ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

7 ​ໃນ 15 ເມືອງ ຂອງ ແຂວງ​ສະ​ຫວັນນະ​ເຂດ ຍັງຍາກຈົນ ທີ່ສຸດ


ເດັກນ້ອຍຈາກຄອບຄົວທີ່ຍາກຈົນ ທີ່ອາໄສຢູ່ໃກ້ເຂດຂຸດຄົ້ນ ບໍ່ແຮ່ເຊໂປນ ໄປຕັກນໍ້າສະອາດ ມາໄວ້ໃຊ້ໃນຄົວເຮືອນ.
ເດັກນ້ອຍຈາກຄອບຄົວທີ່ຍາກຈົນ ທີ່ອາໄສຢູ່ໃກ້ເຂດຂຸດຄົ້ນ ບໍ່ແຮ່ເຊໂປນ ໄປຕັກນໍ້າສະອາດ ມາໄວ້ໃຊ້ໃນຄົວເຮືອນ.
ປະຊາ​ຊົນ​ລາວ​ໃ​ນ 7 ​ເມືອງ​ຈາກ​ທັງ​ໝົດ 15 ​ເມືອງ​ຂອງ​ແຂວງ​
ສະ​ຫວັນນະ​ເຂດ ຍັງ​ມີ​ສະພາບ​ຊີວິດ​ການ​ເປັນ​ຢູ່​ທີ່​ຍາກຈົນ​ທີ່ສຸດ
ເຖິງ​ແມ່ນ​ວ່າເສດຖະກິດ​ພາຍ​ໃນ​ແຂວງ​ຈະ​ຂະຫຍາຍຕົວ​ເພີ່ມ​
ຂຶ້ນ ທຸກໆ​ປີ​ກໍ​ຕາມ.

ຄະນະ​ຊີ້​ນໍາການ​ພັດທະນາ​ຊົນ​ນະ​ບົດ​ແລະ​ລົບ​ລ້າງ​ຄວາມທຸກ​
ຍາກ​ແຫ່ງ​ຊາດ​ລາວ ລາຍ​ງານ​ວ່າ​ແຂວງ​ສະຫວັນ​ນະ​ເຂດ​ນັບ​
ເປັນ​ແຂ​ວງນຶ່ງ​ທີ່​ຍັງ​ມີ​ອັດຕາ​ຄວາມທຸກ​ຍາກ ຂອງ​ປະຊາຊົນ
​ໃນ​ລະດັບ​ສູງ​ທີ່​ສຸດ​ໃນ​ລາວ ຊຶ່ງ​ຈາກ​ການ​ສໍາ​ຫຼວດຄັ້ງຫ​ລ້າ​ສຸດ
​ພົບ​ວ່າ ຍັງ​ມີ​ປະຊາຊົນ​ລາວ​ຈໍານວນ​ເຖິງ 28,807 ຄອບຄົວ​
ໃນ​ເຂດ 7 ​ເມືອງ​ຈາກ​ທັງ​ໝົດ 15 ​ເມືອງ​ຂອງ​ແຂວງ​ສະຫວັນ​
ນະ​ເຂດ ທີ່​ມີ​ສະພາບ​ຊີວິດ​ການ​ເປັນ​ຢູ່ທີ່​ຍາກຈົນ​ທີ່​ສຸດ ຫຼື​ຄິດ
​ເປັນ​ກວ່າ 20% ຂອງ​ຈໍານວນ​ຄອບຄົວ​ທັງ​ໝົດ​ໃນ​ແຂວງ
​ສະຫວັນ​ນະ​ເຂດ.

ທັງ​ນີ້​ ເຖິງ​ແມ່ນ​ວ່າ​ແຂວງ​ສະຫວັນ​ນະ​ເຂດ​ຈະ​ນັບ​ເປັນ​ແຂວງ​ນຶ່ງ​ທີ່​ມີ​ການ​ຂະຫຍາ​ຍຕົວ​ທາງ​ເສດຖະກິດ​ທີ່​ສູງ​ກວ່າ 10% ​ໃນ​ຕະຫຼອດ​ໄລຍະ 5 ປີ​ທີ່​ຜ່ານ​ມາ ​ແລະ​ກໍ​ຍັງ​ຈະ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 11-12% ຕໍ່​ໄປ​ຈົນ​ເຖິງ​ປີ 2015 ກໍ​ຕາມ. ຫາກ​ແຕ່​ວ່າ​ດ້ວຍ​ເຫດ​ທີ່​ການ​ຂະຫຍາ​ຍຕົວ​ທາງ​ເສດຖະກິດ​ດັ່ງກ່າວ ຍັງ​ມີ​ການ​ລວມສູນ​ຢູ່​ໃນ​ເຂດ​ຕົວ​ເມືອງ​ເປັນ​ສ່ວນ​ໃຫຍ່ ຈຶ່ງ​ເຮັດ​ໃຫ້​ເກີດ​ບັນຫາ​ແຕກ ​ໂຕນ​ກັນໃນ​ລະດັບ​ລາຍ​ໄດ້​ລະຫວ່າງ​ປະຊາຊົນ​ໃນ​ເຂດ​ຕົວ​ເມືອງ​ກັບ​ໃນ​ເຂດ​ຊົນນະ ບົດ​ຫຼາຍ​ຂຶ້ນນັບ​ມື້.

ຊຶ່ງ​ກໍ​ຄື​ໃນ​ຂະນະ​ທີ່​ປະຊາຊົນ​ລາວ​ໃນ​ເຂດ​ເມືອງ​ພິນ ​ເມືອງ​ເຊ​ໂນ ​ເມືອງ​ພະ​ລານ ​ໄຊ ​ເມືອງ​ວີລະ​ບຸລີ ​ເມືອງ​ອາດ​ສະ​ພອນ ​ເມືອງ​ນອງ ​ແລະ​ເມືອງ​ຊົນ​ບຸລີ ຍັງ​ມີ ລາຍ​ໄດ້​ສະ​ເລ່ຍຕໍ່າ​ກວ່າ 5.2 ລ້ານ​ກີບ​ຕໍ່​ຄົນ​ຕໍ່​ປີ​ນັ້ນ ກໍ​ປາກົດ​ວ່າ​ປະຊາຊົນ​ລາວ​ຢູ່ ​ໃນ​ຕົວ​ເມືອງ​ໃຫຍ່ ​ເຊັ່ນ ​ເມືອງ​ໄກສອນ ພົມວິຫານ ​ເມືອງ​ຄັນທະ​ບຸລີ ນັ້ນ ກັບ​ມີ ລາຍ​ໄດ້​ສະ​ເລ່ຍ​ເກື​ອບ​ເຖິງ 10 ລ້ານ​ກີບ​ຕໍ່​ຄົນ​ຕໍ່​ປີ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ ​ເມືອງ​ໄກສອນ ​ໄດ້ໃຫ້ການ​ຊີ້​ແຈງ​ວ່າ:
ພາບຈໍາລອງຂອງເຂດເສດຖະກິດພິເສດ ສະຫວັນ-ເຊໂນ
ພາບຈໍາລອງຂອງເຂດເສດຖະກິດພິເສດ ສະຫວັນ-ເຊໂນ


“ຜ່ານ​ມາລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ພວກ​ເຮົາ​ນັ້ນ ​ແມ່ນ 1,152 ຕື້​ ກັບ 4 ລ້ານ​ກວ່າ​ກີບ ສະ​ເລ່ຍຕໍ່​ຫົວ​ຄົນຜູ້​ນຶ່ງ​ນີ້​ກະ​ໄດ້ 9,408,880 ກີບ​ເທົ່າ​ກັບ 1,176 ​ໂດ​ລາ​ຕໍ່​ຄົນ.”

ທາງ​ດ້ານ​ທ່ານ​ສຸພັນ ​ແກ້ວ​ມີ​ໄຊ ​ເຈົ້າ​ແຂວງ​ແລະ​ເລຂາ​ພັກ​ແຂວງ​ສະຫວັນ​ນະ​ເຂດ ກໍ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ​ ເສດຖະກິດ​ຂອງ​ແຂວງໄດ້​ມີ​ການ​ຂຫຍາ​ຍຕົວ​ເພີ່ມຂຶ້ນຢ່າງຕໍ່​ເນື່ອງ​ໃນ​ຕະຫຼອດ​ໄລຍະ 5 ປີ​ທີ່​ຜ່ານ​ມາ ຊຶ່ງ​ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ຍອດ​ຜະລິດ ຕະພັນ​ລວມ (GDP) ຂອງ​ແຂວງ​ສະຫວັນ​ນະ​ເຂດ​ໃນ​ແຜນການ​ປີ 2011-2012 ທີ່​ຜ່າ​ນມາ​ມີ​ມູນ​ຄ່າ​ລວມທີ່​ຄິດ​ສະ​ເລ່ຍ​ເປັນ​ລາຍ​ຮັບ​ຂອງ​ປະຊາຊົນ​ໃນ​ແຂວງໄດ້​ເກີນກວ່າ 1,000 ​ໂດ​ລາ​ຕໍ່​ຄົນ​ຕໍ່​ປີ.

ພ້ອມ​ກັນ​ນີ້ ທ່ານ​ສຸພັນ ກໍ​ຍັງ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ດ້ວຍ​ວ່າ ​ເສດຖະກິດ​ຂອງ ແຂວງ​ສະຫວັນ​ນະ​ເຂດ​ຈະ​ຂະຫຍາຍຕົວ​ໃນ​ອັດຕາ​ສະ​ເລ່ຍລະຫວ່າງ 11-12% ຕໍ່​ປີ ນັບ​ຈາກ​ປັດຈຸບັນ​ໄປ​ຈົນ​ເຖິງ​ປີ 2015 ຊຶ່ງ​ກໍ​ຈະ​ເປັນ​ຜົນ​ເຮັດ​ໃຫ້​ລາຍ​ໄດ້​ສະ​ເລ່ຍຂອງ​ປະຊາຊົນ​ລາວ
​ໃນ​ແຂວງ​ເພີ່ມ​ຂຶ້ນ​ເປັນ 1,705 ຕໍ່ຄົນ​ ພາຍ​ໃນ​ປີ 2015 ຫຼື​ວ່າ​ເພີ່ມ​ຂຶ້ນຈາກ​ປີ 2005 ຄິດ​ເປັນ​ສັດສ່ວນ​ທີ່​ສູງເກີນ​ກວ່າ 3 ​ເທົ່າ​ຕົວ​ອີກ​ດ້ວຍ.

ການເຊັນສັນຍາລະຫວ່າງຄະນະບໍລິຫານເສດຖະກິດພິເສດ ສະຫວັນ-ເຊໂນ ແລະບໍລິສັດເອກະຊົນລາວ
ການເຊັນສັນຍາລະຫວ່າງຄະນະບໍລິຫານເສດຖະກິດພິເສດ ສະຫວັນ-ເຊໂນ ແລະບໍລິສັດເອກະຊົນລາວ

ຊຶ່ງ​ດ້ວຍ​ສະພາບ​ການ​ດັ່ງກ່າວ​ນີ້ ກໍ​ຍັງ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ອັດຕາ​ສະ​ເລ່ຍຄວາມຍາກຈົນ​ຂອງ​ປະຊາຊົນ​ໃນ​ແຂວງຫ​ລຸດ​ລົງ​ຢ່າງ​ຕັ້ງໜ້າ​ອີກ​ດ້ວຍ. ຈາກ​ກາ​ນສໍາ ຫຼວດກໍ​ພົບ​ວ່າ​ຈໍາ​ນວນ​ປະຊາຊົນ​ທີ່​ຍາກຈົນ​ໃນ​ແຂວງ​ໄດ້​ລົດ​ລົງ​ຈາກ 37,282 ຄອບຄົວ​ໃນ​ປີ 2005 ມາ​ເປັນ 28,807 ຄອບຄົວ​ໃນ​ປີ 2015 ​ແລະ​ກໍ​ຈະ​ລົດ​ລົງ ​ເຫຼືອ​ຢູ່​ບໍ່​ເກີນ 5,513 ຄອບຄົວ​ໃນ​ປີ 2015.

ຍິ່ງ​ໄປ​ກວ່າ​ນັ້ນ ທາງ​ການ​ແຂວງ​ສະຫວັນ​ນະ​ເຂດ​ຍັງ​ໄດ້​ຄາດ​ຫວັງ​ດ້ວຍ​ວ່າ​ເຂດ​ເສດຖະ ກິດ​ພິ​ເສດ​ສະຫວັນ​ເຊ​ໂນ ຈະ​ມີ​ສ່ວນ​ຢ່າງ​ສໍາຄັນ​ໃນ​ການ​ຊ່ວຍ​ລົບ​ລ້າງ​ບັນຫາ​ຄວາມ​ຍາກ ຈົນ​ດັ່ງກ່າວ ທັງ​ນີ້​ກໍ​ດ້ວຍ​ການ​ດຶງ​ດູດ​ເອົການ​ລົງທຶນ​ຈາກ​ຕ່າງ ປະ​ເທດ​ເຂົ້າມາ​ໃນ​ເຂດ​ເສດ ຖະກິດ​ພິ​ເສດ​ໃຫ້​ຫຼາຍ​ຂຶ້ນນັບ​ມື້.

ທາງ​ດ້ານ​ທ່ານ ບົວ​ຄໍາ ສີ​ສຸລາ​ດ ຜູ້​ວ່າການ​ເຂດ​ເສດຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ ກໍ​ໄດ້ ​ໃຫ້ການ​ຢືນຢັນ​ວ່າ​ຈົນ​ເຖິງ​ປັດຈຸບັນ​ນີ້ ມີ​ບໍລິສັດ​ຕ່າງ​ຊາດ​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ລົງທຶນ​ໃນ ​ເຂດ​ເສດຖະກິດ​ພິ​ເສດ​ແລ້ວ​ຫຼາຍ​ກວ່າ 20 ບໍລິສັດ ​ແລະ​ຍັງ​ຈະ​ມີ​ບໍ​ລິ​ສັດ​ຕ່າງ​ຊາດ​ອີກ ຫຼາຍ​ກວ່າ 40 ລາຍ ທີ່​ຈະ​ເຂົ້າມາ​ລົງທຶນ​ຢູ່​ໃນ​ເຂດ​ເສດຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ ພາຍ​ໃນ​ທ້າຍ​ປີ 2012 ນີ້.
XS
SM
MD
LG