ຕຳຫຼວດປາກິສຖານ ກ່າວວ່າ ການໂຈມຕີດ້ວຍປືນ ແລະ
ລະເບີດສະລະຊີບ ໃນວັນຈັນມື້ນີ້ ຕໍ່ສານແຫ່ງນຶ່ງ ຢູ່ໃນ
ນະຄອນຫຼວງ ໄດ້ສັງຫານປະຊາຊົນ 11 ຄົນ ຮວມທັງ
ຜູ້ພິພາກສາ 2 ທ່ານ ແລະທະນາຍຄວາມ ຈຳນວນນຶ່ງ.
ຕຳຫຼວດກ່າວວ່າ 25 ຄົນ ສ່ວນຫຼາຍເປັນພວກທະນາຍ
ຄວາມທີ່ຍັງໝຸ່ມ ໄດ້ຮັບບາດເຈັບໃນການໂຈມຕີໃນວັນ
ຈັນມື້ນີ້ ໃນກຸງອິສລາມາບັດ ແລະເອີ້ນການໂຈມຕີດັ່ງ
ກ່າວວ່າ ເປັນ “ການໂຈມຕີແບບກໍ່ການຮ້າຍທີ່ມີການປະ
ສານງານກັນຢ່າງດີ.” ໃນເບື້ອງຕົ້ນ ຕຳຫຼວດເວົ້າວ່າ ມີ
ປະຊາຊົນ 35 ຄົນໄດ້ຮັບບາດເຈັບ.
ພວກສະມາຄົມທະນາຍຄວາມໄດ້ປະກາດນັດຢຸດງານທົ່ວປະເທດ ເພື່ອທຳການປະທ້ວງຕໍ່ຄວາມຮຸນແຮງທີ່ເກີດຂຶ້ນໃນສານນັ້ນ.
ຕຳຫຼວດກ່າວວ່າ ການສືບສວນສອບສວນໃນເບື້ອງຕົ້ນ ຊີ້ແນະວ່າ ຢ່າງໜ້ອຍມີຊາຍ
2 ຄົນ ແກ່ວງລະເບີດມືຫຼາຍລູກເຂົ້າໃສ່ຝູງຊົນຢູ່ໃນສານ ແລ້ວກໍເປີດສາກຍິງປືນສາດເຂົ້າໃສ່ ກ່ອນຈະບີບຂະນວນລະເບີດຂ້າຕົວເອງຕາຍ.
ໃນຂະນະດຽວກັນ ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານ ລະເບີດໄດ້ສັງຫານທະຫານ 2 ຄົນ ແລະເຮັດໃຫ້ບາດເຈັບ 4 ຄົນໃນເຂດ Sadokhel ໃນຂົງເຂດຊົນເຜົ່າ Khyber ທີ່ເປັນເຂດວຸ້ນວາຍນັ້ນ. ເວລານີ້ ຍັງບໍ່ທັນມີຜູ້ໃດອ້າງເອົາຄວາມຮັບຜິດຊອບໃນການໂຈມຕີ ທັງສອງບັ້ນນີ້.
ຫວ່າງ 2 ມື້ຜ່ານມານີ້ ກຸ່ມຕາລີບັນໃນປາກິສຖານ ປະກາດວ່າ ຕົນຈະປະຕິບັດການ
ຢຸດຍິງເປັນເວລານຶ່ງເດືອນ ເພື່ອອໍານວຍໃຫ້ການເຈລະຈາສັນຕິພາບ ກັບຝ່າຍລັດຖະ
ບານຄືບໜ້າຕໍ່ໄປ.
ຄວາມວຸ້ນວາຍດັ່ງກ່າວ ມີຂຶ້ນໃນເວລາພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກລັດຖະບານປາ
ກິສຖານປະກາດວ່າ ຕົນໄດ້ຢຸດທຳການຖິ້ມລະເບີດທາງອາກາດ ຕໍ່ບ່ອນທີ່ສົງໄສວ່າ ເປັນ ບ່ອນລີ້ຊ່ອນຂອງພວກນັກຕໍ່ສູ້ຫົວຮຸນແຮງຈັດ ໃນພາກຕາເວັນຕົກສຽງເໜືອ
ຂອງປະເທດແລ້ວ ໃນການຕອບສະໜອງຕໍ່ຄຳປະກາດຢຸດຍິງແຕ່ຝ່າຍດຽວຂອງກຸ່ມ Tehrik-e-Taliban ຫຼື TTP ໃນປາກິສຖານນັ້ນ.
ກຸ່ມ TTP ທີ່ນອກກົດໝາຍ ເປັນອົງກອນພັນທະມິດແບບຫລົມໆຂອງກຸ່ມອິສລາມ
ນ້ອຍໆຫຼາຍກຸ່ມ ທີ່ກຳລັງທຳການກະບົດຢ່າງນອງເລືອດໃນປາກິສຖານ ທີ່ໄດ້ເຂັ່ນ
ຂ້າປະຊາຊົນໄປແລ້ວຫຼາຍພັນຄົນ.