ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄົນອາຍຸ 75 ປີຂຶ້ນໄປ ແລະຜູ້ອອກແຮງງານທີ່ຈໍາເປັນ ແມ່ນຜູ້ທີ່ຈະໄດ້ຮັບການສັກຢາວັກຊີນ ກັນໂຄວິດ-19 ໃນຂັ້ນຕໍ່ໄປໃນ ສຫລ


ປ້າຍບອກທາງໄປຫາບ່ອນສັກຢາກັນພະຍາດໂຄວິດ-19 ຕາມການນັດໝາຍຢູ່ໂຮງໝໍ Edward Hospital ໃນເມືອງ Naperville, ລັດອີລິນອຍ, ວັນທີ 17 ທັນວາ, 2020
ປ້າຍບອກທາງໄປຫາບ່ອນສັກຢາກັນພະຍາດໂຄວິດ-19 ຕາມການນັດໝາຍຢູ່ໂຮງໝໍ Edward Hospital ໃນເມືອງ Naperville, ລັດອີລິນອຍ, ວັນທີ 17 ທັນວາ, 2020

ຄະນະກຳມະການຊ່ຽວຊານໄດ້ຈັດຜູ້ທີ່ມີອາຍຸ 75 ປີຂຶ້ນໄປ ແລະຜູ້ອອກແຮງງານທີ່ມີຄວາມຈຳເປັນ ເຊັ່ນ ເຈົ້າໜ້າທີ່ດັບເພີງ, ຄູອາຈານ ແລະ ພະນັກງານຮ້ານຂາຍເຄື່ອງກິນເຄື່ອງໃຊ້ທົ່ວໄປ ໃຫ້ເປັນກຸ່ມໄດ້ຮັບການສັກຢາປ້ອງກັນພະ ຍາດໂຄວິດ-19 ໃນຂັ້ນຕໍ່ໄປ ໃນຂະນະທີ່ການສັກຢາວັກຊີນຊຸດທີສອງໄດ້ເລີ່ມຕົ້ນຂຶ້ນ ຢູ່ໂຮງໝໍແຫ່ງຕ່າງໆ ໃນວັນອາທິດວານນີ້, ຊຶ່ງເປັນການເພີ້ມຂຶ້ນ ທີ່ມີຄວາມຕ້ອງການຫລາຍທີ່ສຸດໃນໄລຍະທີ່ປະເທດກໍາລັງຫາທາງຄວບຄຸມໂຣກລະ ບາດໃຫ້ໄດ້ຢູ່ນີ້, ອີງຕາມອົງການຂ່າວ ເອພີ (AP).

ຄວາມຄືບໜ້າດັ່ງກ່າວມີຂຶ້ນໃນຂະນະທີ່ປະເທດຊາດພະຍາຍາມເລັ່ງໂຄງການສັກຢາປ້ອງກັນທີ່ເລີ່ມຕົ້ນຂຶ້ນໃນອາທິດຜ່ານມາ ແລະມາຮອດປັດຈຸບັນໄດ້ສັກຢາເບື້ອງຕົ້ນໃຫ້ແກ່ຊາວອາເມຣິກັນໄດ້ປະມານ 556,000 ຄົນແລ້ວ, ອີງຕາມສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ.

ຢາວັກຊີນຈາກບໍລິສັດຟາຍເຊີ (Pfizer) ແລະບໍລິສັດໄບໂອເອັນເທັກ (BioNTech) ຂອງເຢຍຣະມັນ ຕະຫລອດທັງຢາຈາກບໍລິສັດໂມເດິນນາ (Moderna) ເຊິ່ງໄດ້ຮັບການອະນຸມັດ ຈາກຜູ້ອອກົດລະບຽບຄວບຄຸມຢາ ໃນອາທິດແລ້ວນີ້ ແມ່ນເອົາໄປສັກໃຫ້ພະນັກງານດູແລສຸຂະພາບແລະຜູ້ຢູ່ອາໄສຢູ່ໃນເຮືອນພັກ ທີ່ໃຫ້ການດູແລສຸຂະພາບເປັນໄລຍະຍາວ ກ່ອນໝູ່ໝົດ ໂດຍອີງຕາມຄຳແນະນຳຂອງຄະນະທີ່ປຶກສາ ກ່ຽວກັບການປະຕິບັດການສັກຢາກັນພະ ຍາດ.

ຄະນະກຳມະການໄດ້ລົງຄະແນນສຽງ 13 ຕໍ່ 1 ໃນວັນອາທິດວານນີ້ ເພື່ອຈັດໃຫ້ປະຊາຊົນອາຍຸ 75 ປີຂຶ້ນ ໄປພ້ອມທັງພະນັກງານຢູ່ແຖວໜ້າ ກຸ່ມໃດນຶ່ງເຂົ້າມາເປັນພວກຄົນຕໍ່ໄປທີ່ຈະໄດ້ຮັບຢາວັກຊີນ.

ພະນັກງານທີ່ມີຄວາມຈຳເປັນເຫຼົ່ານັ້ນປະກອບມີເຈົ້າໜ້າທີ່ດັບເພີງ ແລະເຈົ້າໜ້າທີ່ຕຳຫຼວດ; ນາຍຄູ ແລະພະນັກງານໃນໂຮງຮຽນ; ພະນັກງານຜະລິດອາຫານ ແລະເຮັດວຽກກະສິກຳ; ພະນັກງານຜະລິດສິນຄ້າ; ພະນັກງານເຮັດວຽກຢູ່ໃນຄ້າຍຄຸມຂັງ; ພະນັກງານບໍລິການທາງໄປສະນີຂອງສະຫະລັດ; ພະນັກງານຂົນສົ່ງໂດຍສານ ແລະຂາຍເຄື່ອງໃນຮ້ານຂາຍເຄື່ອງກິນເຄື່ອງໃຊ້ຕ່າງໆ.

ຄະນະກຳມະການຍັງໄດ້ລົງຄະແນນສຽງວ່າ ຫຼັງຈາກກຸ່ມເຫຼົ່ານັ້ນແລ້ວ ຄວນຈະເປັນພວກອອກແຮງງານທີ່ຈຳເປັນກຸ່ມອື່ນໆ; ຄົນອາຍຸ 65 ຫາ 74 ປີ; ແລະຜູ້ທີ່ມີອາຍຸ 16 ຫາ 64 ປີ ທີ່ມີບັນຫາທາງສຸຂະພາບບາງຢ່າງ - ເຊັ່ນໂຣກອ້ວນພີເກີນໄປແລະໂຣກມະເຮັງ - ເຊິ່ງເຮັດໃຫ້ພວກເຂົາເຈົ້າມີຄວາມສ່ຽງສູງກວ່າ ຕໍ່ການເປັນພະຍາດຮ້າຍແຮງຖ້າພວກເຂົາເຈົ້າຫາຕິດເປັນພະຍາດໂຄວິດ-19.

ຄຳແນະນຳຂອງຄະນະກໍາມະການຜູ້ຊ່ຽວຊານຖັດໄປ ແມ່ນຜູ້ອຳນວຍການສູນກາງຄວບຄຸມແລະປ້ອງກັນພະຍາດ ຫລື CDC ແລະໃຫ້ບັນດາລັດຕ່າງໆ ຕາມຄຳແນະນຳໃນການຈັດໂຄງການສັກຢາກັນພະຍາດນໍາກັນ. ຜູ້ອຳນວຍການ CDC ເກືອບວ່າຈະເຫັນດີຕາມຄຳແນະນຳຂອງຄະນະ ກຳມະການໝົດ. ບໍ່ວ່າ CDC ຈະເວົ້າຫຍັງກໍ່ຕາມ, ມັນກໍຈະມີຄວາມຄິດເຫັນທີ່ແຕກຕ່າງກັນໄປໃນແຕ່ລະລັດ, ເພາະວ່າພະແນກສາທາລະນະສຸກທີ່ແຕກຕ່າງກັນ ແມ່ນມີຄວາມຄິດທີ່ແຕກຕ່າງກັນກ່ຽວກັບຜູ້ໃດຄວນຈະຢູ່ຖັດກັບພວກຢູ່ແຖວໜ້ານັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG