ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

16 ຄົນ ຍັງຫາຍສາບສູນ ຫຼັງຈາກ ພູໄຟລະເບີດ ຢູ່ຍີ່ປຸ່ນ


ທະຫານຈາກກຳລັງປ້ອງກັນໂຕຍີ່ປຸ່ນ ພວມປະຕິບັດງານກູຸ້ໄພ ໃກ້ໆຈອມພູ Ontake ຫຼັງຈາກພູໄຟດັ່ງກ່າວລະເບີດ ເມື່ອວັນທີ 27 ກັນຍາຜ່ານມາ.
ທະຫານຈາກກຳລັງປ້ອງກັນໂຕຍີ່ປຸ່ນ ພວມປະຕິບັດງານກູຸ້ໄພ ໃກ້ໆຈອມພູ Ontake ຫຼັງຈາກພູໄຟດັ່ງກ່າວລະເບີດ ເມື່ອວັນທີ 27 ກັນຍາຜ່ານມາ.

ເຈົ້າໜ້າທີ່ຍີ່ປຸ່ນກ່າວວ່າ 16 ຄົນຍັງຫາຍສາບສູນຫລັງຈາກໄດ້
ມີການລະເບີດຢ່າງແຮງຂອງພູໄຟ ໃນວັນເສົາແລ້ວນີ້ ຊຶ່ງເປັນ
ການລະເບີດທີ່ຮ້າຍແຮງສຸດໃນປະຫວັດສາດຍຸກຫລັງສົງຄາມ
ຂອງຍີ່ປຸ່ນ.

ມາຮອດເວລານີ້ ພວກກູ້ໄພໄດ້ຄົ້ນພົບສົບຜູ້ເສຍຊີວິດ 47 ຄົນ
ຊຶ່ງສ່ວນໃຫຍ່ໄດ້ເສຍຊີວິດ ຍ້ອນຖືກກ້ອນຫີນຕົກລົງມາໃສ່ເວ
ລາພູໄຟ Ontake ລະເບີດ ໂດຍບໍ່ມີການເຕືອນ ໃຫ້ຊາບລ່ວງ
ໜ້າ.

ຝົນຕົກໜັກ ໃນວັນສຸກມື້ນີ້ ບັງຄັບໃຫ້ເຈົ້າໜ້າທີ່ ຕ້ອງໄດ້ໂຈະ
ການປະຕິບັດງານກູ້ໄພ ແລະພວກເຈົ້າໜ້າທີ່ເຕືອນວ່າ ລົມໄຕ້ຝຸ່ນທີ່ພວມຈະມາເຖິງ ອາດ ຈະເຮັດໃຫ້ການຊອກຄົ້ນຫາ ມີການຊັກຊ້າເພີ້ມຕື່ມ.

ໄຕ້ຝຸ່ນພັງພອນຊຶ່ງມີລົມແຮງເຖິງ 250 ກິໂລແມັດຕໍ່ຊົ່ວໂມງ ມີການພະຍາກອນວ່າ ຈະພັດ ຂຶ້ນຝັ່ງໃນເຂດດັ່ງກ່າວ ໃນວັນອາທິດຈະມານີ້.

ການປະຕິບັດງານຊອກຄົ້ນຫາຜູ້ເຄາະຮ້າຍ ໄດ້ມີການໂຈະມາແລ້ວຫຼາຍໆຄັ້ງ ຍ້ອນການ ລະເບີດ ແລະການສົ່ງແກັສພິດອອກມາ ຊຶ່ງຍັງມີຢູ່ຕໍ່ມາ ຈາກພູໄຟດັ່ງກ່າວ.

JAPAN VOLCANO VO
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG