ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທໍານຽບຫ້າແຈ ສົ່ງທະຫານ 5,200 ຄົນ ໄປ ຊາຍແດນ ເພື່ອຊ່ວຍ ຮັບມືກັບ ຄາຣາວານ ຂອງພວກອົບພະຍົບ


ຂະບວນຄາຣາວານຂອງພວກອົບພະຍົບຊາວ
ຮອນດູຣາສ ພາກັນຂີ່ລົດບັນທຸກໄປ ໃນຂະນະທີ່ ຄົນສ່ວນຍັງເຫລືອ ລຽນແຖວ ລໍຖ້າຢູ່ແຄມທາງ ທີ່ເຊື່ອຕໍ່ເມືອງ Tapanatepec ໃສ່ກັບເມືອງ Niltepec ຂອງເມັກຊິໂກ ໃນຂະນະທີ່ ພາກັນສືບຕໍ່ເດີນທາງ​ມຸ່ງ​ໜ້າມາຍັງ​ຊາຍແດນສະ​ຫະ​ລັດຢ່າງຊ້າໆ ໃນວັນທີ 29 ຕຸລາ, 2018
ຂະບວນຄາຣາວານຂອງພວກອົບພະຍົບຊາວ ຮອນດູຣາສ ພາກັນຂີ່ລົດບັນທຸກໄປ ໃນຂະນະທີ່ ຄົນສ່ວນຍັງເຫລືອ ລຽນແຖວ ລໍຖ້າຢູ່ແຄມທາງ ທີ່ເຊື່ອຕໍ່ເມືອງ Tapanatepec ໃສ່ກັບເມືອງ Niltepec ຂອງເມັກຊິໂກ ໃນຂະນະທີ່ ພາກັນສືບຕໍ່ເດີນທາງ​ມຸ່ງ​ໜ້າມາຍັງ​ຊາຍແດນສະ​ຫະ​ລັດຢ່າງຊ້າໆ ໃນວັນທີ 29 ຕຸລາ, 2018

ທໍານຽບຫ້າແຈ ກໍາລັງສົ່ງທະຫານ 5,200 ຄົນ ໄປປະຈໍາຢູ່ຊາຍແດນສະຫະລັດກັບເມັກຊິ
ໂກ ເພື່ອຊ່ວຍພວກເຈົ້າໜ້າທີ່ ຮັບມືກັບຂະບວນຄາຣາວານຂອງພວກ ອົບພະຍົບຊາວ
ຮອນດູຣາສທີ່​ກຳ​ລັງ​ເດີນ​ທາງ​ມຸ່ງ​ໜ້າມາຍັງ​ສະ​ຫະ​ລັດ​ນັ້ນ.

ນາຍພົນ ແທເຣັນສ໌ ໂອຊອກແນັສຊີ (Terrence O'Shaughnessy), ຜູ້ບັນ ຊາການໃນ
ເຂດພາກເໜືອສະຫະລັດ ກ່າວຕໍ່ພວກນັກຂ່າວໃນວັນຈັນ ວານນີ້ວ່າ "ການຮັກສາຄວາມ
ປອດໄພຢູ່ຊາຍແດນ ແມ່ນການປ້ອງກັນຄວາມປອດໄພຂອງຊາດ".

ທ່ານກ່າວອີກວ່າ ທະຫານ 5,200 ຄົນນີ້ ຈະໄປເຮັດວຽກສົມທົບກັບກຳ​ລັງ​ຮັກສາດິນແດນ
ທີ່ມີຢູ່ແລ້ວເກືອບຮອດ 2,100 ຄົນ ນັ້ນ.

ທ່ານເຄວິນ ແມັກອາລີແນນ (Kevin McAleenan) ຫົວໜ້າກໍາມາທິການດ້ານພາສີ
ແລະການປ້ອງກັນຊາຍແດນເວົ້າວ່າ ມີຄົນ 3,500 ຄົນ ຊຶ່ງລວມທັງ ຜູ້ຊາຍ, ແມ່ຍິງ ແລະເດັກນ້ອຍກໍາລັງເດີນທາງມຸ່ງ​ໜ້າ​ມາຍັງ​ສະ​ຫະ​ລັດຢ່າງຊ້າໆ.

ທ່ານເຄວິນ ແມັກອາລີແນນ (ຂວາ) ຫົວໜ້າກໍາມາທິການດ້ານພາສີ ແລະການປ້ອງກັນຊາຍແດນ ກ່າວຄໍາປາໄສ ໃນຂະນະທີ່ ນາຍພົນ ແທເຣັນສ໌ ໂອຊອກແນັສຊີ, ຜູ້ບັນຊາການໃນເຂດພາກ ເໜືອສະຫະລັດ (ຊ້າຍ) ກໍາລັງຟັງຢູ່ ໃນກອງປະຊຸມຖະແຫລງຂ່າວ ຢູ່ວໍຊິງຕັນ ໃນວັນທີ 29 ຕຸລາ, 2018
ທ່ານເຄວິນ ແມັກອາລີແນນ (ຂວາ) ຫົວໜ້າກໍາມາທິການດ້ານພາສີ ແລະການປ້ອງກັນຊາຍແດນ ກ່າວຄໍາປາໄສ ໃນຂະນະທີ່ ນາຍພົນ ແທເຣັນສ໌ ໂອຊອກແນັສຊີ, ຜູ້ບັນຊາການໃນເຂດພາກ ເໜືອສະຫະລັດ (ຊ້າຍ) ກໍາລັງຟັງຢູ່ ໃນກອງປະຊຸມຖະແຫລງຂ່າວ ຢູ່ວໍຊິງຕັນ ໃນວັນທີ 29 ຕຸລາ, 2018

ຂະບວນຄາຣາວານອັນທີສອງ ມີປະມານ 3,000 ຄົນ ກໍາລັງຈະໄປຮອດຊາຍແດນກົວ
ເຕມາລາກັບເມັກຊິໂກ ໃນວັນອາທິດຜ່ານມານີ້ ໂດຍປາກົດວ່າ ມີຈຸດປະສົງຈະມາພົບ
ກັບກຸ່ມທີ່ໃຫຍ່ກວ່າ ນັ້ນ.

ສຳ​ລັບ​ພວກ​ອົບ​ພະ​ຍົບ​ຈຳ​ນວນ​ນຶ່ງ​ໄດ້​ຂ້າມ​ແມ່​ນ້ຳ ເຂົ້າ​ໄປ​ໃນ​ເມັກ​ຊິ​ໂກທັງໆ​ທີ່​ຕຳ​ຫຼວດ
​ໄດ້​ພະ​ຍາ​ຍາມ ​ທີ່​ຈະ​ຂັດ​ຂວາງ​ພວກ​ເຂົາ​ເຈົ້າ ບໍ່​ໃຫ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ແບບ​ເປັນ​ກຸ່ມ
​ໃຫຍ່ໆ​ກຸ່ມ​ດຽວ.

ທ່ານ ແມັກອາລີແນນເວົ້າວ່າ ສໍາລັບພວກທີ່ສາມາດເຂົ້າມາໃນສະຫະລັດໄດ້ຈະຖືກຈັບ
ກຸມແລະການຂໍລີ້ໄພຂອງພວກເຂົາເຈົ້າຈະຖືກພິຈາລະນາດັ່ງທີ່ກໍານົດໄວ້ ໃນກົດໝາຍ
ຂອງສະຫະລັດ. ທ່ານເວົ້າອີກວ່າ ເຈົ້າໜ້າທີ່ຢູ່ເຂດຊາຍແດນຈະປະຕິບັດໜ້າທີ່ແບບ
ນັບຖືກົດໝາຍຢ່າງສູງທີ່ສຸດແລະກໍຈະປະຕິບັດຕໍ່ຜູ້ຄົນຢ່າງມີມະນຸດສະທໍາຫລາຍເທົ່າ
ທີ່ຈະຫລາຍໄດ້.

ພວກອົບພະຍົບຊາວ ຮອນດູຣາສ ທີ່​ກຳ​ລັງ​ເດີນ​ທາງ​ມຸ່ງ​ໜ້າມາຍັງ​ສະ​ຫະ​ລັດ ພາກັນທັບມ້າງຮົ້ວ ຂັ້ນຊາຍແດນ ລະຫວ່າງເມືອງ Ciudad Tecun Uman ຢູ່ກົວເຕມາລາ ແລະເມືອງ Ciudad Hidalgo ຢູ່ເມັກຊິໂກ ໃນວັນທີ 28 ຕຸລາ 2018
ພວກອົບພະຍົບຊາວ ຮອນດູຣາສ ທີ່​ກຳ​ລັງ​ເດີນ​ທາງ​ມຸ່ງ​ໜ້າມາຍັງ​ສະ​ຫະ​ລັດ ພາກັນທັບມ້າງຮົ້ວ ຂັ້ນຊາຍແດນ ລະຫວ່າງເມືອງ Ciudad Tecun Uman ຢູ່ກົວເຕມາລາ ແລະເມືອງ Ciudad Hidalgo ຢູ່ເມັກຊິໂກ ໃນວັນທີ 28 ຕຸລາ 2018

ແຕ່ວ່າ ທ່ານແມັກອາລີແນນກໍໄດ້ກ່າວວ່າ ການພະຍາຍາມທີ່ຈະເຂົ້າມາປະເທດນີ້ ໂດຍ
ເປັນກຸ່ມໃຫຍ່ໆ ນັ້ນ ໂດຍສະເພາະແມ່ນການເຂົ້າມາ ໃນແບບທີ່ທ່ານ ເອີ້ນວ່າ “ຜິດກົດ
ໝາຍ ແລະບໍ່ມີຄວາມປອດໄພນັ້ນ” ຈະບໍ່ໄດ້ຮັບຜົນປະໂຫຍດຫຍັງ.

ທ່ານໃຫ້ຄໍາເຫັນອີກວ່າ ສານສໍາລັບຄົນເຂົ້າເມືອງຕ່າງໆກໍາລັງປະສົບກັບຄວາມຊັກຊ້າ
ໃນການພິຈາລະນາຄໍາຮ້ອງຂໍລີ້ໄພ ທີ່ຍັງຄ້າງຢູ່ເປັນຈໍານວນຫຼວງຫລາຍ ແລະກໍເຕືອນ
ພວກທີ່ຢູ່ໃນຄາຣາວານນັ້ນວ່າ ພວກເຂົາເຈົ້າ ໄດ້ຮັບການປົກປ້ອງຢ່າງຫລວງຫລາຍ
ແລ້ວຢູ່ໃນເມັກຊິໂກ ຊຶ່ງລວມທັງການໃຫ້ຄໍາໝັ້ນສັນຍາວ່າ ຈະໄດ້ຮັບວິຊາທີ່ອະນຸຍາດ
ໃຫ້ເຮັດວຽກໄດ້ ແລະມີໂອກາດທີ່ຈະຂໍເປັນອົບພະ ຍົບ ຢູ່ໃນປະເທດນັ້ນໄດ້.

ທ່ານ ແມັກອາລີແນນກ່າວມ້ວນທ້າຍວ່າ ມີພວກທີ່ຫາທາງຂໍລີ້ໄພ 1,900 ຄົນ ຕໍ່ມື້ ຢູ່
ໃນລະຫວ່າງການຂ້າມຊາຍແດນເຂົ້າມາໃນສະຫະລັດ ຊຶ່ງໃນນັ້ນ ຫຼາຍຄົນແມ່ນເອົາ
ຕົນເອງຕົກໄປຢູ່ໃນກໍາມືຂອງພວກລັກລອບຄ້າມະນຸດທີ່ມີຄວາມຮຸນແຮງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG