ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ຫັນມາຊື້ລົດໄຟຟ້າ ຍ້ອນລາຄານໍ້າມັນແພງ


ລົດໄຟຟ້າຄັນນຶ່ງກຳລັງສາກແບັດເຕີຣີ ຢູ່ຈຸດສາກລົດໄຟຟ້າແຄມທາງ. 19 ຕຸລາ, 2021.
ລົດໄຟຟ້າຄັນນຶ່ງກຳລັງສາກແບັດເຕີຣີ ຢູ່ຈຸດສາກລົດໄຟຟ້າແຄມທາງ. 19 ຕຸລາ, 2021.

ຄວາມວຸ້ນວາຍໃນໂລກ ແລະ ຄວາມຮຽກຮ້ອງຕ້ອງການທີ່ເພີ່ມສູງຂຶ້ນ ໄດ້ເຮັດໃຫ້ລາຄານໍ້າມັນແພງຢ່າງຕໍ່ເນື່ອງ. ປັດຈຸບັນນີ້ ລາຄານໍ້າມັນແອັດຊັງ ສະເລ່ຍ ແມ່ນ $3.50 ຕໍ່ 1 ແກລລອນ ຫຼື 1.2 ລິດ.

ດ້ວຍບັນຫາການໂຈມຕີ ຢູເຄຣນ ໂດຍ ຣັດເຊຍ ບັນດານັກເສດຖະກິດຄາດວ່າລາຄານໍ້າມັນຈະພຸ່ງສູງຂຶ້ນອີກ. ແລະ ບັນຫານໍ້າມັນແພງ ແມ່ນມີຄວາມເປັນໄປໄດ້ວ່າ ຈະແກ່ຍາວໄປອີກໄລຍະເວລາໃດນຶ່ງ.

ປະຊາຊົນ ສະຫະລັດ ຈຳນວນຫຼາຍທີ່ເບື່ອໜ່າຍກັບລາຄານໍ້າມັນແພງໄດ້ຫັນໄປຊື້ລົດໄຟຟ້າຫຼາຍຂຶ້ນ. ເຊິ່ງໃນປັດຈຸບັນນີ້ ລົດໄຟຟ້າ ແລະ ລົດຮາຍບຣິດ ແມ່ນຂາດຕະຫຼາດຢູ່ໃນ ສະຫະລັດ.

ຄົນ ລາວ ທ່ານນຶ່ງຢູ່ລັດ ຄາລິຟໍເນຍ ຜູ້ທີ່ໄດ້ປ່ຽນຈາກລົດກິນນໍ້າມັນແອັດຊັງ ມາເປັນລົດໄຟຟ້າ ໄດ້ກ່າວຕໍ່ພວກເຮົາວ່າ “ນໍ້າມັນຢູ່ ຄາລິຟໍເນຍ ແພງຫຼາຍດຽວນີ້. ລົດເກັງຄັນເກົ່າຂ້າພະເຈົ້າຂາຍອອກລະ, ຊື້ລົດໄຟຟ້າຂອງຍີ່ປຸ່ນມາຂີ່. ມີແຮງຫຼາຍ, ບໍ່ຕ້ອງເປັນຫ່ວງເລື່ອງນໍ້າມັນ. ສາກແບັດລົດເຕັມເທື່ອນຶ່ງບໍ່ກາຍ 15 ດອນ. ດຽວນີ້ຢູ່ໃສກະມີບ່ອນສາກ, ໄປໃສກະບໍ່ໄດ້ເປັນຫ່ວງເລື່ອງແບັດໝົດ.”

ປັດຈຸບັນນີ້ ລົດໄຟຟ້າ ແລະ ຮາຍບຣິດ ແມ່ນຂາດຕະຫຼາດ ໃນ ສະຫະລັດ, ຍ້ອນການຜະລິດບໍ່ທັນກັບຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກ. ພະນັກ ງານຢູ່ບໍລິສັດຂາຍລົດ ໂຕໂຢຕ້າ ຢູ່ລັດເວີຈິເນຍ ທ່ານນຶ່ງໄດ້ກ່າວຕໍ່ພວກເຮົາວ່າ ດຽວນີ້ລົດໄຟຟ້າ ແລະ ຮາຍບຣິດທັງຫຼາຍແມ່ນຕ້ອງໄດ້ສັ່ງເອົາ, ລູກຄ້າຈະໄດ້ລົດຂອງເຂົາເຈົ້າ ພາຍໃນປະມານ 10 ຫາ 12 ອາທິດ.

XS
SM
MD
LG