ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນເຊື່ອວ່າ ການອອກກຳລັງກາຍ ສາມາດຫຼຸດຜ່ອນຄວາມສ່ຽງ ການເຂົ້າໂຮງໝໍຍ້ອນ COVID


ຜູ້ຊາຍຄົນນຶ່ງກຳລັງເສີບບານໃນກິລາ ເທັນນິສ.
ຜູ້ຊາຍຄົນນຶ່ງກຳລັງເສີບບານໃນກິລາ ເທັນນິສ.

ໂຄວິດ-19 ເປັນເຫດເຮັດໃຫ້ຄົນຫັນມາອອກກຳລັງກາຍຫຼາຍຂຶ້ນ. ປະຊາຊົນເຊື່ອວ່າການເຮັດໃຫ້ຕົນເອງມີສຸຂະພາບແຂງແຮງຈະຊ່ວຍສ້າງພູມຕ້ານທານຕໍ່ໄວຣັສ ໂຄວິດ-19.

ບັນດານັກຄົ້ນຄວ້າຢູ່ໂຮງໝໍ ໄຄເຊີເພີມາເຕັນເຕ, ເຊິ່ງແມ່ນນຶ່ງຜູ້ໃຫ້ການປິ່ນປົວສຸຂະພາບທີ່ໃຫຍ່ໃນ ສະຫະລັດ ໄດ້ຄົ້ນພົບວ່າ ປະຊາຊົນທີ່ບໍ່ອອກກຳລັງແມ່ນມີຄວາມສ່ຽງຢ່າງຫຼວງຫຼາຍທີ່ຈະເຂົ້າໂຮງໝໍ ຫຼື ຫ້ອງສຸກເສີນຍ້ອນ ໂຄວິດ-19 ກວ່າຜູ້ທີ່ໄດ້ອອກກຳລັງກາຍຢ່າງໜ້ອຍ 150 ນາທີຕໍ່ອາທິດ ອີງຕາມໂຮງຮຽນການແພດ ຮາຫວາດ.

ຄົນລາວທ່ານນຶ່ງທີ່ອາໄສຢູ່ລັດນິວຢອກ ໄດ້ບອກວີໂອເອພາກພາສາລາວວ່າ ລາວໄດ້ອອກກຳລັງກາຍຫຼາຍກວ່າເກົ່າຕັ້ງແຕ່ໂຣກລະບາດ ໂຄວິດ-19 ໄດ້ເລີ່ມຂຶ້ນ ເພາະຕົນເຊື່ອວ່າຖ້າຮ່າງກາຍແຂງແຮງ, ຖ້າຕິດ ໂຄວິດ ຢ່າງໜ້ອຍຕົນເອງກໍຈະບໍ່ເຈັບປ່ວຍແຮງ, ເຊິ່ງລາວໄດ້ກ່າວວ່າ “ຂ້າພະ ເຈົ້າອອກກຳລັງກາຍປະມານ 4 ມື້ຕໍ່ອາທິດ, ໄປຕີເທັນນິສມື້ລະສອງຊົ່ວໂມງ. ຂ້າພະເຈົ້າກະເລີ່ມອາຍຸສູງລະເນາະ, ເວລາເຫື່ອອອກມັນເຮັດໃຫ້ເຮົາຮູ້ສຶກດີ. ນອກຈາກນັ້ນເຮົາກະນໍ້າໜັກຫຼຸດລົງ. ອອກກຳລັງກາຍມັນກໍຈະມີຄວາມດີເຊື່ອມໂຍງໄປຫາສຸຂະພາບດ້ານອື່ນຄື ຫຼຸດຜ່ອນຄວາມສ່ຽງຕໍ່ໂຣກເບົາຫວານ, ໄຂມັນໃນເລືອດ ແລະ ໂຣກຊຶມເສົ້າອື່ນໆ. ໝໍປະຈຳຄອບຄົວກະບອກໃຫ້ອອກກຳລັງກາຍມື້ລະ 30 ນາທີ. ຄັນມື້ໃດບໍ່ໄດ້ຕີເທັນນິສກະອອກໄປແລ່ນ ຫຼື ຍ່າງຢູ່ແຖວບ້ານ,.”

ວິທະຍາສາດຍັງໄດ້ສະແດງໃຫ້ເຫັນວ່າ ການອອກກຳລັງກາຍຍັງຊ່ວຍໃຫ້ເຮົາປ້ອງກັນ ຫຼື ເຮັດໃຫ້ການເກີດໂຣດຕ່າງໆຊ້າຂຶ້ນ ລວມທັງ ໂຣກຫົວໃຈ, ມະເຮັງ ແລະ ໂຣກຫຼົງເລີມ. ມັນຍັງຈະຊ່ວຍໃຫ້ເຮົາມີຊີວິດຢູ່ໄດ້ດົນຂຶ້ນ, ອີງຕາມໂຮງຮຽນການແພດ ຮາເຫວີດ.

XS
SM
MD
LG