ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະ​ຊາ​ຊົນ ສະ​ຫະ​ລັດ ຕິດ​ໂຄວິດ ໃນ​ຂະ​ນະ​ທີ່​ກຳ​ລັງ​ເລີ່ມ​ກັບ​ຄືນ​ໄປ​ເຮັດ​ວຽກ​ຢູ່​ຫ້ອງ​ການ


 ປະ​ຊາ​ຊົນ ຊື້​ຢາ​ຢູ່​ຮ້ານ​ຂາຍ​ຢາ​ທີ່​ຂາຍ​ອຸ​ປະ​ກອນກວດ COVID-19 ຢູ່​ບ້ານ​ໃນ​ຄຸ້ມ ມໍ​ນິງ​ຊາຍ ໄຮ​ທ໌, ເຂດ ແມນ​ແຮັດ​ຕັນ, ນະ​ຄອ​ນ ນິວຢອກ. 6 ກຸມ​ພາ, 2022.
ປະ​ຊາ​ຊົນ ຊື້​ຢາ​ຢູ່​ຮ້ານ​ຂາຍ​ຢາ​ທີ່​ຂາຍ​ອຸ​ປະ​ກອນກວດ COVID-19 ຢູ່​ບ້ານ​ໃນ​ຄຸ້ມ ມໍ​ນິງ​ຊາຍ ໄຮ​ທ໌, ເຂດ ແມນ​ແຮັດ​ຕັນ, ນະ​ຄອ​ນ ນິວຢອກ. 6 ກຸມ​ພາ, 2022.

ໄວຣັສ ໂຄວິດ-19 ຍັງລະບາດຢ່າງກວ້າງຂວາງຢູ່ໃນ ສະຫະລັດ, ໃນຂະນະດຽວກັນປະຊາຊົນກໍເລີ່ມກັບໄປເຮັດວຽກຢູ່ຫ້ອງການຄືນ ແລະ ໃນໄວໆນີ້ທຸກຄົນກໍຈະກັບເຂົ້າໄປຫ້ອງການເປັນປົກກະຕິ.

ໃນຂະນະດຽວກັນການທີ່ລັດຖະບານໄດ້ຍົກເລີກມາດຕະການຫ້າມໂຄວິດ ສ່ວນຫຼາຍ, ໂດຍບໍ່ບັງຄັບໃຫ້ປະຊາຊົນໃສ່ໜ້າກາກ ໃນສະຖານທີ່ສາທາລະນະນັ້ນ, ການຕິດເຊື້ອໄວຣັສກໍໄດ້ເພີ່ມຂຶ້ນ. ຄົນລາວທ່ານນຶ່ງທີ່ເຮັດວຽກຢູ່ນະຄອນ ນິວຢອກ ໄດ້ກ່າວຕໍ່ພວກເຮົາວ່າ “ຂ້ອຍກັບໄປເຮັດວຽກຢູ່ຫ້ອງການສາມເດືອນປາຍລະເດະ. ກະມີຄົນກະຕິດໂຄວິດທຸກທິດ. ໃຜຕິດກະຕ້ອງໄດ້ເຮັດວຽກຢູ່ບ້ານ. ຂ້ອຍກະຕິດແລ້ວຕົ້ນເດືອນ 6, ອາການກະບໍ່ແຮງຫຼາຍ, ເປັນໄດ້ສອງທິດກະເຊົາ. ຂ້ອຍຄິດວ່າຄັນມັນຍັງມີຄວາມສ່ຽງຫຼາຍແນວນີ້ ເຂົາຄວນໃຫ້ຄົນເຮັດວຽກຢູ່ເຮືອນຄືເກົ່າ. ບາງເທື່ອຖືກຄົນທີ່ເປັນແຮງຈົນເສຍຊີວິດເນາະມັນກະບໍ່ຄຸ້ມ.”

ປັດຈຸບັນນີ້ກໍລະນີຜູ້ຕິດເຊື້ອໃໝ່ທົ່ວສະຫະລັດ ແມ່ນ 105,000 ກວ່າກໍລະນີ, ເຊິ່ງຊໍ່າໆກັບເດືອນມິຖຸນາທີ່ຜ່ານມາ, ແຕ່ຜູ້ເສຍຊີວິດແມ່ນ 260 ກວ່າກໍລະນີ, ຫຼຸດລົງຈາກເດືອນແລ້ວນີ້. ຕົວເລກຜູ້ເສຍຊີວິດທົ່ວ ສະຫະລັດ ດຽວນີ້ແມ່ນ 1,014,427 ຄົນ.

XS
SM
MD
LG