ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໘ ກັນຍາ ໒໐໒໔

​ປະ​ຊາ​ຊົນສະ​ແດງ​ປະ​ຕິ​ກິ​ລິ​ຍາ ຕໍ່​ການ​ພະ​ຍາ​ຍາມ​ລອບ​ສັງ​ຫານ​ທ່ານ ດໍ​ໂນ​ລ ທ​ຣຳ


​ສະ​ຖານ​ທີ່​ຈັດ​ການ​ຊຸມ​ນຸມ​ໂຄ​ສະ​ນາ​ຫາ​ສຽງ​ສຳ​ລັບ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜງ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍໂນ​ລ ທ​ຣຳ ເປົ່າ​ຫວ່າງ ຫຼັງ​ຈາກ​ການ​ພະ​ຍາ​ຍາມ​ລອບ​ສັງ​ຫານ​ທ່ານ ທ​ຣຳ, ເມືອງ ບັດ​ເລີ, ລັດ ເພັນ​ຊິ​ລ​ເວ​ເນຍ, 13 ກໍ​ລະ​ກົດ 2024.
​ສະ​ຖານ​ທີ່​ຈັດ​ການ​ຊຸມ​ນຸມ​ໂຄ​ສະ​ນາ​ຫາ​ສຽງ​ສຳ​ລັບ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜງ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍໂນ​ລ ທ​ຣຳ ເປົ່າ​ຫວ່າງ ຫຼັງ​ຈາກ​ການ​ພະ​ຍາ​ຍາມ​ລອບ​ສັງ​ຫານ​ທ່ານ ທ​ຣຳ, ເມືອງ ບັດ​ເລີ, ລັດ ເພັນ​ຊິ​ລ​ເວ​ເນຍ, 13 ກໍ​ລະ​ກົດ 2024.

ການ​ພະ​ຍາ​ຍາມ​ລອບ​ສັງ​ຫານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ສ້າງ​ຄວາມ​ຕົກ​ໃຈ​ໄປ​ທົ່ວ​ໂລກ ຈົນ​ກໍ່​ໃຫ້​ມີ​ການ​ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ຢ່າງຫຼວງຫຼາຍ​ຕໍ່​ເຫດ​ການ​ດັ່ງ​ກ່າວ. ເຊິ່ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທີ່​ດຳ​ລົງ​ຕຳ​ແໜ່ງ​ຢູ່​ໃນ​ປັດ​ຈຸ​ບັນ​ກໍ​ໄດ້​ອອກ​ມາ​ກ່າວ​ປະ​ນາມ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ບັນ​ດາ​ນັກ​ການ​ເມືອງ ໂດຍ​ສະ​ເພາະ​ແມ່ນ​ການ​ລອບ​ສັງ​ຫານ​ ທ່ານ ດໍ​ໂນ​ລ ທ​ຣຳ.

ທ່ານ ໄບ​ເດັນ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ວ່າ ຄວາມ​ຮຸນ​ແຮງ​ແມ່ນບໍ່​ມີ​ບ່ອນ​ຢູ່​ໃນ ສະ​ຫະ​ລັດ ອາ​ເມ​ຣິ​ກາ. ແລະ​ວ່າ​ເຖິງ​ແມ່ນ​ຈະ​ມີ​ການບໍ່​ເຫັນ​ພ້ອມ​ກັນ ກ່ຽວ​ກັບ ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພວກ​ເຮົາ​ແມ່ນ​ສັດ​ຕູ​ກັນ. ນອກ​ຈາກ​ນັ້ນ​ບັນ​ດາ​ຜູ້​ນຳ​ຢູ່​ຕ່າງ​ປະ​ເທດ ໂດຍ​ສະ​ເພາະ ອັງ​ກິດ, ຍີ່​ປຸ່ນ, ຣັດ​ເຊຍ ແລະ ອື່ນໆ​ກໍ​ໄດ້​ອອກ​ມາ​ປະ​ນາມ​ເຫດ​ການ​ດັ່ງ​ກ່າວ​ເຊັ່ນ​ກັນ.

ສ່ວນ​ຄົນ​ລາວ ອາ​ເມ​ຣິ​ກັນ ຜູ້​ທີ່​ມີ​ສິດ​ລົງ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ​ ສະ​ຫະ​ລັດ ນັ້ນ​ກ່າວ​ວ່າມັນ​ບໍ່​ຖືກ​ຕ້ອງ​ກັບ​ການ​ທີ່​ເຮົາ​ຈະລອບ​ສັງ​ຫານ ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຫຼື ນັກ​ການ​ເມືອງ​ທີ່​ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ເຫັນ​ພ້ອມ.

ແມ່​ຍິງ​ລາວ​ທີ່​ອາ​ໄສ​ຢູ່​ລັດ​ຄາ​ລິ​ຟໍ​ເນຍກ່າວ​ວ່າ “ບໍ່​ມີ​ໃຜ​ຄວນ​ທີ່​ວ່າ​ຈະ​ໄປ​ຍິງ​ອະ​ດີດ​ປະ​ທານ​ທິ​ບໍ​ດີ ບໍ່​ວ່າ​ເຂົາ​ເຈົ້າ​ຊິດີຫຼື​ຊົ່ວ​ແນວ​ໃດ​ກໍ​ຢ່າ. ບໍ່​ມີ​ໃຜ​ຄວນ​ທີ່​ຈະ​ໄປ​ຍິງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ການ​ເມືອງ. ຂ້າ​ພະ​ເຈົ້າ​ບໍ່​ເຫັນ​ພ້ອມ​ກັບ​ການ​ລອບ​ສັງ​ຫານ​ແມ່ນກ​ະ​ທັ້ງ​ວ່າ​ເຈົ້າ​ຈະ​ເປັນ​ຄົນ​ທີ່​ຂີ້​ຮ້າຍ​ທີ່​ສຸດ​ກໍ​ຕາມ ເຈົ້າ​ຄວນ​ທີ່​ຈະ​ເຄົາ​ລົບ​ເຂົາ​ເຈົ້າ​ຄື​ເກົ່າ. ຂ້າ​ພະ​ເຈົ້າ​ເຫັນ​ພ້ມ​ຖ້າ​ເຈົ້າ​ບໍ່​ມັກ​ຄົນ​ໃດ​ຄົນ​ນຶ່ງ ແລ້ວ​ເຈົ້າ​ຈະ​ໄປ​ຍິງ​ເຂົາ. ມັນ​ບໍ່​ຖືກ​ຕ້ອງ. ເຈົ້າ​ຕ້ອງ​ຄິດ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ຫຍັງ​ດີ ນັ້ນ​ກໍ​ແລ້ວ​ແຕ່​ເຂົາ​ເຈົ້າ. ເຈົ້າ​ຕ້ອງ​ຄິດ ກ່ຽວ​ກັບ ໂຕ​ຂອງ​ເຈົ້າ​ເອງ ແລະ ວິ​ທີ​ທີ່​ເຈົ້າ​ຈະ​ໃຊ້​ຊີ​ວິດ​ຂອງ​ເຈົ້າ. ແຕ່​ຂ້າ​ພະ​ເຈົ້າ​ບໍ່​ເຫັນ​ດີ​ກັບ​ການ​ໄປ​ຍິງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ກ່ອນ. ແລະ ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຫັນ​ແມ່ນ​ກະ​ທັ້ງ​ໃນ​ຍີ່​ປຸ່ນ ເຂົາ​ເຈົ້າ​ຍິງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລາວ​ກໍ​ໄດ້​ເສຍ​ຊີ​ວິດ. ມັນ​ຊົ່ວຫຼາຍ. ແຕ່​ຂ້າ​ພະ​ເຈົ້າ​ບໍ່​ເຫັນ​ດີ​ຍ້ອນ​ວ່າ​ເຈົ້າ​ບໍ່​ມັກ​ແນວ​ຄິດ​ທາງ​ການ​ເມືອງ​ຂອງ​ຄົນ​ຜູ້​ນຶ່ງ​ແລ້ວ​ເຈົ້າ​ຊິ​ໄປ​ລອບ​ສັງ​ຫານ​ເຂົາ​ເຈົ້າ.”

ການ​ພະ​ຍາ​ຍາມ​ລອບ​ສັງ​ຫານ​ທ່ານ ດໍ​ໂນລ ທ​ຣຳ ໄດ້​ຊີ້​ໃຫ້​ເຫັນ​ຈຸດ​ອ່ອນຫຼາຍ​ຢ່າງ​ຂອງ​ໜ່ວຍ​ຕຳຫຼວດ​ລັບ ແລະ ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ, ເຊິ່ງບໍ່​ໄດ້​ຄວບ​ຄຸມ​ພື້ນ​ທີ່​ຢ່າງ​ເຂັ້ມ​ງວດ ໂດຍ​ບໍ່​ໄດ້​ຄຸ້ມ​ກັນ​ຕຶກຫຼັກ​ນຶ່ງ​ທີ່​ມື​ປືນ​ໄດ້​ໃຊ້​ເພື່ອ​ປະ​ຕິ​ບັດ​ການ​ຍິງ​ໃສ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ. ຕຶກ​ດັ່ງ​ກ່າວ​ຕັ້ງ​ຫ່າງ​ຈາກ​ຈຸດ​ການ​ຊຸມ​ນຸມ​ໂຄ​ສະ​ນາ​ຫາ​ສຽງ​ພຽງ 150 ແມັດ, ເມື່ອ​ພິ​ຈາ​ລະ​ນາ​ໄລ​ຍະ​ຫ່າງ​ສຳ​ລັບ​ການ​ຍິງ​ປືນ ສ​ໄນ​ເປີ ແລ້ວແມ່ນບໍ່​ໄປ. ຫຼາຍ​ຄົນ​ເຫັນ​ວ່າ​ຖ້າ​ມື​ປືນ​ຄົນ​ດັງ​ກ່າວ​ຫາກ​ເປັນ​ນັກ​ແມ້ນ​ປືນ​ມື​ອາ​ຊີບ ທ່ານ ດໍ​ໂນ​ລ ທ​ຣຳ ອາດ​ຈະ​ເສຍ​ຊີ​ວິດ​ໄປ​ແລ້ວ.

ຄົນ​ລາວ​ຈາກ​ນະ​ຄອນຫຼວງວຽງ​ຈັນ ໄດ້​ກ່າວ​ເຖິງ​ເຫດ​ການນີ້​ຕໍ່​ພວກ​ເຮົາ​ວ່າ “ຄວາມ​ຮູ້​ສຶກ​ແລກແມ່​ນ​ຕົກ​ໃຈ​ໃດ. ​ຄິດ​ວ່າແມ່ນ​ຂ່າວ​ແທ້ຫຼືບໍ່ ເພາະ​ວ່າ​ມັນ​ຄື​ໜັງ​ເກີນ​ໄປ. ແຕ່​ວ່າ​ຕິດ​ຕາມ​ເບິ່ງຫຼັງ​ຈາກ​ນັ້ນ​ກະ​ແມ່ນ​ຂ່າວ​ແທ້​ອີຫຼີ. ຖ້າ​ເອົາ​ຕາມ​ຄວາມ​ຮູ້​ສຶກ​ຂອງ​ຜູ້​ກ່ຽວ​ລະ​ແມ່ນ​ຢາກ​ບອກວ່າ ທ​ຣຳ ນີ້​ຈະ​ເປັນ​ຜູ້​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ເລີຍ​ແຫຼະ. ເພາະ​ຫຍັງ? ບໍ່​ແມ່ນ​ວ່າ​ເກີດ​ເລື່ອງນີ້​ຂຶ້ນ​ແລ້ວ​ຈຶ່ງ​ມາ​ຕັດ​ສິນ​ໃດ ມາ​ຄຶດ​ວ່າ​ລາວ​ຈະ​ເປັນ​ຜູ້​ຊະ​ນະ ເບິ່ງ​ໄດ້​ຈາກ​ຕັ້ງ​ແຕ່​ໂຕ້​ວາ​ທີ​ກັນ​ຄັ້ງ​ແລ້ວນີ້​ເນາະ​ກັບ​ທ່ານ ໄບ​ເດັນ ຫັ້ນ. ທ່ານ​ໄບ​ເດັນ​ນີ້​ເບິ່ງ​ຄື​ຊິບໍ່​ໄຫວ​ລະ​ທາງ​ດ້ານ​ຮ່າງ​ກາຍ ແລະ ຈິດ​ໃຈ​ເອງ. ສ່ວນ ທ​ຣຳ ນີ້​ຍັງ​ມີ​ໄຟ ລະ​ກະ​ຍັງ​ມີ​ຄວາມ​ກະ​ຫາຍ​ເຕັມ​ປ່ຽມ​. ແລ້ວ​ໂດຍ​ສະ​ເພາະ​ເຫດ​ການ​ລອບ​ຍິງ​ໃນ​ຄັ້ງ​ນີ້​ເນາະ​ແຮງ​ເປັນ​ການ​ຢືນ​ຢັນ​ເລີຍ​ວ່າ ທ​ຣຳ ນີ້​ເປັນ​ເຕັມ​ນຶ່ງ​ອີຫຼີ​ທີ່​ຈະ​ໄດ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່. ຕອນ​ທີ່​ເບິ່ງ​ຮູບ​ວິ​ດີ​ໂອ​ຕອນ ທ​ຣຳ ຊູ​ກຳ​ປັ້ນ​ຂຶ້ນ ບອກ​ໄດ້​ເລີຍ​ວ່າ​ມັນ​ມີ​ຜົນ​ກະ​ທົບ. ແລະ​ທີ່​ສຳ​ຄັນ​ແມ່ນ​ສື່​ເຖິງ​ຕົວ​ຕົນ​ຂອງ​ລາວ​ໄດ້​ເປັນ​ຢ່າງ​ດີ​ເລີຍ​ແຫຼະ. ມາດ​ຕະ​ການ​ດ້ານ​ຄວາມ​ປອດ​ໄພ​ຍັງ​ບໍ່​ຄ່ອຍ​ຮັດ​ກຸມ​ພໍ​ປານ​ໃດ ເພາະ​ລອງ​ຄຶດ​ສະ​ພາບ​ວ່າ​ຜູ້​ກໍ່​ເຫດ​ເປັນ​ມື​ອາ​ຊີບຫຼາຍກວ່ານີ້​ແລະ​ກໍ​ບໍ່​ພາດນີ້​ແມ່ນ​ເຮົາ​ຄື​ຊິ​ໄດ້​ເຫັນ​ຂ່າວ​ເສົ້າ​ແລະ​ເຫັນ​ຂ່າວ​ທີ່​ສະ​ເທືອນ​ໃຈຫຼາຍ​ເລີຍ​ແຫຼະ.”

​ຫຼັງ​ຈາກ​ເຫດ​ການນີ້​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ກໍ​ໄດ້​ພາ​ກັນ​ຫວັງ​ວ່າ​ເຫດ​ການ​ແບບນີ້​ຈະ​ບໍ່​ເກີດ​ຂຶ້ນ​ອີກ​ໃນ​ອະ​ນາ​ຄົດ, ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ມີ​ຄວາມ​ແນ່​ໃຈ ຫຼື ຄິດ​ໃນ​ແງ່ບວກ ກ່ຽວ​ກັບ ມັນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG