ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ຢູ່ເຂດຊົນນະບົດ ໃນພາກໃຕ້ຂອງລາວ ປະເຊີນກັບຄວາມຫຍຸ້ງຍາກ ຈາກໂຣກລະບາດ COVID-19


ຮູບພາບສະພາບການກັກບໍລິເວນໃນ ສປປ ລາວ
ຮູບພາບສະພາບການກັກບໍລິເວນໃນ ສປປ ລາວ

ບັນດາແຂວງພາກໃຕ້ ຂອງ ລາວ ໂດຍສະເພາະແມ່ນແຂວງ ສະຫວັນນະເຂດ ແລະ ຈຳປາສັກ ມີການກວດພົບກໍລະນີ COVID-19 ໃໝ່ຈຳນວນຫຼາຍໃນແຕ່ລະວັນ. ເຊິ່ງສາເຫດຂອງການຕິດເຊື້ອໃໝ່ນີ້ ແມ່ນຈາກບັນດາແຮງງານລາວ ທີ່ເດີນທາງກັບຈາກປະເທດ ໄທ ແລະ ປະເທດ ໄທ ດຽວນີ້ກໍກຳລັງປະເຊີນກັບການລະບາດຂອງ COVID-19 ຢ່າງໜັກໜ່ວງ.

ປະຊາຊົນ ລາວ ປັດຈຸບັນນີ້ແມ່ນໄດ້ສັກຢາວັກຊີນກັນ COVID-19 ຫຼາຍຂຶ້ນຍ້ອນການຊ່ວຍເຫຼືອ ຂອງປະເທດເພື່ອນມິດຕ່າງໆ. ແຕ່ວ່າປະຊາຊົນຈຳນວນຫຼາຍໂດຍສະເພາະໃນຕ່າງແຂວງນັ້ນ ກໍຍັງບໍ່ທັນໄດ້ສັກຢາເຊັ່ນກັນ. ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າລຳບາກ, ທຳມາຫາກິນບໍ່ໄດ້.

ຜູ້ຊາຍຄົນນຶ່ງທີ່ອາໄສຢູ່ເຂດນອກເມືອງຂອງແຂວງຈຳປາສັກໄດ້ກ່າວຕໍ່ວີໂອເອລາວວ່າ ມີຄວາມ ຫຍຸ້ງຍາກຫຼາຍ, ຕ້ອງໄດ້ລະວັງຕົວຕະຫຼອດເວລາ.

“ສະພາບໂຄວິດຢູ່ບ້ານຂອງພວກເຮົາເວລານີ້ກະປະເຊີນກັບຄວາມວິກິດ. ປະຊາຊົນຊິເດີນທາງໄປໃສມາໃສມີຄວາມຫຍຸ້ງຍາກ. ຮ້ານອາຫານ, ຫຼືວ່າສະຖານທີ່ບັນເທີງຕ່າງໆ ເພິ່ນກະໄດ້ສັ່ງປິດເນາະ ບາງແຂວງທີ່ວ່າຍັງມີການແຜ່ລະບາດຫຼາຍເນາະ ໂດຍສະເພາະຢູ່ນະຄອນ ປາກເຊ, ນະ ຄອນໄກສອນ ເນາະ ການ ກິນດື່ມ,​ ຮ້ານອາຫານຕ່າງໆນີ້ບໍ່ໃຫ້ມີເນາະ ເຖິງແມ່ນວ່າປະຊາຊົນຊິມີການເຂົ້າເຖິງຢາວັກຊີນຫຼາຍຂຶ້ນກໍຕາມ ແຕ່ວ່າຄວາມກັງວົນຂອງປະຊາຊົນກະຍັງມີຫຼາຍຢູ່. ເນື່ອງຈາກວ່າສອງເຂັມກະຍັງສາມາດຕິດໄດ້ຫັ້ນນະ.”

ປະເທດ ລາວ ໃນວັນສຸກມື້ນີ້ ພົບຜູ້ຕິດເຊື້ອໃໝ່ 305 ກໍລະນີ, ແລະ ແຂວງຈຳປາສັກມີ 61 ກໍລະນີ. 56 ກໍລະນີ ແມ່ນຄົນທີ່ນຳເຂົ້າຈາກຕ່າງປະເທດ ແລະ 5 ກໍລະນີແມ່ນຕິດພາຍໃນຊຸມຊົນ.

XS
SM
MD
LG