ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ ລາວ ບໍ່​ເຫັນ​ດີ​ກັບ ໂຄງ​ການ ​ເມືອງ​ໃໝ່​ທັນ​ສະ​ໄໝ ແລະ ການ​ສ້າງ​ເຂື່ອນ ​ໃນ​ແຂວງ​ອຸ​ດົມ​ໄຊ ແລະ ຊຽງ​ຂວາງ


ພາບ​ຕົວ​ເມືອງ​ແຂວງ​ ອຸ​ດົມ​ໄຊ.
ພາບ​ຕົວ​ເມືອງ​ແຂວງ​ ອຸ​ດົມ​ໄຊ.

ປະ​ຊາ​ຊົນ ລາວ ບໍ່​ເຫັນ​ດີ​ກັບ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ບໍ​ລິ​ສັດ​ເອ​ກະ​ຊົນ ໄທ ໃນ​ການ​ພັດ​ທະ​ນາ​ເມືອງ​ໃໝ່​ທັນ​ສະ​ໄໝ​ໃນ​ແຂວງ​ອຸ​ດົມ​ໄຊ ແລະ ໂຄງ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ໃນ​ແຂວງ ຊຽງ​ຂວາງ.


ທ່ານ​ນາງ ຄຳ​ຈັນ ພົມ​ແສງ​ສະ​ຫວັນ ຮອງ​ປະ​ທານ​ສູງ​ກາງ​ແນວ​ລາວ​ສ້າງ​ຊ​າດ ເປີດ​ເຜີຍ​ວ່າ​ປະ​ຊາ​ຊົນ ບໍ່​ເຫັນ​ດີ​ກັບ​ການ​ໃຫ້​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ກຸ່ມ​ບໍ​ລິ​ສັດ AMATA ຈຳ​ກັດ ຈາກ​ ໄທ ທີ່​ຈະ​ລົງ​ທຶນ​ພັດ​ທະ​ນາ​ເມືອງ​ໃໝ່​ທັນ​ສະ​ໄໝ ແລະ ເຂດ​ການ​ຜະ​ລິດ​ສິນ​ຄ້າ​ກະ​ສິ​ກຳ​ປອດ​ສານ​ພິດ​ທີ່​ເຊື່ອມ​ຕໍ່​ກັບ​ໂຄງ​ການ​ກໍ່​ສ້າງ​ທາ​ງ​ລົດ​ໄຟ ລາວ-ຈີນ ຢູ່​ໃນ​ແຂວງ​ອຸ​ດົມ​ໄຊ ແລະ ແຂວງຫຼວງ​ນ້ຳ​ທາ ເພາະ​ເຊື່ອ​ວ່າ​ໂຄງ​ການ​ດັ່ງ​ກ່າວນີ້​ ຈະ​ສົ່ງ​ຜົນ​ກະ​ທົບ​ຢ່າງກວ້າງ​ຂວາງ ​ຊຶ່ງ​ກໍ​ເຊັ່ນ​ກັນ​ກັບ​ໂຄງ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ໂມ 2 ຢູ່​ແຂວງ​ຊຽງ​ຂວາງ ເນື່ອງ​ຈາກວ່າ ບໍ່​ໝັ້ນ​ໃຈ​ໃນ​ມາດ​ຕະ​ຖານ​ການ​ກໍ່​ສ້າງ ຈຶ່ງ​ຢ້ານ​ກົວ​ວ່າ ​ຈະ​ກະ​ທົບ​ຕໍ່​ຊີ​ວິດ ແລະຊັບ​ສິນ​ໄດ້​ ຄື​ກັບ​ທີ່​ເກີດ​ຈາກ​ກໍ​ລະ​ນີ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ​ ໃນ​ປີ 2018 ດ້ວຍ​ເຫດນີ້ ປະ​ຊາ​ຊົນລາວ ທີ່​ຢູ່​ໃນ​ເຂດ​ພັດ​ທະ​ນາ​ດັ່ງ​ກ່າວ ຈຶ່ງ​ໄດ້​ຮຽກ​ຮ້ອງ ​ໃຫ້​ດຳ​ເນີນ​ມາດ​ຕະ​ການກວດ​ກາ ​ຢ່າງ​ຮອບ​ຄອບ ​ກ່ອນ​ທີ່​ຈະ​ມີ​ການ​ອະ​ນຸ​ຍາດ​ໃຫ້​ສຳ​ປະ​ທານ​ໂຄງ​ການ ດັ່ງ​ທີ່​ທ່ານ​ນາງ ຄຳ​ຈັນ ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ

"ປະ​ຊາ​ຊົນ​ບໍ່​ເຫັນ​ດີ​ຕໍ່​ໂຄງ​ການ​ກໍ່​ສ້າງ​ເຂື່ອ​ນ​ນ້ຳ​ໂມ 2 ຢູ່​ແຂວງ​ຊຽງ​ຂວາງ ໂຄງ​ການ​ກໍ່​ສ້າງ​ເມືອງ AMATA ຢູ່​ແຂວງ​ອຸ​ດົມ​ໄຊ ດ້ວຍຫຼາຍ​ເຫດ​ຜົນ ​ຂໍ​ສະ​ເໜີ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ​ມີ​ການ​ຊີ້​ແຈງ ອະ​ທິ​ບາຍ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ເຂົ້າ​ໃຈ ​ຕໍ່​ໂຄງ​ການ​ດັ່ງ​ກ່າວ ຂໍ​ໃຫ້​ເອົາ​ໃຈ​ໃສ່​ຢ່າງ​ຈົດ​ຈໍ່​ ຕໍ່​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພະ​ນັກ​ງານ ​ທີ່​ເຮັດ​ໜ້າ​ທີ່ກວດ​ກາ​ດ້ານ​ວິ​ຊາ​ການ, ເທັກ​ນິກ, ຄຸ​ນ​ນະ​ພາບ ແລະ ອື່ນໆ ​ຕໍ່​ໂຄງ​ການ​ທີ່​ໄດ້​ອະ​ນຸ​ມັດ ແລະ ກຳ​ລັງ​ດຳ​ເນີນ​ການ​ກໍ່​ສ້າງ​ໃນ​ປັດ​ຈຸ​ບັນ."

ທັງ​ນີ້​ກຸ່ມ​ບໍ​ລິ​ສັດ AMATA ເປັນ​ບໍ​ລິ​ສັດ​ເອ​ກະ​ຊົນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ເປັນ​ຢ່າງ​ດີ​ ໃນ​ການ​ລົງ​ທຶນ​ພັດ​ທະ​ນາ​ນິ​ຄົມ​ອຸດ​ສາ​ຫະ​ກຳ​ທັງ​ໃນ​ຫວຽດ​ນາມ, ໄທ ແລະ ມຽນ​ມາ ຈຶ່ງ​ເຮັດ​ໃຫ້​ລັດ​ຖະ​ບານ ລາວ ເຊື່ອ​ໝັ້ນ​ວ່າ​ ຈະ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ລົງ​ທຶນ​ພັດ​ທະ​ນາ​ເມືອງ​ໃໝ່​ທັນ​ສະ​ໄໝ ແລະ ເຂດ​ການ​ຜະ​ລິດ​ສິນ​ຄ້າ​ກະ​ສິ​ກຳ​ປອດ​ສານ​ພິດໃນ ລາວ ດ້ວຍ​ເຊັ່ນ​ກັນ ແຕ່​ເນື່ອງ​ຈາກ​ເປັນ​ການ​ລົງ​ທຶນ​ຂະ​ໜາດ​ໃຫຍ່ ​ທີ່​ໄດ້​ຂໍ​ສິດ​ທິ​ພິ​ເສດ ກ່ຽວ​ກັບການ​ສົ່ງ​ເສີມ​ການ​ລົງ​ທຶນ​ຈາກ​ລັດ​ຖະ​ບານ ລາວ ແລະຈະ​ຕ້ອງ​ນຳ​ໃຊ້​ທີ່​ດິນ​ຢ່າງກວ້າງ​ຂວາງ​ດ້ວຍ​ນັ້ນ ປະ​ຊາ​ຊົນ​ໃນ​ແຂວງ​ອຸ​ດົມ​ໄຊ ຈຶ່ງ​ໄດ້​ຮຽກ​ຮ້ອງ​ຂໍ​ໃຫ້​ລັດ​ຖະ​ບານລາວ ພິ​ຈາ​ລະ​ນາ​ທົບ​ທວນ​ຢ່າງ​ຮອບ​ດ້ານ ໂດຍ​ສະ​ເພາະ​ແມ່ນ​ການ​ເຈ​ລະ​ຈາ​ກັບ ​ກຸ່ມ​ບໍ​ລິ​ສັດ AMATA ກ່ຽວ​ກັບ ການ​ຊົດ​ເຊີຍ​ຢ່າງ​ຍຸ​ຕິ​ທຳ ສຳ​ລັບ​ທີ່​ດິນ ແລະສິ່ງ​ປູກ​ສ້າງ​ຂອງ​ປະ​ຊາ​ຊົນ ​ທີ່​ຈະ​ຖືກ​ເວນ​ຄືນ​ນັ້ນ.

ໂຄງ​ການ​ດັ່ງ​ກ່າວ​ນີ້​ເປັນ​ການ​ລົງ​ທຶນ​ຂະ​ໜາດ​ໃຫຍ່​ທີ່​ທາງ​ການ​ເຂດ​ອຸ​ດົມ​ໄຊ ໄດ້​ຕົກ​ລົງ​ອະ​ນຸ​ຍາດ​ການ​ລົງ​ທຶນ ເມື່ອບໍ່​ນານ​ມາ​ນີ້ ໂດຍ​ມີ​ເປົ້າ​ໝາຍ​ເພື່ອ​ດຳ​ເນີນ​ການ​ພັດ​ທະ​ນາ​ເມືອງ​ໃໝ່​ ທີ່​ທັນ​ສະ​ໄໝ ແລະ ເຂດ​ກະ​ສິ​ກຳ​ປອດ​ສານ​ພິດ ຢູ່​ຕາມ​ແລວ​ທາງ​ລົດ​ໄຟ ລາວ-ຈີນ ໃນ​ແຂວງ​ອຸ​ດົມ​ໄຊ ທີ່​ມີ​ໄລ​ຍະ​ທາງ​ຍາວ​ກວ່າ 126 ກິ​ໂລ​ແມັດ ທີ່​ແນ​ໃສ່​ການ​ພັດ​ທະ​ນາ​ແຂວງ​ອຸ​ດົມ​ໄຊ​ໃຫ້​ເປັນ​ສູນ​ກາງ​ການ​ພັດ​ທະ​ນາ​ທາງ​ເສດ​ຖະ​ກິດ, ການ​ຄ້າ, ການ​ບໍ​ລິ​ການ ແລະ ທ່ອງ​ທ່ຽວ​ໃນ​ພາກ​ເໜືອ​ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ​ໂດຍ​ໃນ​ນີ້​ກໍ​ຍັງ​ລວມ​ເຖິງ ​ເຂດ​ທີ່​ຕໍ່​ເນື່ອງ​ກັບ​ສະ​ຖາ​ນີ​ລົດ​ໄຟ ລາວ-ຈີນ ທີ່ບໍ່​ເຕັນ ໃນ​ແຂວງຫຼວງ​ນ້ຳ​ທາ​ດ້ວຍ.

ສ່ວນ​ສັນ​ຍາ​ຂອງ​ກຸ່ມ​ບໍ​ລິ​ສັດ AMATA ນັ້ນ​ຈະ​ເປັນ​ການ​ພັດ​ທະ​ນາ​ຕົວ​ເມືອງ​ທັນ​ສະ​ໄໝ ແລະ ເຂດ​ພັດ​ທະ​ນາ​ກະ​ສິ​ກຳ​ສະ​ອາດ​ທີ່​ມີ​ພື້ນ​ທີ່​ສຳ​ປະ​ທານກວ່າ 5,000 ເຮັກ​ຕາ ນອກ​ຈາກນີ້​ກໍ​ຍັງ​ມີ​ບໍ​ລິ​ສັດ ຈີນ ອີກ​ເຖິງ 10 ລາຍ ​ທີ່​ໄດ້​ເຊັນ​ບັນ​ທຶນ​ຄວາມ​ເຂົ້າ​ໃຈ​ຮ່ວມ ກ່ຽວ​ກັບ ການ​ລົງ​ທຶນ​ພັດ​ທະ​ນາ​ສະ​ຖານ​ທີ່​ທ່ອງ​ທ່ຽວ, ໂຮງ​ແຮມ, ບ້ານ​ພັກ, ຮ້ານ​ອາ​ຫານ, ໂຮງ​ໝໍ, ສະ​ຖານ​ບັນ​ເທີງ ແລະ ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຕ່າງໆ​ຢ່າງ​ຄົບ​ຊຸດ ທັງ​ຍັງ​ຄາດ​ວ່າ​ ຈະ​ມີ​ການ​ລົງ​ທຶນ​ຈາກ ຈີນ ແລະ ໄທ ເພີ່ມ​ຂຶ້ນ​ນັບ​ມື້.

ພ້ອມ​ກັນ​ນີ້ ກຸ່ມ​ບໍ​ລິ​ສັດ​ດອກ​ງິ້ວ​ຄຳ​ຈາກ ຈີນ ຊຶ່ງ​ໃນ​ປັດ​ຈຸ​ບັນ​ເປັນ​ເຈົ້າ​ຂອງ​ສຳ​ປະ​ທານ​ໃນ​ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມຫຼ່ຽມ​ຄຳ ຢູ່​ທີ່​ເມືອງ​ຕົ້ນ​ເຜິ້ງ ແຂວງບໍ່​ແກ້ວ ຍັງ​ໄດ້​ຮັບ​ອະ​ນຸ​ຍາດ​ສຳ​ປະ​ທານ​ຈາກ​ທາງ​ການ​ແຂວງ​ອຸ​ດົມ​ໄຊ ເພື່ອ​ໃຫ້​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ໃໝ່​ທີ່​ຕໍ່​ເນື່ອງ​ກັບ​ສະ​ຖາ​ນີ​ລົດ​ໄຟ​ໃນ​ເຂດ​ແຂວງ​ອຸ​ດົມ​ໄຊ ທີ່​ມີ 9 ສະ​ຖາ​ນີ​ດ້ວຍ​ກັນ ສ່ວນ​ສັນ​ຍາ​ຂອງ​ບໍ​ລິ​ສັດ​ບໍ່​ເຕັນ​ແດນ​ຄຳ​ນັ້ນ ກໍ​ຈະ​ເປັນ​ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ທີ່​ພູຫຼັກ​ຄຳ​ໃນ​ເຂດ​ເມືອງ​ນາ​ໝໍ້ ແລະ ການ​ພັດ​ທະ​ນາ​ຕົວ​ເມືອງ​ໃໝ່​ທີ່​ເຂດ​ອ່າງ​ນ້ຳ​ຫີນ​ຢູ່​ເຂດ​ເມືອງ​ໄຊ ມີ​ພື້ນ​ທີ່​ສຳ​ປະ​ທານ​ລວມ​ກວ້າງ​ຂວາງ 3,000 ເຮັກ​ຕາ.

XS
SM
MD
LG