ສືບເນື່ອງຈາກການທີ່ ທ່ານ ສົມກົດ ມັງໜໍ່ເມກ, ເລຂາພັກ ແລະເຈົ້າແຂວງ ແຂວງຊຽງ
ຂວາງ ໄດ້ຖະແຫຼງຍອມຮັບກ່ອນໜ້ານີ້ວ່າ ໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຈາກປະລິມານ
ນໍ້າຝົນທີ່ຕົກລົງມາຢ່າງຫຼວງຫຼາຍ ແລະກາຍເປັນນໍ້າປ່າ ໄຫຼລົງຈາກພື້ນທີ່ສູງເຂົ້າຖ້ວມ
ເຮືອນຊານ ແລະພື້ນທີ່ການກະເສດຂອງປະຊາຊົນຢ່າງກ້ວາງຂວາງ ແລະໄດ້ທໍາລາຍ ໂຄງສ້າງພື້ນຖານຕ່າງໆໄປຢ່າງຫຼວງຫຼາຍ ໃນທ້າຍອາທິດທີ່ແລ້ວເປັນຕົ້ນມາ ໄດ້ເຮັດ
ໃຫ້ເກີດຄວາມເສຍຫາຍພາຍໃນແຂວງຊຽງຂວາງໄປແລ້ວເຖິງ 200 ຕື້ກີບ ຫຼື ປະມານ
25 ລ້ານໂດລານັ້ນ ຫາກແຕ່ຈາກຜົນການສໍາຫຼວດຫລ້າສຸດກັບພົບວ່າ ຄວາມເສຍຫາຍ
ທີ່ເກີດຂຶ້ນຈາກໄພນໍ້າຖ້ວມຄັ້ງນີ້ມີມູນຄ່າເກີນ 400 ຕື້ກີບ ຫຼື ຫຼາຍກ່ວາ 50 ລ້ານໂດລາ
ແລ້ວໃນຂະນະນີ້.
ຈາກການສໍາຫຼວດດັ່ງກ່າວ ຍັງພົບອີກດ້ວຍ
ວ່າເຂດທີ່ໄດ້ຮັບຄວາມເສຍຫາຍທີ່ສຸດນັ້ນ
ກໍຄືເມືອງທ່າໂທມ, ຕໍ່ມາແມ່ນເມືອງໝອກ,
ເມືອງຄຳ, ເມືອງຄູນ, ເມືອງແປກ, ເມືອງ
ໜອງແຮດ ແລະເມືອງຜາໄຊ ຕາມລໍາດັບ
ແລະປາກົດອີກດ້ວຍວ່າ ມີປະຊາຊົນນັບ
ແສນຄົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ
ຄັ້ງນີ້.
ນອກຈາກນີ້ ກໍມີລາຍງານການເສຍຊີວິດຂອງປະຊາຊົນໃນແຂວງຊຽງຂວາງ ເພີ່ມຂຶ້ນຈາກ
7 ຄົນເປັນ 8 ຄົນ ແລະຍັງມີການສູນຫາຍອີກຈຳນວນນຶ່ງ ທີ່ຍັງບໍ່ທັນສາມາດເກັບກຳຂໍ້ມູນ
ໄດ້ຢ່າງຄັກແນ່ ເນື່ອງຈາກວ່າຫົນທາງຖືກຕັດຂາດ, ລະບົບສາຍສົ່ງກະແສໄຟຟ້າກໍຖືກທຳ
ລາຍ ແລະລະບົບສື່ສານຕ່າງໆກໍຍັງຖືກຕັດຂາດ ຈົນເຖິງຂະນະນີ້ ຈຶ່ງເຮັດໃຫ້ຍາກຢ່າງຍິ່ງ
ຕໍ່ການຕິດຕໍ່ສື່ສານ ແລະເຂົ້າໄປໃນເຂດນໍ້າຖ້ວມນັ້ນເອງ.
ຍິ່ງໄປກ່ວານັ້ນ ການທີ່ສະບຽງອາຫານແລະເຂົ້າກິນຂອງປະຊາຊົນ ກໍຍັງຖືກກະແສນໍ້າພັດ
ພາໄປເປັນສ່ວນໃຫຍ່ອີກດ້ວຍນັ້ນ ກໍໄດ້ເປັນຜົນເຮັດໃຫ້ປະຊາຊົນໃນເຂດປະສົບໄພ ຕ້ອງ
ປະເຊີນກັບຄວາມອຶດຫິວ ກັບທັງຍັງຕ້ອງປະເຊີນກັບໂຣກໄພໄຂ້ເຈັບທີ່ມາກັບໄພນໍ້າຖ້ວມ
ອີກດ້ວຍ. ເຊິ່ງດ້ວຍສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທາງການແຂວງຊຽງຂວາງຕ້ອງຮຽກ
ຮ້ອງ ຂໍຄວາມຊ່ວຍເຫຼືອຈາກລັດຖະບານ ແລະຂໍການບໍລິຈາກເງິນ, ສະບຽງອາຫານ, ຢາ
ຮັກສາໂຣກ ແລະສິ່ງຂອງເຄື່ອງໃຊ້ຕ່າງໆ ຈາກທຸກພາກສ່ວນຢ່າງຮີບດ່ວນໃນເວລານີ້. ຫາກ
ແຕ່ໃນໄລຍະທີ່ຜ່ານມາກໍປະກົດວ່າ ສາມາດລະດົມການບໍລິຈາກໄດ້ ພຽງ 500 ລ້ານກີບ
ເທົ່ານັ້ນ.
ນອກຈາກນີ້ ການທີ່ຄອງຊົນລະປະທານ ແລະທີ່ນາ
ຊາວກະສິກອນລາວ ໃນແຂວງຊຽງຂວາງ ກໍໄດ້ເສຍ
ຫາຍໄປບໍ່ໜ້ອຍອີກດ້ວຍ ແລ້ວກໍຍັງເຮັດໃຫ້ຈໍາເປັນ
ຕ້ອງສ້ອມແປງຄອງຊົນລະປະທານຢ່າງຮີບດ່ວນ.
ສ່ວນຊາວກະສິກອນນັ້ນ ກໍຍັງຕ້ອງການແນວພັນເຂົ້າ
ສໍາລັບປູກຄືນໃໝ່ໃຫ້ໄວອີກດ້ວຍ ດັ່ງທີ່ ທ່ານ ບົວສອນ
ດາລາວົງ, ຫົວໜ້າກະສິກໍາ-ປ່າໄມ້ ແຂວງຊຽງຂວາງ
ໄດ້ໃຫ້ການຊີ້ແຈງວ່າ:
“ມາຮອດປະຈຸບັນນີ້ ກໍໄດ້ນຳສະເໜີຫາກະຊວງກະ
ສິກໍາ-ປ່າໄມ້ ເພື່ອໃຫ້ເພີ່ນຕອບສະໜອງແນວພັນເຂົ້າຈຳນວນໜຶ່ງປະມານ 20 ໂຕນ ນຳມາແຈກຢາຍໃຫ້ແກ່ປະຊາຊົນຜູ້ທີ່ຂາດແຄນທາງດ້ານແນວພັນ, ຂັ້ນຕອນຕໍ່ໄປ
ຫຼັງຈາກໄດ້ແນວພັນແລ້ວ ກະສິແມ່ນການຟື້ນຟູເນື້ອທີ່ຊົນລະປະທານທີ່ເສຍຫາຍ
ໄປນັ້ນໂດຍໄວ ຖ້າບໍ່ດັ່ງນັ້ນ ກໍສິເຮັດໃຫ້ປະຊາຊົນບໍ່ໄດ້ທໍາການຜະລິດ ແລ້ວກະສິ
ກະທົບທາງດ້ານຊີວິດການເປັນຢູ່ຂອງພວກເຂົາເຈົ້າໃນໄລຍະຍາວ.”
ເພາະສະນັ້ນ ຖ້າຫາກວ່າທາງການລາວບໍ່ສາມາດທີ່ຈະໃຫ້ການຊ່ວຍເຫຼືອຊາວກະສິກອນ
ລາວໄດ້ຢ່າງທົ່ວເຖິງ, ໂດຍສະເພາະ ແມ່ນການຊ່ວຍເຫຼືອແນວພັນເຂົ້າສຳລັບປູກທົດແທນ
ທີ່ນາເສຍຫາຍໄປນັ້ນ ກໍຍ່ອມຈະເຮັດໃຫ້ຜົນຜະລິດເຂົ້າໃນລາວຫຼຸດລົງຢ່າງແນ່ນອນ, ຊຶ່ງກໍ
ຈະສົ່ງຜົນກະທົບເຮັດໃຫ້ເກີດບັນຫາຂາດແຄນເຂົ້າກິນໃນປີໜ້າ ຢ່າງຫຼີກລ່ຽງບໍ່ໄດ້ນັ້ນເອງ.