ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທຳ​ນຽບ​ຫ້າ​ແຈ ເຕືອນ​ເຖິງ​ການ​ສອດ​ແນມ​​ ທາງດ້ານ​ທະ​ຫານ ຂອງ​ຈີນ


ເຮືອ​ດຳ​ນ້ຳ 094A Jin-class ທີ່​ເຫັນ​ໃນ​ທະ​ເລ​ຈີນ​ໃຕ້, 12 ເມ​ສາ 2018.
ເຮືອ​ດຳ​ນ້ຳ 094A Jin-class ທີ່​ເຫັນ​ໃນ​ທະ​ເລ​ຈີນ​ໃຕ້, 12 ເມ​ສາ 2018.

ການພັດທະນາ​ທາງ​ທະ​ຫານໃຫ້ທັນສະໄໝ​ຂອງ​ຈີນ ໃນ​ຮອບ 2 ທົດ​ສະ​ວັດ​ຜ່ານ​ມາ​ນີ້ ໄດ້ຮັບໝາກຜົນຢ່າງໃຫຍ່ໃນດ້ານການພັດທະນາ​ລູກ​ສອນ​ໄຟ ແລະໃນຂົງເຂດດ້ານ
​ໄຊ​ເບີ​ຣ໌ ແລະອະວະກາດ, ແຕ່​ທຳ​ນຽບ​ຫ້າ​ແຈ ​ກ່າວ​ວ່າ ຈີນ ຍັງ​ກາງ​ຕໍ່​ ໃນ​ການ​ສອດ​ແນມ
​ປະເທດ​ອື່ນໆ ເພື່ອ​ລັກ​ຂະ​ໂມຍເອົາ​ເທັກ​ໂນ​ໂລ​ຈີ​ ທາງ​ທະ​ຫານ​ທີ່​ຫຼ້າ​ສຸດ.

“ຈີນ ແມ່ນ​ໃຊ້​ຫຼາຍໆ​ກຳ​ມະ​ວິ​ທີ ທີ່​ຈະ​ເກັບ​ກຳ​ເອົາ​ຂໍ້​ມູນ​ທາງ​ທະ​ຫານ​ຂອງ​ຕ່າງ​ປະ​ເທດ
​ແລະການ​ໃຊ້​ເທັກ​ໂນ​ໂລ​ຈີ ຄວບ​ຄູ່​ກັນ ຊຶ່ງ​ຮວມ​ທັງ ແນ​ເປົ້າ​ໝາຍ​ໃສ່​ການ​ລົງ​ທຶນ
ໃນຕ່າງ​ປະ​ເທດ​ໂດຍຕົງ, ການ​ລັກ​ຂະ​ໂມຍ​ທາງ​ໄຊ​ເບີ​ຣ໌ ແລະ​ການ​ສະແຫວງຫາເທັກ
​ໂນ​ໂລ​ຈີເຫຼົ່ານີ້ ຈາກ​ບໍລິສັດເອກກະຊົນຂອງຈີນ ພ້ອມກັນ​ກັບ ​ການລ່ວງລະເມີດເຂົ້າ
ເຄື່ອງ​ຄອມ​ພິວ​ເຕີ ແລະ​ການ​ເອົາ​ບາດ​ກ້າວ​ອື່ນໆ​ແບບ​ຜິດ​ກົດ​ໝາຍ,”
ອີງ​ຕາມ​ລາຍ​ງານ​
ຂອງ​ທຳ​ນຽບ​ຫ້າ​ແຈ ທີ່​ທາງ​ລັດ​ຖະ​ສະ​ພາ​ມອບໝາຍໃຫ້ເຮັດ​ນັ້ນ ຊຶ່ງ​ໄດ້​ນຳ​ອອກ​ເຜີຍ​ແຜ່
ໃນ​ວັນ​ພະ​ຫັດ ຜ່ານ​ມາ​ນີ້.

ທ່ານ Randall Schriver ຜູ້ຊ່ວຍລັດຖະມົນຕີ​ປ້ອງ​ກັນ​ປະເທດ ຮັບຜິດຊອບດ້ານ
ຄວາມ​ປອດ​ໄພ​ໃນ​ເຂດອິນ​ໂດປາ​ຊິ​ຟິກ ໄດ້​ກ່າວບອກ​ ບັນດາ​ນັກ​ຂ່າວຢູ່ທີ່ທຳ​ນຽບ​
ຫ້າ​ແຈ ​ໃນ​ວັນ​ສຸກວານ​ນີ້ ​ວ່າ ຈີນ​ ມັກ​ຈະ​ໃຊ້ຍຸດທະວິທີທີ່ບໍ່ເຖິງຂັ້ນເກີດການຂັດແຍ້ງ
ທາງທະຫານ ເພື່ອຈະບັນ​ລຸ​ເປົ້າໝາຍຂອງ​ຕົນ ຂອງການາກາຍມາເປັນ “ກອງທັບ
ຊັ້ນນຳຂອງໂລກ ພາຍໃນປີ 2049,”
ຈາກ​ການໃຊ້ການ​ຂົ່ມ​ຂູ່​ແລະ​ກົດ​ດັນຕໍ່​ຕ້ານ
​ສື່ມວນຊົນ ແລະ​ສະ​ຖາ​ບັນການ​ສຶກ​ສາ ຕະຫຼອດເຖິງການລົບກວນລະ​ບົບຂອງ​ພວກ
ກຳ​ປັ່ນຢູ່ນ່ານ​ນ້ຳ​ສາ​ກົນ​ ໃນ​ທະ​ເລ​ຈີນ​ໃຕ້ ນຳດ້ວຍ.

ລາຍ​ງານ ຍັງ​ໄດ້​ລະ​ບຸ​ວ່າ ຈີນ ໄດ້​ໃຊ້​ວິ​ທີ​ນີ້ ເພື່ອ​ເຂົ້າ​ເຖິງ​ເທັກ​ໂນ​ໂລ​ຈີ​ ໃນ​ລະ​ດັບ
​ມາດຕະ​ຖານ​ທາງ​ທະ​ຫານ ທີ່​ຖື​ວ່າ​ເປັນ​ລະ​ດັບ​ດີ ຈາກ​ສະ​ຫະ​ລັດ ທີ່ຮວມ​ທັງ ການ​ຕໍ່​ຕ້ານ
ໃນ​ພື້ນ​ນ້ຳ ຫຼື submarine ໄປ​ເຖິງ ອຸບ​ປະ​ກອນ​ຕ່າງໆນຳ.

ທ່ານ​ໄດ້​ກ່າວ​ວ່າ ຈີນ ແມ່ນ​ໄດ້ “ກະ​ຕື​ລື​ລົ້ນ” ຕໍ່​ການ​ເຮັດ​ໃຫ້​ທັນ​ສະ​ໄໝ ແລະ​ເຮັດ​ໃຫ້
“ເປັນ​ຂັ້ນ​ຕອນການດຳ​ເນີນ​ງານ​ທີ່​ຍິ່ງ​ໃຫຍ່” ໃນ​ລະ​ບົບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ແລະ
​ການ​ພັດ​ທະ​ນາລູກ​ສອນ​ໄຟ, ແຕ່​ວ່າ ​ທ່ານ​ຍັງ​ບໍ່​ທັນໄດ້​ເອີ້ນ​ປັກ​ກິ່ງ ວ່າ​ເປັນ​ປໍ​ລະ​ປັກເທື່ອ.

“ພວກເຮົາແມ່ນ​ແນ່ນອນ​ວ່າ ບໍ່​ໄດ້​ເຫັນ​ການ​ບໍ່ລົງ​ຮອຍ​ກັບ​ຈີນ ແລະ​ມັນ​ບໍ່​ໄດ້ປ້ອງ​ກັນ​
ການ​ປະ​ສານ​ງານ ບ່ອນ​ທີ່ມີ​ຜົນ​ປະ​ໂຫຍດ​ເກີດ​ຂຶ້ນ,”
ຊຶ່ງ​ທ່ານ Schriver ​ໄດ້ບອກ​ກັບ​
ພວກ​ນັກ​ຂ່າວ​ໄວ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ລະບົບນຳທາງຂອງການທຳລາຍລູກສອນໄຟ Guiyang ຂອງຈີນ ປະກອບ ສ່ວນເຂົ້າໃນການສວນສະໜາມ ໃນເມືອງທ່າ Qingdao ທາງພາກຕາເວັນອອກຂອງປະເທດ, 23 ເມສາ 2019.
ລະບົບນຳທາງຂອງການທຳລາຍລູກສອນໄຟ Guiyang ຂອງຈີນ ປະກອບ ສ່ວນເຂົ້າໃນການສວນສະໜາມ ໃນເມືອງທ່າ Qingdao ທາງພາກຕາເວັນອອກຂອງປະເທດ, 23 ເມສາ 2019.

XS
SM
MD
LG