າງຄຽງຕໍ່ຜູ້ທີ່ໄດ້ສັກໄປແລ້ວຫຼາຍຄົນ, ແຕ່ທ່ານ ໄພວັນ ເວົ້າວ່າລາວບໍ່ຢ້ານ ແລະ ເຊື່ອວ່າມັນຈະບໍ່ມີີຜົນທີ່ຮ້າຍແຮງ ຕໍ່ຕົນ.

ລັດຖະບານທ່ານ ໄບເດັນ ໄດ້ສັນຍາວ່າຈະສັກຢາວັກຊີນກັນ COVID-19 ໃຫ້ໄດ້ 100 ລ້ານໂດສ ພາຍໃນ 100 ວັນຂອງການດຳລົງຕຳແໜ່ງຂອງທ່ານ.

XS
SM
MD
LG