ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນເຫັນວ່າການເຜີຍແຜ່ຄວາມຂີ້ຕົວະ ແລະ ຂໍ້ມູນທີ່ຜິດຂອງຜູ້ລົງເລືອກຕັ້ງໃນລັດ ອາຣິໂຊນາ ເປັນອັນຕະລາຍຕໍ່ປະເທດ


ປະຊາຊົນຖືບັດເລືອກຕັ້ງກ່ອນກຳນົດເຂົ້າໄປສະຖານທີ່ເລືອກຕັ້ງຢູ່ສູນ ມໍຣິສ ເຄ. ຢູດອລ ປະຈຳພາກພື້ນ (Morris K. Udall Regional Center) ໃນລະຫວ່າງການເລືອກຕັ້ງຂັ້ນຕົ້ນ, ເມືອງ ທູຊອນ, ລັດ ອາຣິໂຊນາ, 2 ສິງຫາ 2022.
ປະຊາຊົນຖືບັດເລືອກຕັ້ງກ່ອນກຳນົດເຂົ້າໄປສະຖານທີ່ເລືອກຕັ້ງຢູ່ສູນ ມໍຣິສ ເຄ. ຢູດອລ ປະຈຳພາກພື້ນ (Morris K. Udall Regional Center) ໃນລະຫວ່າງການເລືອກຕັ້ງຂັ້ນຕົ້ນ, ເມືອງ ທູຊອນ, ລັດ ອາຣິໂຊນາ, 2 ສິງຫາ 2022.

ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຢູ່ລັດ ອາ​ຣິ​ໂຊ​ນາ ໄດ້​ກາຍ​ເປັນ​ການ​ແຂ່ງ​ຂັນ​ທີ່​ມີ​ບັນ​ຫາອັນດຸ​ເດືອດ ​ຍ້ອນ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ຜູ້​ປົກ​ຄອງ​ລັດ​ສັງ​ກັດ​ພັກ​ຣີ​ພັບ​ ບ​ລີ​ກັນ​ໄດ້​ທຳ​ການກ່າວ​ອ້າງ​ທີ່​ບໍ່​ຖືກ​ຕ້ອງກ່ຽວ​ກັບການ​ສໍ້​ໂກງ​ການ​ເລືອກ​ຕັ້ງ​ປີ 2020.

ທ່ານ​ນາງ ແຄ​ຣີ ເລກ, ຜູ້​ທີ່​ຖືກ​ຮັບ​ຮອງ​ໂດຍ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ການ​ສຳ​ພາດ​ກັບ​ໂທ​ລະ​ພາບ CNN ເມື່ອ​ວັນ​ອາ​ທິດ​ທີ່​ຜ່ານ​ມາ ​ບໍ່​ໄດ້​ເວົ້າ​ວ່າ​ ລາວ​ຈະ​ຍອມ​ຮັບ​ການ​ຜ່າຍ​ແພ້​ຫຼືບໍ່ ຖ້າ​ຜົນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຊີ້​ໃຫ້​ເຫັນ​ວ່າ​ລາວ​ຜ່າຍ​ແພ້. ຄົນ​ລາວ​ທ່ານ​ນຶ່ງ​ໃນ​ລັດອາ​ຣິ​ໂຊ​ນາ ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ສຳ​ລັບ​ການ​ເລືອກ​ຕັ້ງ​ທີ່​ສຳ​ຄັນ​ນີ້​ວ່າ “ມັນ​ອັນ​ຕະ​ລາຍຫຼາຍ ​ຖ້າ​ມີ​ນັກ​ການ​ເມືອງ​ທີ່​ລົງ​ແຂ່ງ​ຂັນ​ເລືອກ​ຕັ້ງ​ແລ້ວ​ເຜີຍ​ແຜ່​ຄວາມ​ຂີ້​ຕົວະ, ບໍ່​ຍອມ​ຮັບ​ຜົນ​ຄະ​ແນນ​ການ​ເລືອກ​ຕັ້ງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ. ຄົນ​ປະ​ເພດນີ້ ​ມີ​ແຕ່​ຈະ​ສ້າງ​ຄວາມ​ວຸ້ນ​ວາຍ​ໃຫ້​ປະ​ເທດ. ເຮົາ​ບໍ່​ສົ່ງ​ເສີມ​ຄົນ​ທີ່​ເວົ້າ​ແຕ່​ທິດ​ສະ​ດີ​ຊວນ​ເຊື່ອ ​ທີ່ບໍ່​ມີ​ມູນ​ຄວາມ​ຈິງ. ເຮົາ​ຄິດ​ວ່າ​ນາງ ແຄ​ຣີ ເລກ ນີ້​ເປັນ​ຄົນ​ທີ່​ອັນ​ຕະ​ລາຍຫຼາຍ.”

ທ່ານ​ນາງ ເຄ​ທີ ຮອບ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ແມ່ນຄູ່​ແຂ່ງ​ຂອງ​ທ່ານ​ນາງ ແຄ​ຣີ ເລກ, ທ່ານ​ນາງ​ໄດ້​ໂຄ​ສະ​ນາ​ຫາ​ສຽງ​ເພື່ອ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ປົກ​ປ້ອງ​ຜູ້​ລອດ​ຊີ​ວິດ​ຈາກ​ການ​ຂົ່ມ​ເຫັງ​ທາ​ລຸນ​ຢູ່​ພາຍ​ໃນ​ຄອບ​ຄົວ, ຂະ​ຫຍາຍ​ປະ​ກັນ​ສຸ​ຂະ​ພາບ​ລາ​ຄາ​ຖືກ, ເບິ່ງ​ແຍງ​ຄົນ​ຊະ​ລາ ແລະ ອື່ນໆ.

ການ​ຢັ່ງ​ຫາ​ສຽງ​ໃນ​ປັດ​ຈຸ​ບັນ​ນີ້​ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງ ແຄ​ຣີ ເລກ ມີ​ຄະ​ແນນ​ນຳ​ໜ້າ​ທ່ານ​ນາງ ຮອບ ຢູ່ 11 ເປີ​ເຊັນ.

XS
SM
MD
LG