ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

4 ຄົນ ເສຍຊີວິດ, ອີກຫຼາຍສິບຄົນ ໄດ້ຮັບບາດເຈັບ ໃນປະເທດເປຣູ ຫຼັງຈາກ ລົດເມ ແລະ ລົດໄຟ ຕຳກັນ


ໃນພາບນີ້ ສະໜອງໂດຍ ຕຳຫຼວດທາງຫຼວງຂອງເປຣູ, ສະແດງໃຫ້ເຫັນພວກພະນັກງານກູ້ໄພ ກຳລັງຊ່ວຍເຫຼືອຄົນຢູ່ໃນລົດເມ ທີ່ຕຳກັບລົດໄຟຂົນສົ່ງ ໃນເມືອງ ລາ ໂອໂຣຢາ ຂອງເປຣູ, ວັນທີ 26 ພຶດສະພາ 2024.
ໃນພາບນີ້ ສະໜອງໂດຍ ຕຳຫຼວດທາງຫຼວງຂອງເປຣູ, ສະແດງໃຫ້ເຫັນພວກພະນັກງານກູ້ໄພ ກຳລັງຊ່ວຍເຫຼືອຄົນຢູ່ໃນລົດເມ ທີ່ຕຳກັບລົດໄຟຂົນສົ່ງ ໃນເມືອງ ລາ ໂອໂຣຢາ ຂອງເປຣູ, ວັນທີ 26 ພຶດສະພາ 2024.

ເຈົ້າໜ້າທີ່ຕຳຫຼວດໃນປະເທດ ເປຣູ ກ່າວວ່າ ສີ່ຄົນໄດ້ເສຍຊີວິດ ແລະອີກຫຼາຍກວ່າ 30 ຄົນໄດ້ຮັບບາດເຈັບ ຫຼັງຈາກທີ່ລົດເມໂດຍສານ ແລະລົດໄຟບັນທຸກສິນຄ້າໄດ້ຕຳກັນ ອີງຕາມລາຍງານຂອງອົງການຂ່າວເອພີ.

ຕຳຫຼວດແຫ່ງຊາດຂອງປະເທດດັ່ງກ່າວ ເວົ້າວ່າ ອຸບັດຕິເຫດດັ່ງກ່າວ ໄດ້ເກີດຂຶ້ນຫຼັງຈາກເວລາ 4 ໂມງເຊົ້າຂອງວັນອາທິດວານນີ້ ໃນເມືອງ ລາ ໂອໂຣຢາ ຢູ່ພາກກາງຂອງ ເປຣູ. ເຊິ່ງຢູ່ປະມານ 177 ກິໂລແມັດ ທາງກ້ຳຕາເວັນອອກຂອງນະຄອນຫຼວງ ລີມາ.

ກະຊວງຄົມມະນາຄົມ ແລະຂົນສົ່ງ ກ່າວໃນຖະແຫລງການວ່າ ສາເຫດຂອງອຸບັດຕິເຫດແມ່ນກຳລັງຢູ່ໃນການສືບສວນສອບສວນ.

ກະຊວງນີ້ ກ່າວອີກວ່າ ພວກຜູ້ເຄາະຮ້າຍທັງໝົດ ໄດ້ຖືກນຳສົ່ງໄປໂຮງໝໍທີ່ຢູ່ໃກ້ຄຽງ.

ສ່ວນລົດເມ ໄດ້ແລ່ນອອກມາຈາກນະຄອນຫຼວງລີມາ ແລະໄດ້ມຸ້ງໜ້າໄປຍັງເມືອງ ຮວນຄາໂຢ.

Police in Peru say four people are dead and more than 30 are injured after a passenger bus and a cargo train collided.

The country’s national police said the crash happened after 4 a.m. Sunday in the district of La Oroya in central Peru. That's about 110 miles (177 kilometers) east of the capital, Lima.

The Ministry of Transportation and Communications in a statement said the cause of the crash is being investigated.

The ministry said all victims were taken to a nearby hospital. The bus had departed Lima and was headed to the city of Huancayo.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG