ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນໃນເຂດລຸ່ມແມ່ນ້ຳຂອງ ພວມປະເຊີນກັບ ອາຊະຍາກຳຈາກພວກແກັ່ງອາຊະຍາກອນຂ້າມຊາດ ຢ່າງໜ້ອຍ 10 ຮູບແບບ


ທາງການລາວ ມອບໂຕພວກແກັ່ງອາຊະຍາກອນຈີນ ໃຫ້ແກ່ທາງການຈີນ.
ທາງການລາວ ມອບໂຕພວກແກັ່ງອາຊະຍາກອນຈີນ ໃຫ້ແກ່ທາງການຈີນ.

ປະຊາຊົນໃນເຂດລຸ່ມແມ່ນ້ຳຂອງ ກຳລັງປະເຊີນກັບການກໍ່ອາຊະຍາກຳໃນ 10 ຮູບແບບ ເປັນຢ່າງນ້ອຍ ຊຶ່ງດຳເນີນການໂດຍແກັ່ງອາຊະຍາກຳຂ້າມຊາດຂະໜາດໃຫຍ່ ແລະມີເຄືອຂ່າຍຢ່າງກວ້າງຂວາງ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນາຍພົນຕຳຫຼວດໃນຝ່າຍປາບປາມອາຊະຍາກຳຂ້າມຊາດຂອງໄທ ຢືນຢັນວ່າ ທາງການຕຳຫຼວດ ຈີນ-ມຽນມາ-ລາວ-ໄທ-ກຳປູເຈຍ-ຫວຽດນາມ ທີ່ໄດ້ເລີ່ມປະຕິບັດການຮ່ວມເພື່ອການປາບປາມອາາຊະຍາກຳໃນທຸກຮູບແບບໃນເຂດລຸ່ມແມ່ນ້ຳຂອງ ນັບແຕ່ເດືອນກັນຍາ 2023 ເປັນຕົ້ນມານັ້ນ ພົບວ່າ ການຄ້າຢາເສບຕິດຍັງຖືເປັນບັນຫາທີ່ຮຸນແຮງທີ່ສຸດ ແລະມີການຈັດຕັ້ງເປັນຂະບວນການຂະໜາດໃຫຍ່ທີ່ກໍ່ອາຊະຍາກຳໄດ້ໃນທຸກຮູບແບບດ້ວຍນັ້ນ ຈຶ່ງເປັນການຍາກທີ່ຈະດຳເນີນມາດຕະການປາບປາມໃຫ້ໄດ້ຢ່າງສິ້ນເຊີງ ໂດຍເຖິງແມ່ນວ່າ ທາງການຕຳຫຼວດທັງ 6 ປະເທດໃນລຸ່ມແມ່ນ້ຳຂອງ ໄດ້ຮ່ວມມືກັນຢ່າງໃກ້ຊິດຫຼາຍຂຶ້ນແລ້ວກໍຕາມ ຫາກແຕ່ວ່າ ດ້ວຍການນຳໃຊ້ເທັກໂນໂລຈີ ທີ່ທັນສະໄໝເຂົ້າໃນການກໍ່ອາຊະຍາກຳ ເຊັ່ນ ການນຳໃຊ້ Program ເພື່ອໂອນເງິນໄປຈາກບັນຊີທະນາຄານຂອງຜູ້ທີ່ຕົກເປັນເຫຍື່ອ ແລະການຫຼອກລວງໃນຮູບແບບຕ່າງໆ ໂດຍບັນດາກຸ່ມແກັ່ງ Call Center ນັ້ນ ຄືຮູບແບບອາຊະຍາກຳທີ່ໄດ້ສ້າງບັນຫາທີ່ເປັນໄພຄຸກຄາມຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢ່າງກວ້າງຂວາງທີ່ສຸດ ໃນປັດຈຸບັນນີ້ ດັ່ງທີ່ພົນຕຳຫຼວດເອກ ສຸຣະເຊດ ຫັກພານ ຮອງຜູ້ນບັນຊາການຕຳຫຼວດແຫ່ງຊາດໄທ ໄດ້ໃຫ້ການຢືນຢັນວ່າ:

“ພຶດຕິການ ກໍຄື ການຫລອກລວງ ແລ້ວໂອນເງິນຕໍ່ໆໆໄປ ເພາະສະນັ້ນ ກໍຕ້ອງຝາກເຖິງປະຊາຊົນວ່າ ກໍລິນີການໂທລະສັບມາຫັ້ນ ຫຼືວ່າມີ ເລື້ອງລາວຕ່າງໆ ທ່ານຮັບຟັງໄດ້ ແຕ່ສຳຄັນຄື ທ່ານຕ້ອງມີສະຕິ ແລະຕ້ອງບໍ່ໂອນເງິນຫັ້ນ ເພາະສະນັ້ນ ໃນເລື່ອງຂອງການຫລອກລວງກໍຈະມີຮູບແບບທີ່ຊ້ຳໆເດີມໆ ເຊັ່ນ ຫລອກລວງວ່າ ບັນຊີຂອງທ່ານຫັ້ນ ຢູ່ໃນລະຫວ່າງການຖືກກວດສອບເສັ້ນທາງການເງິນ ຂູ່ດຳເນີນຄະດີເລື່ອງຢາເສບຕິນຫັ້ນ ທ່ານຕ້ອງໂອນເງິນຈາກບັນຊີນີ້ ມາທີ່ບັນຊີນັ້ນຫັ້ນ ເພາະສະນັ້ນ ມື້ນີ້ກໍຕ້ອງໄລ່ໄປຈົນເຖິງຖານ Call Center ແລະກະຕ້ອງເຮັດໃຫ້ສຸດ ແກັ່ງ Call Center ຫັ້ນລະບາດໜັກ.”

ສ່ວນທາງການຕຳຫຼວດລາວ ກໍຢືນຢັນວ່າ ອາຊະຍາກຳທີ່ປະຊາຊົນລາວ ກຳລັງປະເຊີນຢູ່ໃນປັດຈຸບັນນີ້ ມີຢ່າງໜ້ອຍ 10 ຮູບແບບດ້ວຍກັນ ຊຶ່ງໃນນີ້ ກໍລວມເຖິງອາຊະຍາກຳທາງ Computer ດ້ວຍ ດັ່ງທີ່ ພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງໃຫ້ການຢືນຢັນວ່າ:

“ບັນຫາອາຊະຍາກຳຂ້າມຊາດ ລວມມີ 10 ປະເພດອາຊະຍາກຳ ເປັນຕົ້ນ ການລັກລອບຄ້າ-ຂາຍຢາເສບຕິດ ການກໍ່ການຮ້າຍ ການຄ້າ-ຂາຍມະນຸດ ການຄ້າ-ຂາຍອາວຸດ ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍ ອາຊະຍາກຳທາງດ້ານການຄ້າແລະການປອມແປງບັດເຄຣດິດ ການສໍ້ໂກງຂ້າມຊາດ ການປອມແປງເອກະສານເດີນທາງ ແລະອາຊະຍາກຳທາງ Computer.”

ຊຶ່ງພາຍໃຕ້ສະພາບການທີ່ເກີດບັນຫາອາຊະຍາກຳເພີ່ມຂຶ້ນດັ່ງກ່າວ ທັງການຄ້າຢາເສບຕິດ ການຄ້າສິນຄ້າເຖື່ອນໜີພາສີ ການຄ້າປະເວນີ ແລະການເຂົ້າເມືອງຜິດກົດໝາຍນັ້ນ ກໍຍັງເຮັດໃຫ້ທາງການແຂວງບໍ່ແກ້ວ ຕ້ອງໄດ້ເພີ່ມມາດຕະການກວດກາຢ່າງເຂັ້ມງວດຢູ່ໃນເຂດ 39 ບ້ານທີ່ຕໍ່ເນື່ອງກັບເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ມີຄົນຈີນເດີນທາງມາຫຼິ້ນການພະນັນທີບ່ອນກາສິໂນ King Roman ຫຼາຍເປັນພິເສດ ໂດຍທາງການລາວ ຈັບຊາວຈີນທີ່ກະທຳຄວາມຜິດຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ກວ່າ 2,500 ຄົນທີ່ສໍ້ໂກງເງິນຊາວຈີນດ້ວຍກັນ ຄິດເປັນມູນຄ່າຫຼາວກວ່າ 1,900 ລ້ານຫຢວນ ນັບຈາກປີ 2020 ເປັນຕົ້ນມາ.

ສ່ວນທາງການຕຳຫຼວດໄທ-ຈີນ-ກຳປູເຈຍ ກໍໄດ້ຮ່ວມກັນສະກັດຈັບແກັ່ງອາຊະຍາກຳຈີນ ໃນກຳປູເຈຍໄດ້ຫຼາຍກວ່າ 1,500 ຄົນ ນັບຈາກເດືອນກັນຍາ 2023 ເປັນຕົ້ນມາ ຂະນະທີ່ທາງການຕຳຫຼວດທີ່ເຂດປົກ ຄອງຂອງຊົນຊາດວ້າ ຢູ່ເຂດລັດສານໃນພາກເໜືອຂອງມຽນມາ ກໍໄດ້ສົ່ງຕົວອາຊະຍາກອນຈີນ ຈຳນວນ 2,763 ຄົນ ໃຫ້ກັບທາງການຕຳຫຼວດຈີນ ຢູ່ທີ່ແຂວງຢຸນໜານ ທາງດ້ານຕຳຫຼວດລາວນັ້ນ ກໍໄດ້ສົ່ງຕົວອາຊະຍາກອນຈີນ 179 ຄົນໃຫ້ທາງການຈີນ ທີ່ສະໜາມບິນນານາຊາດວຽງຈັນ ໃນໄລຍະດຽວກັນ ໂດຍຜູ້ຕ້ອງຫາສ່ວນໃຫຍ່ຖືກຈັບກຸມຕົວໄດ້ໃນນະຄອນວຽງຈັນ ແລະເຂດເສດຖະກິດພິເສດສາມຫຼ່ຽມຄຳ ຢູ່ທີ່ເມືອງຕົ້ນເຜິ້ງ ໃນເຂດແຂວງບໍ່ແກ້ວ ຊຶ່ງມີຊາວຈີນເຂົ້າມາດຳເນີນທຸລະກິດ ແລະຢູ່ອາໄສຈຳນວນຫຼາຍກວ່າ 60,000 ຄົນໃນປັດຈຸບັນ ສ່ວນການລາດຕະເວນໂດຍທາງເຮືອໃນແນວແມ່ນ້ຳຂອງລະຫວ່າງ ຈີນ-ມຽນມາ-ລາວ-ໄທ ໃນປີ 2023 ກໍເຮັດໃຫ້ທາງການໄທ ຈັບນັກຄ້າຢາເສບຕິດໄດ້ກວ່າ 1 ແສນຄົນ ແລະຢຶດຊັບຜູ້ຕ້ອງຫາໄດ້ກວ່າ 17,000 ລ້ານບາດ ໃນຂະນະທີ່ທາງການລາວ ສາມາດຈັບນັກຄ້າຢາເສບຕິດໄດ້ 13,935 ຄົນ ຢຶດຢາເສບຕິດແລະສານເຄມີໄດ້ຫຼາຍກວ່າ 81 ໂຕນ.

XS
SM
MD
LG