ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ​ ​​ເກົາຫຼີ​ໃຕ້ ​​ບິນຜ່າ​ນ ເຂດ​ປ້ອງ​ກັນ​ ທາງ​ອາກາດ​ໃໝ່ ຂອງຈີນ (ວີດີໂອ)


ໝູ່ເກາະທະ​ເລ​ຈີນ​ຕາ​ເວັນ​ອອກ ເອີ້ນວ່າ Senkaku ໃນພາສາຍີ່ປຸ່ນ ແລະຊາວຈີນເອີ້ນວ່າ Diaoyu
ໝູ່ເກາະທະ​ເລ​ຈີນ​ຕາ​ເວັນ​ອອກ ເອີ້ນວ່າ Senkaku ໃນພາສາຍີ່ປຸ່ນ ແລະຊາວຈີນເອີ້ນວ່າ Diaoyu
ຍີ່ປຸ່ນ​ແລະເກົາຫຼີ​ໃຕ້ ກ່າວ​ວ່າ ພວກ​ຕົນ​ໄດ້ສົ່ງ​ເຮືອບິນ ​ໃຫ້ບິນ
ຜ່າ​ນ ເຂດ​ປ້ອງ​ກັນ​ທາງ​ອາກາດ​ໃໝ່ຂອງຈີນ ເທິງທະ​ເລ​ຈີນ
​ຕາ​ເວັນ​ອອກ ຊຶ່ງ​ມີ​ຂຶ້ນ​ຫຼັງ​ຈາກ ​ເຮືອບິນ​ຂອງ​ສະຫະລັດທີ່ໄດ້
​ບິນ​ຜ່ານ​ຂົງ​ເຂດ​ດັ່ງກ່າວ​ໃນ​ຕົ້ນອາທິດ​ນີ້​ນັ້ນ.

ກຸງ​ໂຕ​ກຽວ​ແລະ​ກຸງ​ໂຊ​ລໄດ້​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ພວກ​ຕົນ
​ບໍ່​ໄດ້​ແຈ້ງໃຫ້​ຈີນຊາບກ່ອນ ​ທີ່​ຈະບິນ​ຜ່ານ​ເຂົ້າ​ໄປ​ ໃນ​ເຂດ​ນ່ານ
ຟ້າ ທີ່​ມີ​ບັນຫາ​ໂຕ້​ແຍ້​ງກັນ​ນັ້ນ.

ຈີ​ນ​ໄດ້​ປະກາດ​ກ່ຽວ​ກັບ​ການສ້າງຕັ້ງ​ເຂດ​ປ້ອງ​ກັນ​ທາງ​ອາກາດ
​ໃໝ່ຂອງ​ຕົນ ທີ່​ເອີ້ນຫຍໍ້​ວ່າ ADIZ ຫລື Air Defense Identifi-
cation Zone ເທິງ​ເຂດນ່ານນໍ້າທະ​ເລ​ຈີນ​ຕາ​ເວັນ​ອອກ ​ທີ່​ຍັງ​ມີ​ການ​ໂຕ້​ແຍ້​ງກັນ ໃນ​ວັນ
​ເສົາ​ທີ່​ຜ່ານ​ມາ​ນີ້ ຊຶ່ງ​ຈີນໄດ້​ປະກາດ​ວ່າ ເຮືອບິນພົນ ລະ​ເຮືອນ ​ແລະ​ເຮືອບິນ​ທະຫານ​
ທັງ​ໝົດ​ທີ່​ຈະ​ບິນ​ຜ່ານ​ເຂົ້າ​ໄປ​ຍັງ​ຂົງ​ເຂດ​ດັ່ງກ່າວ​ນັ້ນ ຕ້ອງ​ໄດ້​ລະບຸ​ວ່າ​ ​ເປັນເຮືອບິນ​ຂອງ​
ໃຜ ແລະ​ໃຫ້​ເຊື່ອ​ຟັງ​ການ​ບັນຊາ​ຈາກກຸງ​ປັກ​ກິ່ງ ຫຼືບໍ່​ສະ​ນັ້ນ ກໍ​ອາດ​ຈະ​ປະ​ເຊີນກັບ​ອັນ​ທີ່
​ເອີ້ນ​ວ່າ​ ​ການ​ເອົາ​ມາດ​ຕະການ​ສຸກ​ເສີນ.

​ເຂດ​ປ້ອງ​ກັນ​ທາງ​ອາກາດ​ໃໝ່ຂອງ​ຈີນທີ່​ວ່າ​ນີ້​ ແມ່ ຮວມທັງເຂດນ່ານຟ້າ ​ເທິງ​ໝູ່ເກາະ
ທີ່ບໍ່​ມີຜູ້​ອາ​ຢູ່​ໄສ ທີ່​ອາດ​ເຕັມ​ໄປດ້ວຍ​ແຫຼ່ງຊັບພະຍາກອນທໍາ​ມະ​ຊາດ ທີ່​ຈີນ​ອ້າງເອົາ
ກໍາມະສິດ ​ແລະ​ຄວບ​ຄຸມໂດຍຍີ່ປຸ່ນ ຊຶ່ງ​ເປັນ​ຄູ່​ປໍ​ລະ​ປັກຢູ່​ໃນ​ຂົງ​ເຂດນັ້ນ.

​ແຕ່​ວ່າສະຫະລັດ ​ໄດ້​ກ່າວ​ວ່າ ຕົນ​ໄດ້ສົ່ງເຮືອບິນລົບ B-52 ທີ່​ບໍ່​ຕິດ​ອາວຸດ 2 ລຳ ບິນ​ໄປ
​ໃກ້ໆໝູ່​ເກາະທີ່​ມີ​ການຂັດ​ແຍ້​ງກັນ​ດັ່ງກ່າວ​ ​ໃນ​ມື້ວັນ​ຈັນ​ຜ່ານ​ມາ ​ໂດຍ​ທີ່​ບໍ່​ໄດ້​ແຈ້ງ​ໃຫ້​ຈີນ
​ຊາບ. ສາຍ​ການບິນຍີ່ປຸ່ນ ທີ່​ບິນ​ໃຫ້​ບໍລິການຢູ່​ໃນ​ຂົງເຂດ ກໍ​ໄດ້​ຢຸດ​ເຊົາ​ສົ່ງ​ແຜນການ​ບິນ
ຕ່າງໆ​ ໄປ​ໃຫ້​ຈີນ​ໃນ​ວັນ​ພຸດ​ວານ​ນີ້ ຕາມ​ການຮ້ອງ​ຂໍຈາກ​ທາງ​ລັດຖະບານ​ຍີ່ປຸ່ນ.

US Warplanes Defy China Air Defense Zone
please wait

No media source currently available

0:00 0:02:14 0:00
ລິງໂດຍກົງ
XS
SM
MD
LG