ປະຊາຊົນ ລາວ ໃນແຂວງບໍລິຄຳໄຊ ຄັດຄ້ານແຜນການລົງທຶນປູກກ້ວຍຫອມຂອງກຸ່ມລົງທຶນ ຈີນ ເພາະຢ້ານວ່າຈະຕ້ອງປະເຊີນກັບບັນຫາສຸຂະພາບທີ່ເກີດຈາກສານເຄມີຕ່າງໆທີ່ໃຊ້ໃນການປູກກ້ວຍ.
ເຈົ້າໜ້າທີ່ຂັ້ນສູງໃນແຂວງບໍລິຄຳໄຊເປີດເຜີຍວ່າ ປະຊາຊົນ ລາວ ໃນແຂວງບໍລິຄຳໄຊໄດ້ສະແດງການຄັດຄ້ານຕໍ່ແຜນການລົງທຶນປູກກ້ວຍຫອມຂອງບໍລິສັດຈາກ ຈີນ ຢ່າງກວ້າງຂວາງໃນປັດຈຸບັນເພາະຢ້ານວ່າຈະຕ້ອງປະເຊີນກັບບັນຫາດ້ານສຸຂະພາບ ແລະ ສິ່ງແວດລ້ອມເປັນພິດຈາກການໃຊ້ສານເຄມີຕ່າງໆໃນການປູກກ້ວຍຫອມ ຄືກັບທີ່ໄດ້ເກີດຂຶ້ນກັບປະຊາຊົນ ລາວ ໃນເຂດແຂວງພາກເໜືອແລ້ວນັ້ນ ຈຶ່ງໄດ້ຮ່ວມກັນຮຽກຮ້ອງຕໍ່ອຳນາດການປົກຄອງແຂວງບໍລິຄຳໄຊ ເພື່ອຂໍໃຫ້ພິຈາລະນາຍົກເລີກການອະນຸຍາດແຜນການລົງທຶນດັ່ງກ່າວທີ່ມີພື້ນທີ່ສຳປະທານ 600 ກວ່າເຮັກຕາໃນ 4 ໂຄງການ ໂດຍເຖິງແມ່ນວ່າຈະມີມູນຄ່າການລົງທຶນລວມກັນຫຼາຍກວ່າ 400 ຕື້ກີບກໍຕາມ ຫາກແຕ່ກໍເຊື່ອວ່າຈະບໍ່ຄຸ້ມຄ່າ ຖ້າຫາກເກີດມີບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງປະຊາຊົນ ລາວ ໃນວົງກວ້າງ.
ແຕ່ຢ່າງໃດກໍຕາມ ທາງການແຂວງບໍລິຄຳໄຊ ກໍຍັງບໍ່ມີຄຳສັ່ງໃຫ້ຍົກເລີກແຜນການລົງທຶນດັ່ງກ່າວແຕ່ຢ່າງໃດ ໂດຍມີຄຳສັ່ງໃຫ້ໂຈະແຜນການລົງທຶນເປັນການຊົ່ວຄາວ ເພື່ອໃຫ້ໂອກາດບໍລິສັດຈາກ ຈີນ ໃນການເສີມສ້າງຄວາມໝັ້ນໃຈ ກໍຄືເຮັດໃຫ້ປະຊົນເຊື່ອວ່າ ການປູກກ້ວຍຫອມດັ່ງກ່າວຈະບໍ່ສົ່ງຜົນກະທົບດ້ານລົບຕໍ່ພວກເຂົາເຈົ້າ ດັ່ງທີ່ທ່ານ ຫຼຽນວິໄລ ຈັນທະລະພັນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງບໍລິຄຳໄຊ ໄດ້ຖະແຫຼງຢືນຢັນວ່າ
"ທາງແຂວງກະໄດ້ມີແຈ້ງການໃຫ້ໂຈະຊົ່ວຄາວ ເພາະວ່າເຮົາຢາກປະເມີນເຖິງວ່າ ຜົນກະທົບປູກກ້ວຍນັ້ນມີຫຍັງແດ່ ເຄມີບໍ່ກໍເວົ້າບໍ່ທັນໄດ້ ອັນນີ້ເຮົາຕ້ອງມີວິເຄາະວິໄຈເບິ່ງວ່າ ຜົນປະໂຫຍດປະຊາຊົນໄດ້ຮັບຫຍັງແດ່ ລັດເຮົາໄດ້ຮັບຫຍັງແດ່ ບໍລິສັດຊິໄດ້ຮັບຫຍັງ ສະນັ້ນສາມພາກສ່ວນນີ້ມັນຕ້ອງມີຜົນປະໂຫຍດຮ່ວມກັນ ເຮົາຈັ່ງສືບຕໍ່ ໄດ້ແຕ່ງຕັ້ງຄະນະນຶ່ງເພື່ອຄຸ້ມຄອງແຕ່ລະສ່ວນໄປ ແຕ່ງໃຫ້ວິຊາການຫັ້ນໄປປະຈຳຢູ່ສວນຫັ້ນເລີຍ. ທາງເຮົາກະມີຫາງສຽງສັງຄົມຢ້ານຜົນກະທົບຕ່າງໆ."
ທາງດ້ານ Plan International ອົງການບໍ່ຂຶ້ນກັບລັດຖະບານໃນ ລາວ ລາຍງານວ່າການປູກກ້ວຍໃນ ລາວ ທີ່ສ່ວນໃຫຍ່ເປັນການສຳປະທານທີ່ດິນ ແລະ ລົງທຶນໂດຍບັນດານັກທຸລະກິດ ຈີນ ນັ້ນໄດ້ເຮັດໃຫ້ ລາວ ກາຍເປັນແຫຼ່ງຜະລິດກ້ວຍທີ່ສຳຄັນເພື່ອຕອບສະໜອງຄວາມຕ້ອງການໃຫ້ ຈີນ ທີ່ເພີ່ມຂຶ້ນນັບມື້ ໂດຍເຫັນໄດ້ຈາກການທີ່ ລາວ ສົ່ງກ້ວຍຫອມໄປ ຈີນ ເພີ່ມຂຶ້ນຈາກ 112 ລ້ານໂດລາໃນປີ 2017 ເປັນ 169 ລ້ານໂດລາໃນປີ 2018 ແລະ ຄາດວ່າຈະເພີ່ມຂຶ້ນເປັນ 210 ລ້ານໃນປີ 2019 ນີ້. ທັງຍັງເຮັດໃຫ້ກ້ວຍຫອມ ກາຍເປັນສິນຄ້າກະສິກຳອັນດັບນຶ່ງຂອງ ລາວ ທີ່ມີມູນຄ່າການສົ່ງອອກໄປຕ່າງປະເທດຫຼາຍທີ່ສຸດອີກດ້ວຍ.
ທັງນີ້ໂດຍເຂດທີ່ສົ່ງອອກກ້ວຍຫອມໄປ ຈີນ ຫຼາຍທີ່ສຸດກໍຄືແຂວງບໍ່ແກ້ວ ຊຶ່ງມີລາຍໄດ້ຈາກການສົ່ງອອກກ້ວຍຫອມໄປ ຈີນ ຫຼາຍກວ່າ 100 ລ້ານໂດລາ ຫຼືຄິດເປັນ 95 ເປີເຊັນຂອງສິນຄ້າກະເສດທັງໝົດທີ່ແຂວງບໍ່ແກ້ວ ສົ່ງອອກໄປຕ່າງປະເທດ ສ່ວນແຮງງານ ລາວ ໃນພື້ນທີ່ສຳປະທານປູກກ້ວຍຫອມຂອງ ຈີນ ນັ້ນ ກໍໄດ້ຮັບຄ່າຈ້າງລະຫວ່າງ 10-18 ໂດລາຕໍ່ມື້ ຊຶ່ງກໍນັບເປັນອັດຕາຄ່າຈ້າງທີ່ສູງກວ່າແຮງງານທົ່ວໄປໃນ ລາວ ຫາກແຕ່ແຮງງານ ລາວ ໃນສວນກ້ວຍຂອງ ຈີນ ເຫຼົ່ານີ້ກໍມີຄວາມສ່ຽງສູງທີ່ຈະເຈັບປ່ວຍທີ່ເກີດຈາກສານເຄມີຕ່າງໆຫຼາຍກວ່າ 100 ຊະນິດທີ່ນຳໃຊ້ໃນການປູກ ແລະ ເລັ່ງຜົນຜະລິດກ້ວຍຫອມນັ້ນ.
ທາງດ້ານກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ (Land Information Working Group) ອົງການທີ່ບໍ່ຂຶ້ນກັບລັດຖະບານໃນ ລາວ ລາຍງານວ່າ ການຜະລິດສິນຄ້າກະສິກຳທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມຢ່າງກວ້າງຂວາງທີ່ສຸດໃນ ລາວ ຄືພື້ນທີ່ສຳປະທານການປູກກ້ວຍຫອມຂອງບັນດານັກທຸລະກິດ ຈີນ ໂດຍສະເພາະໃນແຂວງບໍ່ແກ້ວ, ອຸດົມໄຊ ແລະ ຫຼວງນ້ຳທາ ນັ້ນຖືເປັນພື້ນທີ່ໆໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ເພາະວ່າບັນດານັກທຸລະກິດ ຈີນ ໄດ້ພາກັນລັກລອບນຳເຂົ້າ ແລະ ນຳໃຊ້ສານເຄມີປ້ອງກັນໂຣກພືດເຖິງ 28 ຊະນິດ, ຢາປາບສັດຕູພືດ 19 ຊະນິດ ທັງຍັງນຳໃຊ້ສານເຄມີເພື່ອເລັ່ງຜົນຜະລິດອີກຫຼາຍກວ່າ 50 ຊະນິດນັ້ນຍັງໄດ້ຄຸກຄາມຕໍ່ສຸຂະພາບອະນາໄມຂອງປະຊາຊົນ ແລະ ກະທົບຕໍ່ແຫຼ່ງນ້ຳທຳມະຊາດ, ສັດນ້ຳ, ສັດລ້ຽງ ທີ່ນາ ແລະ ພືດຕ່າງໆຢ່າງກວ້າງຂວາງອີກດ້ວຍ.