ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ທຳ​ນຽບ ຫ້າ​ແຈ ກ່າວ​ວ່າ ຊາຍ​ໜຸ່ມ ຍິງ​ສາວ ທີ່​ຍັງ​ໂສດ ຢູ່​ເທິງກຳ​ປັ່ນລົບ ມີ​ທ່າ​ທາງ ທີ່​ຈະ​ຖືກ ລວນ​ລາມ​ທາງ​ເພດ


ກຸ່ມ​ກຳ​ປັ່ນ​ລົບ​ໂຈມ​ຕີ ຣໍ​ໂນ​ລ ຣິກ​ແກນ ຢູ່​ທະ​ເລ​ຈີນ​ໃຕ້ (ວັນ​ທີ 31 ສິງ​ຫາ 2018)
ກຸ່ມ​ກຳ​ປັ່ນ​ລົບ​ໂຈມ​ຕີ ຣໍ​ໂນ​ລ ຣິກ​ແກນ ຢູ່​ທະ​ເລ​ຈີນ​ໃຕ້ (ວັນ​ທີ 31 ສິງ​ຫາ 2018)

ຜົນ​ການ​ສຳ​ຫຼວດ​ເປັນ​ເວ​ລາ 4 ປີ ກ່ຽວ​ກັບ​ການ​ລ່ວງ​ລະ​ເມີດ​ທາງ​ເພດ ຢູ່​ຕາມຖານ​ທັບ​
ແຫ່ງ​ຕ່​າງໆຂອງ​ສະ​ຫະ​ລັດໃນ​ທົ່ວ​ໂລກ ຮວມ​ທັງ​ຢູ່​ໃນ​ກຳ​ປັ່ນ​ລົບ​ນັ້ນ ໃນ​ທີ່​ສຸດ​ກໍ​ໄດ້​ຖືກ
​ເປີດ​ເຜີຍ​ອອກ​ມາ​ໃຫ້​ຮູ້.

ຖານ​ທັບ​ຫຼາຍໆ​ແຫ່ງ​ຂອງກອງ​ທັບ​ບົກ ແລະ​ທະ​ຫານ​ມາ​ຣີນ ໃນ​ປີ 2014 ເຊັ່ນວ່າຄ້າຍ
​ຝອດ​ທ໌​ຮູດ, ຝອດ​ທ໌​ແບ​ຣກ, ຝອດ​ທ໌​ລູ​ອິ​ສ, ຝອດ​ທ໌​ແຄມ​ແບ​ລ, ຝອດ​ທ໌​ບ​ລິ​ສ ແລະ​ຄ້າຍ
​ເລີ​ຈູນນັ້ນ ​ແມ່ນ​ມີ​ການ​ລາຍ​ງານ​ກ່ຽວ​ກັບ​ການ​ລວນ​ລາມ​ທາງເພດ​ຕໍ່​ພວກ​ຜູ້​ຊາຍ ແລະ
​ແມ່​ຍິງ​ຫຼາຍກວ່າ 500 ເທື່ອ.

ການ​ສຶກ​ສາກ່າວ​ວ່າ ພວກ​ຊາຍ​ໜຸ່ມ ​ຍິງ​ສາວ ທີ່​ຍັງ​ບໍ່ແຕ່ງ​ງານ ​ຢູ່​ຕາມ​ກຳ​ປັ່ນ​ລົບ​ຕ່າງໆ
ແມ່ນ​ມີ​ທ່າ​ທາງວ່າ ຈະ​ຖືກ​ລວນ​ລາມ​ທາງ​ເພດ​ຫຼາຍກວ່າ​ກຸ່ມ​ອື່ນ​ໃດ​ທັງ​ໝົດ​ໃນ​ກອງ​ທັບ
ອີງ​ຕາມ​ຜົນ​ການ​ສຳ​ຫຼວດ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ສຸກວານນີ້ “ຈາ​ກ​ຖານ​ທັບ 15 ແຫ່ງ
​ທີ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ສຸດ ສຳ​ລັບ​ພວກ​ແມ່​ຍິງ ​ໃນ​ກອງ​ທັບ​ເຮືອ ຊຶ່ງ 13 ແຫ່ງ​ໃນ​ນັ້ນ​ແມ່ນ​
ກຳ​ປັ່ນ​ລົບຫຼື​ຝູງ​ກຳ​ປັ່ນ ຮວມ​ທັງ 8 ໃນ​ຈຳ​ນວນ​ກຳ​ປັ່ນ​ບັນ​ທຸກ​ເຮືອບິນ ​ທີ່​ມີ​ທັງ​ໝົດ 10
ລຳ​ນັ້ນ.” ລາຍ​ງານ ​ຍັງ​ກ່າວ​ວ່າ ​ຢູ່ເທິງ​ກຳ​ປັ່ນ​ລົບ​ນັ້ນ ​ນຶ່ງ​ໃນ​ພວກຜູ້​ຊາຍ ທຸກໆ 25 ຄົນ
​ໃດ ກໍຖືກ​ລວນ​ລາມ​ທາງ​ເພດ.

ຢູ່​ໃນ​ກອງ​ທັບ​ອາ​ກາດນັ້ນ ອັດ​ຕາ​ຄວາມ​ສ່ຽງ​ໃນ​ການ​ລວນ​ລາມ​ທາງ​ເພດ​ແມ່ນ​ຢູ່ໃນ​ລະ​
ດັບ​ທີ່​ຕ່ຳ​ສຸດ.

ທຳ​ນຽບ​ຫ້າ​ແຈ ແມ່ນ​ມີ​ລາຍ​ງານ​ວ່າ ເປັນ​ບ່ອນ​ທີ່​ປອດ​ໄພ​ທີ່​ສຸດ​ແຫ່ງ​ນຶ່ງ ໃນ​ການ​ເຮັດ
​ວຽກ​ຢູ່​ທີ່ນັ້ນ.

ທຳ​ນຽບ​ຫ້າ​ແຈ​ໄດ້​ສັ່ງ​ໃຫ້​ບໍ​ລິ​ສັດ​ແຣນ​ຄໍ​ປໍ​ເຮ​ຊັ່ນທີ່​ບໍ່​ສັງ​ກັດ​ພັກ​ການ​ເມືອງທຳ​ການສຶກ​
ສາ ແລະກໍ​ໂຕ້​ແຍ້ງ​ຜົນ​ການ​ຂອງ​ສຳ​ຫຼວດ ຊຶ່ງ​ເຮັດ​ໃຫ້​ມີ​ການ​ຊັກ​ຊ້າ​ໃນ​ການເປີດ​ເຜີຍ
​ຜົນ​ຂອງ​ການ​ພົບ​ເຫັນ​ດັ່ງ​ກ່າວ ເປັນ​ເວ​ລາ​ຫຼາຍໆ​ປີ.

​ທ່ານດອນ ຄ​ຣິ​ສ​ເຕັນ​ສັນປະ​ທານ​ອົງ​ການ​ປົກ​ປ້ອງ​ຮົ້ວ​ຂອງ​ຊາດ​ພວກ​ເຮົາແລະອະ​ດີດ
​ຫົວ​ໜ້າ​ໄອ​ຍະ​ການ​ຂອງກອງ​ທັບ​ອາ​ກາດກ່າວ​ວ່າ ການ​ຊັກ​ຊ້າແມ່ນ​ເປັນ “ເລື້ອງ​ທີ່​ໜ້າ
​ເສຍ​ໃຈ​ເປັນ​ທີ່​ສຸດ.”

ການ​ຊັກ​ຊ້ານີ້​ ແມ່ນ​ໝາຍ​ຄວາມ​ວ່າ ການ​ພົບ​ເຫັນ​ດັ່ງ​ກ່າວ ຈຶ່ງ​ບໍ່​ມີ​ທ່າ​ທາງວ່າ​ ຈະ​ສາ
​ມາດ​ວາດ​ພາບ​ໄດ້​ຢ່າງ​ຖືກ​ຕ້ອງ​ກ່ຽວ​ກັບ​ຄວາມ​ຖືກ​ຕ້ອງ​ແມ່ນ​ຍຳ​ວ່າມີ​ຫຍັງ​ໄດ້ເກີດ​ຂຶ້ນ
​ໃນ​ເວ​ລານີ້ ຢູ່​ຕາມ​ຖານ​ທັບ​ແຫ່ງ​ຕ່າງໆ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG