ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ອີຣ່ານ ຮຽກຮ້ອງ ໃຫ້ຢຸດຍິງ ໂດຍທັນທີ ໃນ ເຢເມນ


ເຮືອບິນ Helicopters ກຳລັງບິນຂື້ນຈາກ ກຳປັ່ນບັນທຸກເຮືອບິນ USS Theodore Roosevelt ຂອງ ສະຫະລັດ.

ອີຣ່ານ​ ໄດ້​ຮຽກຮ້ອງໃຫ້​ຢຸດ​ຍິງ ​ໂດຍ​ທັນທີໃນ​ເຢ​ເມນ ບ່ອນ​ທີ່
ພວກກະບົດ Houthi ​ໄດ້​ຍຶດ​ເອົາ​ເນື້ອ​ທີ່ແລະ​ກໍ່ໃຫ້ເກີດມີການ
ໂຈມຕີທາງອາກາດ ພາຍໃຕ້ການນຳພາ ຂອງຊາ​ອຸ​ດີ ​ເພື່ອໃຫ້
ການສະໜັບສະໜູນປະທານາທິບໍດີ Abd-Rabbu Mansour
Hadi.

ປະທານາທິບໍດີອີຣ່ານ ທ່ານ Hassan Rouhani ກ່າວ​ໃນ​ວັນ
​ອັງຄານ​ມື້​ນີ້ວ່າ ຂໍ້​ສະ​ເໜີ​ເພື່ອໃຫ້ມີການຢຸດຍິງ ການເຈລະຈາ​
ລ​ະຫວ່າງທຸກ​ພັກ​ຝ່າຍ​ຂອງ​ເຢ​ເມນ ​ແລະ​ການ​ສ້າງຕັ້ງ​ລັດຖະ
ບານທີ່ຮວມເອົາທຸກໆກຸ່ມ ຄືຊ່ອງ​ທາງ​ໄປ​ສູ່​ການ​ແກ້​ໄຂ​ ວິ​ກິດ​
ການ​ຂອງ​ປະ​ເທດ.

ການ​ໂຈ​ມຕີ​ຖີ້ມລະ​ເບີດ​ເປັນ​ເວລາ​ສີ່​ອາທິດ ຍັງ​ດຳ​ເນີນຢູ່ຕໍ່ມາ ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍ
ມີການໂຈມ​ຕີ​ທາງ​ອາ​ກາດເພີ້ມຂຶ້ນໃສ່​ນະຄອນຫລວງ Sanaa’a ທີ່​ກຸ່ມ ກະບົດ Houthi
ຊຶ່ງອີຣັກໜູນຫລັງ ໄດ້ເຂົ້າຍຶດ​ເອົາ​ເມື່ອ​ເດືອນ​ກັນຍາປີກາຍ.

ການ​ໂຈມ​ຕີ​ທາງ​ອາກາດ​ໃສ່ ສາງ​ຈະ​ຫລວດ ​ໃກ້ກັບ​ນະຄອນດັ່ງກ່າວ ໃນ​ວັນ​ຈັນ​ວານ​ນີ້
​ໄດ້​ເຮັດ​ໃຫ້​ເກີດ​ລະ​ເບີດຂະໜາດໃຫຍ່ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 25 ຄົນ ​ແລະ​ໄດ້​
ຮັບ​ບາດ​ເຈັບ​ຫລາຍ​ຮ້ອຍ​ຄົນ.

​ໃນ​ຂະນະ​ດຽວ​ກັນ ສະຫະລັດ ກໍກຳລັງ​ສົ່ງ​ກຳ​ປັ່ນ​ບັນທຸກ​ເຮືອບິນ ​ໄປ​ສົມທົບກັບ ບັນດາ
​ກຳປັ່ນ​ລົບ​ຕ່າງໆ ຂອງສະຫະລັດ ​ໃນເຂດ​ນ່ານ​ນຳ້ໃກ້​ກັບ​ເຢ​ເມນ ໃນອັນ​ທີ່​ທຳນຽບຫ້າ​ແຈ
​ກ່າວ​ວ່າ ​ເປັນ​ການ​ເຄື່ອນ​ໄຫວ​ເພື່ອ​ຄໍ້າປະກັນໃຫ້​ເສັ້ນ​ທາງ​ເດີນ ເຮືອໃນ​ອ່າວເອເດັນ ຍັງເປີດ
ໃຫ້ມີການແລ່ນໄປມາຢູ່.

ໂຄສົກ​ຄົນ​ນຶ່ງ​ ປະ​ຕິ​ເສດ​ວ່າ ບັນດາ​ກຳ​ປັ່ນລົບເຫຼົ່ານີ້ ຈະ​ບໍ່ໃຊ້​ເພື່ອຈັບເຮືອທີ່ສົງໄສ​ວ່າ
ລັກ​ລອບ​ອາວຸດ​ໄປ​ໃຫ້ກະບົດ Houthi.

ໂຄສົກກອງທັບ​ເຮືອ​ທີຫ້າຂອງສະຫະລັດ ທ່ານ Kevin Stephens ກ່າວ​ວ່າ ມີ​ຫລາຍ​ຂັ້ນ
​ຕອນທີ່​ກອງທັບເຮືອ ສາມາດ​ປະຕິບັດ​ໄດ້ ຖ້າ​ຫາກ​ວ່າ​ມີ​ການ​ສະແດງໃຫ້ເຫັນວ່າ ມີ​ອາວຸດ
ຢູ່​ໃນ​ກຳ​ປັ່ນ​ຂອງ​ອີຣ່ານ ຮວມທັງ​ການ​ຮ້ອງ​ຂໍ​ຂື້ນ​ໄປ​ເທິງ​ເຮືອ.

ທຳນຽບຂາວກ່າວ​ວ່າ ຕົນ​ມີ​ຫລັກ​ຖານ ທີ່ວ່າອີຣ່ານ ສົ່ງ​ອາວຸດແລະ​ໃຫ້ການ​ຊ່ວຍ​ເຫລືອ
​ຕ່າງໆ​ແກ່ພວກກະບົດ Houthi.

Yemen
please wait
Embed

No media source currently available

0:00 0:01:01 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG