ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຫ້າແຈ ເຕືອນລັດຖະບານຊົ່ວຄາວ ຂອງມາລີ ບໍ່ໃຫ້ນຳເອົາພວກທະຫານຮັບຈ້າງຂອງຣັດເຊຍ ເຂົ້າມາໃນປະເທດ


ພາບນີ້ໄດ້ຖືກພິມເຜີຍແຜ່ໂດຍໜ່ວຍງານບໍລິການດ້ານການຮັກສາຄວາມປອດໄພຂອງຢູເຄຣນ ທີ່ປາກົດວ່າ ສະແດງໃຫ້ເຫັນພວກທະຫານຮັບຈ້າງຂອງກຸ່ມແວກເນີ (Wagner Group) ຢູ່ສະຖານທີ່ທີ່ບໍ່ໄດ້ຖືກລະບຸ. (ssu.gov.ua)
ພາບນີ້ໄດ້ຖືກພິມເຜີຍແຜ່ໂດຍໜ່ວຍງານບໍລິການດ້ານການຮັກສາຄວາມປອດໄພຂອງຢູເຄຣນ ທີ່ປາກົດວ່າ ສະແດງໃຫ້ເຫັນພວກທະຫານຮັບຈ້າງຂອງກຸ່ມແວກເນີ (Wagner Group) ຢູ່ສະຖານທີ່ທີ່ບໍ່ໄດ້ຖືກລະບຸ. (ssu.gov.ua)

ບັນດາເຈົ້າໜ້າທີ່ທະຫານສະຫະລັດ ໄດ້ທຳການເຕືອນເພີ້ມຕື່ມ ຕໍ່ລັດຖະບານຊົ່ວຄາວຂອງມາລີ ບໍ່ຄວນເຮັດຂໍ້ຕົກລົງໃດໆເພື່ອນຳໃຊ້ພວກທະຫານຮັບຈ້າງຈາກກຸ່ມແວກເນີ (Wagner) ຂອງຣັດເຊຍ ໃຫ້ຊ່ອຍໃນດ້ານການຮັກສາຄວາມປອດໄພ ແລະຕໍ່ຕ້ານການກໍ່ການຮ້າຍ.

ເປັນເວລາຫຼາຍອາທິດແລ້ວທີ່ ບັນດາເຈົ້າໜ້າທີ່ ສະຫະລັດແລະຝຣັ່ງ ໄດ້ພະຍາຍາມຢ່າງເປີດເຜີຍເພື່ອຫ້າມບັນດາຜູ້ນຳມາລີ ບໍ່ໃຫ້ເດີນໜ້າກັບຂໍ້ຕົກລົງທີ່ໄດ້ຖືກລາຍງານວ່າ ມາລີຈະຕ້ອງຈ່າຍກຸ່ມແວກເນີ 10 ລ້ານ 8 ແສນໂດລາຕໍ່ເດືອນ ສຳລັບພວກທະຫານຮັບຈ້າງ 1,000 ຄົນ ເພື່ອໃຫ້ການຝຶກແອບທະຫານມາລີ ແລະສະໜອງການຮັກສາຄວາມປອດໄພແກ່ບັນດາເຈົ້າໜ້າທີ່ອະວຸໂສຂອງມາລີ.

ໃນເວລານີ້ ທຳນຽບຫ້າແຈ ກ່າວວ່າ ຂໍ້ຕົກລົງເຊັ່ນນັ້ນ ອາດເຮັດໃຫ້ມາລີຕ້ອງເສຍຄ່າໃຊ້ຈ່າຍໃນຫຼາຍວິທີທາງ.

ໂຄສົກກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານນາງຊິນດີ ຄິ້ງ (Cindi King) ໄດ້ກ່າວຕໍ່ວີໂອເອວ່າ “ເມື່ອເບິ່ງປະຫວັດຂອງກຸ່ມແວກເນີແລ້ວ ຖ້າຫາກລາຍງານທັງຫຼາຍເຫຼົ່ານີ້ ແມ່ນຖືກຕ້ອງ ບົດບາດໃດໆສຳລັບພວກທະຫານຮັບຈ້າງຂອງຣັດເຊຍໃນມາລີ ເປັນໄປໄດ້ສູງວ່າ ຈະເຮັດໃຫ້ສະຖານະການທີ່ບອບບາງແລະບໍ່ມີສະຖຽນລະພາບຢູ່ແລ້ວນັ້ນ ຮ້າຍແຮງຂຶ້ນຕື່ມ.”

ທ່ານນາງຄິ້ງ ຍັງໄດ້ເຕືອນອີກວ່າ ຂໍ້ຕົກລົງລະຫວ່າງມາລີແລະກຸ່ມແວກເນີ “ຈະເຮັດໃຫ້ການຕອບສະໜອງຂອງນາໆຊາດ ໃນການສະໜັບສະໜຸນລັດຖະບານຂ້າມຜ່ານນັ້ນ ສັບສົນຫຼາຍຂຶ້ນ.”

ສະຫະລັດ ໄດ້ສະໜອງການຝຶກແອບແລະໃຫ້ການສະໜັບສະໜຸນອື່ນໆແກ່ມາລີ ໃນຂະນະທີ່ປະເທດດັ່ງກ່າວພວມປະເຊີນໜ້າກັບໄພຄຸກຄາມຈາກກຸ່ມກໍ່ການຮ້າຍຕ່າງໆຢູ່ນັ້ນ ທີ່ລວມມີ ກຸ່ມໄອແອັສໃນເຂດພາກພື້ນຊາຮາຣາ ທີ່ເປັນເຄືອຂ່າຍຂອງກຸ່ມລັດອິສລາມ ແລະກຸ່ມຈາມັຕ ນຸສຣັຕ ອາລ-ອິສລາມ ວາລ-ມຸສລີມິນ ທີ່ເປັນເຄືອຂ່າຍຂອງກຸ່ມອາລ-ກາອີດາ ຫຼືທີ່ມີຊື່ຫຍໍ້ວ່າ JNIM.

ແຕ່ການສະໜັບສະໜຸນດັ່ງກ່າວນັ້ນ ໄດ້ຖືກຍົກເລີກ ຫຼັງຈາກໄດ້ມີການກໍ່ລັດຖະປະຫານໃນເດືອນສິງຫາ ປີ 2020 ທີ່ໄດ້ເຫັນກອງກຳລັງທະຫານຂອງກອງທັບມາລີກຸ່ມນຶ່ງ ໄດ້ປົດບັນດາຜູ້ນຳຂອງປະເທດທີ່ໄດ້ຖືກເລືອກມາຈາກການເລືອກຕັ້ງ.

ເມື່ອມໍ່ໆມານີ້ ຝຣັ່ງໄດ້ປະກາດໃນເດືອນມິຖຸນາທີ່ຜ່ານນີ້ວ່າ ຕົນຈະນຳເອົາກອງກຳລັງຕໍ່ຕ້ານການກໍ່ການຮ້າຍ ຈຳນວນ 2,000 ຄົນທີ່ໄດ້ໄປປະຈຳການຢູ່ໃນມາລີແລະປະເທດເພື່ອນບ້ານໃກ້ຄຽງອື່ນໆນັ້ນ ກັບຄືນປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG