ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຫ້າແຈ ກຳລັງຫາ ທາງເລືອກ ສຳລັບ ການຂໍຈັດງານ ສວນສະໜາມກອງທັບ ໂດຍ ທ່ານ ທຣຳ


Pentagon Working on Options for Trump-requested Military Parade
please wait

No media source currently available

0:00 0:01:44 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຢາກຈັດພິທີເດີນສວນສະໜາມໃນນະ
ຄອນຫຼວງ ວໍຊິງຕັນ ທີ່ໃຫ້ໃຫຍ່ກວ່າການເດີນສວນສະໜາມ ທີ່ທ່ານໄດ້ຊົມໃນລະ
ຫວ່າງ ການສະເຫຼີມສະຫຼອງວັນ ຊາດຂອງ ຝຣັ່ງ ຫຼື Bastille day ເມື່ອປີກາຍນີ້. ດັ່ງ
ທີ່ນັກຂ່າວວີໂອ ເອປະຈຳທຳນຽບຫ້າແຈ ຄາລາ ບອບ "Carla Bobb" ໄດ້ລາຍງານ
ນັ້ນ, ທຳນຽບຫ້າແຈ ແມ່ນກຳລັງເຮັດວຽກ ກ່ຽວກັບ ແຜນການຕ່າງໆ ເພື່ອສະແດງແສນຍານຸພາບທາງທະຫານຂອງຕົນ ທີ່ນະຄອນຫຼວງຂອງສະຫະລັດ. ພຸດທະສອນ ຈະນຳ
ເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ມີການຢືນຢັນຈາກກະຊວງປ້ອງກັນປະເທດ ໃນວັນພຸດທີ່ຜ່ານມານີ້ວ່າ ການເດີນສວນ
ສະໜາມ ຂອງກອງທັບ ອາດພວມມີການກະກຽມກັນຢູ່.

ລັດຖະມົນຕີປ້ອງກັນປະເທດ ທ່ານ ຈິມ ແມັດຕິສ "Jim Mattis" ກ່າວວ່າ “ພວກເຮົາ
ໄດ້ເອົາທາງເລືອກຕ່າງໆມາສັງລວມເຂົ້າກັນ ແລະ ພວກເຮົາຈະສົ່ງມັນຂຶ້ນໄປໃຫ້ທຳ
ນຽບຂາວເປັນຜູ້ຕັດສິນໃຈ.”

ເຫດຜົນສຳລັບການຮ້ອງຂໍທີ່ບໍ່ເຄີຍຄາດຄິດມາກ່ອນໂດຍປະທານາທິບໍ ດີ ແມ່ນມີຫຼາກ
ຫຼາຍນາໆ.

ໃນຂະນະທີ່ທ່ານ ແມັດຕິສ ໄດ້ກ່າວວ່າ ມັນແມ່ນຍ້ອນຄວາມຮັກຂອງທ່ານ ດໍໂນລ
ທຣຳ ຕໍ່ກອງທັບ.

ທ່ານ ຈິມ ແມັດຕິສ ກ່າວວ່າ “ຄວາມເຄົາລົບຂອງທ່ານປະທານາທິບໍດີ, ຄວາມຮັກ
ຂອງທ່ານສຳລັບກອງທັບນັ້ນ, ຂ້າພະເຈົ້າຄິດວ່າໄດ້ສະທ້ອນໃຫ້ເຫັນໃນຕົວຂອງທ່ານ
ທີ່ທ່ານໄດ້ຂໍໃຫ້ມີທາງເລືອກພວກນີ້.”

ສ່ວນຄົນອື່ນໆເວົ້າວ່າ ມັນເປັນຍ້ອນຄວາມຫຼົງໄຫຼໃນຕົນເອງ.

ພົນຕີບຳນານ ຈາກກອງທັບບົກ ສະຫະລັດ ທ່ານ ພອລ ອີຕັນ “Paul Eaton” ກ່າວວ່າ
“ເລື່ອງນີ້ມັນບໍ່ ກ່ຽວກັບ ກອງທັບ. ມັນກ່ຽວກັບການສ້າງຄວາມເພິງພໍໃຈໃຫ້ຄວາມ
ເຫັນແກ່ຕົວຂອງຜູ້ບັນຊາການສູງສຸດ, ແລະ ມັນກໍແມ່ນອັນທີ່ບອບບາງແຕກຫັກໄດ້
ງ່າຍ.”

ທ່ານ ທຣຳ ມັກຈາກເວົ້າວ່າ ທ່ານຢາກຈັດ ການເດີນສວນສະໜາມຂອງກອງທັບ ສະ
ຫະລັດ ໃຫ້ໃຫຍ່ກວ່າອັນທີ່ທ່ານໄດ້ເບິ່ງຢູ່ນະຄອນ ຫຼວງ ປາຣີ ເມື່ອເດືອນກໍລະກົດປີ
ກາຍນີ້.

ການເດີນສວນສະໜາມທີ່ຍິ່ງໃຫຍ່ຂອງກອງທັບ ແມ່ນຫາເບິ່ງໄດ້ຍາກໃນ ສະຫະລັດ,
ເຊິ່ງການເດີນສວນສະໜາມດັ່ງກ່າວຄັ້ ງຫຼ້າສຸດແມ່ນໄດ້ຈັດຂຶ້ນໃນຕົ້ນຊຸມປີ 1990
ເພື່ອສະເຫຼີມສະຫຼອງໄຊຊະນະຂອງກຳ ລັງ ສະຫະລັດ ໃນສົງຄາມອ່າວເປີເຊຍ.

ບັນດານັກວິຈານກ່າວວ່າ ການເດີນສວນສະໜາມຂອງກອງທັບມັກຈະເຊື່ອມໂຍງກັບ
ພວກຜູ້ນຳຜະເດັດການ, ຈາກການສະແດງລູກສອນໄຟຂອງ ເກົາຫຼີເໜືອ, ຫາການສະ
ເຫຼີມສະຫຼອງທີ່ເກົ່າແກ່ຫຼາຍທົດສະວັດທີ່ຈະຕຸລັດແດງໃນ ຣັດເຊຍ, ເຖິງການສະແດງ
ທີ່ ຈີນ ໄດ້ມອບໃຫ້ທ່ານ ໃນລະຫວ່າງ ການຢ້ຽມຢາມຂອງທ່ານ ເມື່ອປີກາຍນີ້.

ແລະ ທ່ານ ອີຕັນ “Eaton” ນາຍພົນອອກບຳນານແລ້ວໄດ້ກ່າວວ່າ ກອງກຳລັງຕ່າງໆ
ເຂົາເຈົ້າມີສິ່ງທີ່ສຳຄັນຫຼາຍກວ່ານີ້ຕ້ອງເຮັດ.

ພົນຕີ ພອລ ອີຕັນ ກ່າວວ່າ “ຂະນະທີ່ ອັຟການິສຖານ (ສົງຄາມກຳລັງດຳເນີນຢູ່, ໂດຍ
ທີ່ ອີຣັກ ກຳລັງຈະເສັດສິ້ນລົງ ແລະບາງເທື່ອອາດພວມມີການກະກຽມ ສຳລັບ ເກົາຫຼີ
ເໜືອ ນັ້ນ, ກອງກຳລັງຕ່າງໆແມ່ນບໍ່ມີເວລາທີ່ຈະເຮັດແນວນັ້ນ, ສະນັ້ນ ນີ້ແມ່ນຄວາມ
ຄິດທີ່ວ່າບໍ່ດີຢ່າງຍິ່ງ.”

ດ້ວຍຂໍ້ຕົກລົງເພື່ອໃຫ້ທຶນຢ່າງເຕັມທີ່ ເຊິ່ງຫາກໍຖືກຮັບຮອງເອົາໃນສະ ພາສູງນັ້ນ,
ການຊອກຫາເງິນ ເພື່ອມາໃຊ້ຈ່າຍທີ່ມີລາຄາແພງດັ່ງກ່າວນັ້ນ ສາມາດພິສູດໃຫ້ເຫັນ
ວ່າຍາກ. ແຕ່ປະທານາທິບໍດີຄົນນີ້ ແມ່ນບໍ່ເປັນທີ່ຮູ້ຈັກ ສຳລັບການຍອມອ່ອນຂໍ້ໃຫ້.

XS
SM
MD
LG