ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວລາ​ວ-ອາ​ເມ​ຣິກັນ ຜູ້​ນຶ່ງ ກຽມ​ຕ້ອນ​ຮັບ​ປີໃໝ່ 2023 ດ້ວຍ​ການຫວນ​ຄືນ​ ເບິ່ງຄວາມສຸກ-​ທຸກ ໃນ​ປີ 2022 ທີ່​ກຳ​ລັງ​ຈະຜ່ານ​ໄປ


ປະ​ຊາ​ຊົນ​ເບິ່​ງ​ຈໍ​ຂະ​ໜາດ​ໃຫຍ່​ທີ່​ສະ​ແດງ​ໃຫ້​ເຫັນ​ໂຕ​ເລກ​ທີ່​ສູງສອງ​ແມັດ​ກວ່າ​ ສຳ​ລັບ​ປີ "2023", ໃນ​ຂະ​ນະ​ທີ່​ມັນ​ໄດ້​ມາ​ຮອດ​ ຢູ່​ໃນ​ການ​ສະ​ເຫຼີມ​ສະຫຼອງ​ຕ້ອນ​ຮັບ​ປີ​ໃໝ່​ຢູ່​ຈະ​ຕຸ​ລັດ Times Square ໃນ​ນະ​ຄອນ ນິວຢອກ, ວັນ​ທີ 20 ທັນ​ວາ 2022.
ປະ​ຊາ​ຊົນ​ເບິ່​ງ​ຈໍ​ຂະ​ໜາດ​ໃຫຍ່​ທີ່​ສະ​ແດງ​ໃຫ້​ເຫັນ​ໂຕ​ເລກ​ທີ່​ສູງສອງ​ແມັດ​ກວ່າ​ ສຳ​ລັບ​ປີ "2023", ໃນ​ຂະ​ນະ​ທີ່​ມັນ​ໄດ້​ມາ​ຮອດ​ ຢູ່​ໃນ​ການ​ສະ​ເຫຼີມ​ສະຫຼອງ​ຕ້ອນ​ຮັບ​ປີ​ໃໝ່​ຢູ່​ຈະ​ຕຸ​ລັດ Times Square ໃນ​ນະ​ຄອນ ນິວຢອກ, ວັນ​ທີ 20 ທັນ​ວາ 2022.

ປີ​ 2022 ໄດ້​ເປັນ​ປີ​ທີ່​ດີ​ຂຶ້ນ​ສຳ​ລັບ​ປະ​ຊາ​ຊົນ​ໃນ ສະ​ຫະ​ລັດ ແລະ ບ່ອນ​ອື່ນໆ​ໃນ​ທົ່ວ​ໂລກ, ຫຼັງ​ຈາກ​ໄດ້​ຜ່ານ​ຜ່າ​ອຸ​ປະ​ສັກ​ຂອງ​ໂຣກ​ລະ​ບາດ​ໂຄວິດ-19. ວຽກ​ງານ​ທີ່​ໄດ້​ຫາຍ​ໄປ​ໃນ​ລະ​ຫວ່າງ​ໂຣກ​ລະ​ບາດ​ແມ່ນ​ໄດ້​ກັບ​ຄືນ​ມາ ແລະ ປະ​ຊາ​ຊົນ​ກໍ່​ສາ​ມາດ​ເດີນ​ທາງ​ອອກ​ຈາກ​ບ້ານ​ຈາກ​ເຮອນ​ໄດ້​ສະ​ບາຍ​ເກືອບ​ເທົ່າ​ກັບ​ໄລ​ຍະ​ກ່ອນ​ໂຣກ​ລະ​ບາດ​ແລ້ວ.

ແມ່​ຍິງ​ລາວ​ຄົນ​ນຶ່ງ​ຈາກ​ນະ​ຄອນ ນິວຢອກ ໄດ້​ກ່າວກ່ຽວ​ກັບ​ ປະ​ສົບ​ການ​ທີ່​ລຳ​ບາກຂອງ​ລາວ​ໃນ​ປີ 2022 ​ຕໍ່​ພວກ​ເຮົາ​ວ່າ “ປີນີ້ຄອບ​ຄົວພວກ​ເອື້ອຍ​ກະ​ໄດ້​ຜ່ານ​ຜ່າ​ຄວາ​ມ​ທຸກ​ ແລະ ສຸກຫຼາຍ. ຕັ້ງ​ແຕ່​ຕົ້ນ​ປີ​ເລີຍ ໝົດ​ຄອບ​ຄົວ​ກໍ​ໄດ້​ຕິດ​ໂຄວິດ​ແຮງ, ຈົນ​ບໍ່​ຄິດ​ວ່າ​ຊິ​ລອດ​ມາ​ໄດ້. ແຕ່​ກ່ອນ​ໜ້າ​ນັ້ນ ​ຜົວ​ຂອງ​ເອື້ອຍ​ກະ​ເສຍ​ວຽກ​ຂອງ​ລາວ. ດຽວນີ້ຫຼາຍ​ຢ່າງ​ກໍ​ດີ​ຂຶ້ນ​ແລ້ວ, ຜົວ​ເອື້ອຍ​ກະໄດ້ວຽກ​ໃໝ່ ແລ້ວເອື້ອຍ​ເອງ​ກະ​ໄດ້​ເລື່ອນ​ຕຳ​ແໜ່ງ ​ຢູ່​ຫ້ອງ​ການ. ກະ​ຫວັງ​ວ່າ ​ສິ່ງບໍ່​ດີ​ໄດ້​ອອກ​ໄປ​ແລ້ວ ແລະ ປີ​ໃໝ່ 2023 ຈະ​ມີ​ແຕ່​ສິ່ງ​ດີໆ​ເຂົ້າ​ມາ.”

​ເສດ​ຖະ​ກິດ​ໄດ້​ມີ​ການ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ​ໃນ​ທົ່ວ​ໂລກ, ດ້ວຍ​ອັດ​ຕາ​ເງິນ​ເຟີ້​ແມ່ນ​ສູງກວ່າ​ທີ່​ເຄີຍ​ເຫັນ​ໃນ​ຮອບຫຼາຍ​ທົດ​ສະ​ວັດ, ເຊິ່ງ​ສາ​ເຫດ​ຕົ້ນ​ຕໍ​ຂອ​ງ​ບັນ​ຫາ​ດັ່ງ​ກ່າວ​ກໍ​ແມ່ນ​ຍ້ອນ​ໂຣ​ກ​ລະ​ບາດ ແລະ ສົງ​ຄາມ​ຂອງຣັດ​ເຊຍ ໃນ​ຢູ​ເຄ​ຣນ.

ລາຍ​ງານ​ຂອງວີ​ໂອ​ເອ​ເມື່ອ​ເດືອນ​ແລ້ວນີ້​ໄດ້​ກ່າວ​ວ່າ ວິ​ໄສ​ທັດ​ສຳ​ລັບ​ເສດ​ຖະ​ກິດ​ໂລກ​ໃນ​ປີ 2023 ແມ່ນບໍ່​ດີ. ຫົວ​ໜ້າ​ນັກ​ເສດ​ຖະ​ສາດ​ຂອງ​ອົງ​ການ​ເພື່ອ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ຫຼື OECD ໄດ້​ກ່າວ​ວ່າ “ປັດ​ຈຸ​ບັນ​ນີ້​ພວກ​ເຮົາ​ກຳ​ລັງ​ປະ​ເຊີ​ນ​ກັບ​ຄວາມ​ເປັນ​ໄປ​ໄດ້​ຂອງ​ເສດ​ຖະ​ກິດ​ທີ່​ຫຍຸ້ງ​ຍາກຫຼາຍ. ໃຈ​ກາງ​ຂອງ​ສະ​ຖາ​ນະ​ການ​ຂອງ​ເຮົາ​ບໍ່​ແມ່ນ​ການ​ຕົກ​ຕ່ຳ​ຂອງ​ເສດ​ຖະ​ກິດ​ໂລກ, ແຕ່ເປັ​ນ​ການ​ເຕີບ​ໂຕ​ທີ່​ຊັກ​ຊ້າຫຼາຍ​ສຳ​ລັບ​ເສດ​ຖະ​ກິດ​ໂລກ​ໃນ​ປີ 2023, ພ້ອມ​ກັບ​ອັດ​ຕາ​ເງິນ​ເຟີ້​ທີ່​ຍັງ​ສູງ​ຢູ່ໃນຫຼາຍ​ປະ​ເທດ.”

XS
SM
MD
LG