ຄວາມຮຸນແຮງຈາກປືນໄດ້ເປັນບັນຫາທີ່ໃຫຍ່ຫຼາຍໃນ ສະຫະລັດ ເຊິ່ງໄດ້ເກີດມີການຍິງສັງຫານໝູ່ຫຼາຍຄັ້ງ ເມື່ອບໍ່ດົນມານີ້ ແລະ ມີການຍິງກັນຢ່າງຫຼວງຫຼາຍໃນທົ່ວ ສະຫະລັດ. ສະພາບການດັ່ງກ່າວເຮັດໃຫ້ປະຊາຊົນຈຳນວນຫຼາຍເລີ່ມບໍ່ມີຄວາມເຊື່ອໃຈໃນຄວາມປອດໄພ ເວລາອອກໄປຂ້າງນອກ.
ແມ່ຍິງລາວຜູ້ເປັນແມ່ຂອງລູກໄວໜຸ່ມສອງຄົນ ຈາກລັດນິວຢອກ, ແມ່ນມີຄວາມເປັນຫ່ວງ ກ່ຽວກັບ ການຍິງກັນ ໃນສັງຄົມຫຼາຍຂຶ້ນ, ເຊິ່ງລາວໄດ້ກ່າວ ຕໍ່ພວກເຮົາວ່າ “ຮູ້ສຶກວ່າດຽວນີ້ມັນບໍ່ປອດໄພປານໃດລະ, ບໍ່ຢາກໄປບ່ອນທີ່ມີຄົນລວມກັນຫຼາຍ, ຢ້ານເຂົາຍິງກັນ. ແຕ່ຂ້ອຍມີລູກສອງຄົນຮຽນຢູ່ມັດທະຍົມປາຍ, ເຂົາມັກອອກໄປຫຼິ້ນນຳໝູ່ຕະຫຼອດ. ກະເປັນຫ່ວງເຂົາ, ຕ້ອງໄດ້ບອກໃຫ້ເຂົາລະວັງໂຕທຸກມື້. ແລະ ເຮົາກະເປັນຄົນເອເຊຍເນາະ ເຂົາຕີຄົນເອເຊຍຫຼາຍ. ຢູ່ຄຸ້ມບ້ານຂ້ອຍກະປອດໄພດີ ແຕ່ໄປບ່ອນອື່ນເຮົາກະບໍ່ຮູ້ວ່າຊິເປັນແນວໃດ.”
ການຍິງກັນໃນ ສະຫະລັດ ທີ່ຖືກລາຍງານໃນຂ່າວແມ່ນເຫດການທີ່ໃຫຍ່ຄືການຍິງສັງຫານໝູ່ ຢູ່ໂຮງຮຽນປະຖົມຢູວາລເດ, ລັດ ເທັກຊັສ, ການຍິງສັງຫານໝູ່ຢູ່ຮ້ານຊຸບເປີມາເກັນໃນເມືອງ ບັຟຟາໂລ, ລັດ ນິວຢອກ ເຊິ່ງໄດ້ເກີດຂຶ້ນເມື່ອບໍ່ດົນມານີ້, ຈົນໄດ້ກໍ່ໃຫ້ເກີດການຮຽກຮ້ອງ ໃຫ້ລັດຖະສະພາ ປ່ຽນແປງກົດໝາຍການໃຊ້ປືນ.
ແຕ່ເຫດການຍິງກັນທີ່ນ້ອຍກວ່າແມ່ນໄດ້ເກີດຂຶ້ນທຸກວັນຄືຢູ່ຖາມຫົນທາງ, ການຍິງກັນພາຍໃນຄອບຄົວ ແລະ ງານລ້ຽງຕ່າງໆ.