ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນຮຽກຮ້ອງໃຫ້ລັດຖະບານ ລາວ ເຄັ່ງຄັດເລື່ອງການຮັກສາຄວາມສະອາດຢູ່ສະຖານທີ່ທ່ອງທ່ຽວ


ຕາດກວາງຊີ, ແຂວງຫຼວງພະບາງ.
ຕາດກວາງຊີ, ແຂວງຫຼວງພະບາງ.

ຂະ​ແໜງ​ການ​ທ່ອງ​ທ່ຽວ​ລາວ ໃນ​ປີ 2023 ນີ້​ຄາດ​ວ່າ​ຈະ​ເຕີບ​ໂຕ​ຢ່າງ​ເຕັມ​ທີ່ຫຼັງ​ຈາກ​ລັດ​ຖະ​ບານ ຈີນ ໄດ້​ປະ​ກາດ​ຍົກ​ເລີກ​ມາດ​ຕະ​ການ​ຫ້າມປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າເດີນ​ທາງ​ຍ້ອນ​ໂຣກ​ລະ​ບາດໂຄວິດ-19. ໂຮງ​ແຮມ ແລະ ສະ​ຖານ​ທີ່​ທ່ອ​ງ​ທ່ຽວ​ຕ່າງໆໃນ​ປັດ​ຈຸ​ບັນ​ນີ້​ໂດຍ​ສະ​ເພາະ​ໃນ​ເມືອງ ວັງ​ວຽງ ແລະ ນະ​ຄອນ ຫຼວງພະ​ບາງ​ນັ້ນ ແມ່ນ​ເຕັມ​ໄປ​ດ້ວຍ​ນັກ​ທ່ອງ​ທ່ຽວ, ສ່ວນ​ໃຫຍ່​ແມ່ນ​ຄົນ​ຈີນ. ​

ເຖິງ​ແມ່ນ​ຈະ​ມີນັກ​ທ່ອງ​ທ່ຽວ​ເຂົ້າ​ມາຫຼາຍ ແລະ ຊ່ວຍ​ສ້າງ​ສາ​ເສດ​ຖະ​ກິດ​ໃຫ້​ປະ​ເທດ​ລາວ​ນັ້​ນ, ມັນ​ກໍ​ມີ​ບັນ​ຫາ​ນຶ່ງ​ທີ່​ປະ​ຊາ​ຊົນ​ລາວ​ຈຳ​ນວນ​ນຶ່ງ​ມີ​ຄວາມ​ບໍ່​ພໍ​ໃຈ, ນັ້ນ​ກໍ​ຄື​ບັນ​ຫາ​ການ​ຮັກ​ສາ​ຄວາມ​ສະ​ອາດ​ໃນ​ສະ​ຖານ​ທີ່​ທ່ອງ​ທ່ຽວ.

ທ້າວ ບຸນ​ມາ ຜູ້​ທີ່​ໄດ້​ໄປ​ທ່ຽວຫຼວງ​ພະ​ບາງ​ເມື່ອບໍ່​ດົນ​ມານີ້​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ມື້​ນັ້ນ​ໄປ​ທ່ຽວ​ຕາດກວາງ​ຊີ ນັກ​ທ່ອງ​ທ່ຽວ​ຈີນ ເຂົາ​ກະ​ລອຍ​ນ້ຳ​ຢູ່​ຫັ້ນ​. ແຕ່​ສັງ​ເກດ​ເບິ່ງ​ເຂົາ​ເຈົ້າ​ຢາກ​ເປື້ອນ​ໜ້ອຍ​ນຶ່ງ. ບໍ່​ມັກ​ທີ່​ສຸດ​ແມ່ນ​ຖົ່ມ​ນ້ຳ​ລາຍ ກັບເຂົາ​ຖິ້ມ​ຂີ້​ເຫຍື້ອ​ໂລ​ເລ. ອັນ​ນີ້​ຢາກຂໍ​ຮຽກ​ຮ້ອງໃຫ້​ເຈົ້າ​ໜ້າ​ທີ່​ເຮັດ​ຫຍັງ​ກະ​ໄດ້​ບອກ​ໃຫ້​ເຂົາ​ເຈົ້າ​ຮັກ​ສາ​ອະ​ນ​າໄມ​ແດ່. ເຮົາ​ເຫັນ​ລະ​ບໍ່​ຢາກຫຼິ້ນ​ນ້ຳ​ເລີຍ.”

ປະ​ເທດ ລາວ ຈະ​ປະ​ກາດ​ປີ 2023-2024 ເປັນ​ປີ​ທ່ອງ​ທ່ຽວ​ລາວ ແລະ ຫວັງ​ວ່າ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ນຶ່ງ​ລ້ານ​ສີ່​ແສນ​ຄົນ ໃນ​ປີ 2023 ນີ້ ແລະ ຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຈາກ​ຈີນ​ປະ​ມານ 368,000 ຄົນ, ອີງ​ຕາມ​ໜັງ​ສື​ພິມ Vientiane Times.

XS
SM
MD
LG