ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຫ້າແຈ ກ່າວວ່າ ສະຫະລັດ ເປີດການບຸກໂຈມຕີ 5 ຄັ້ງຮອບໃໝ່ ໃສ່ລະບົບອາວຸດຂອງກຸ່ມຮູຕີ

ແຟ້ມພາບ -​ ເຮືອບິນສູ້ລົບລຳນຶ່ງ ຈາກກຳປັ່ນບັນທຸກເຮືອບິນລົບ USS Dwight D. Eisenhower ລະຫວ່າງການໂຈມຕີໃສ່ເປົ້າໝາຍທາງທະຫານຂອງກຸ່ມຮູຕີ ໃນເຢເມນ, ວັນທີ 3 ກຸມພາ 2024. (ຜູ້ຊ່ຽວຊານດ້ານການສື່ສານຂອງກອງທັບເຮືອສະຫະລັດ ພົນທະຫານຊັ້ນ 2 ຮໍເກ ເລບາຣອນ (Jorge LeBaron)/ເອກະສານແຈກຢາຍຜ່ານຣອຍເຕີສ໌).

ກອງກຳລັງສະຫະລັດ ໃນທະເລແດງ “ປະສົບຜົນສຳເລັດໃນການໂຈມຕີ ປ້ອງກັນຕົນເອງ 5 ຄັ້ງ” ເພື່ອສະກັດກັ້ນການໂຈມຕີທາງບົກ ແລະທາງທະເລ ຈາກເຂດທີ່ຄວບຄຸມໂດຍກຸ່ມຮູຕີ ຂອງເຢເມນ, ທຳນຽບຫ້າແຈ ກ່າວໃນວັນອາທິດ ວານນີ້, ອີງຕາມອົງການຂ່າວເອເອັຟພີ.

ກອງທັບສະຫະລັດ​ກ່າວວ່າ ການ​ໂຈມ​ຕີ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ເວລາ 3 ​ໂມງ ​ແລະ 8 ​ໂມງ​ແລງ​ ຕາມ​ເວລາທ້ອງຖິ່ນໃນ​ເມືອງຊານາ (Sanaa) ແລະເປັນ​ສ່ວນ​ນຶ່ງ​ຂອງ​ມາດຕະການຕ່າງໆ ທີ່ດຳເນີນການໂດຍສະຫະລັດ ​ແລະ​ບັນດາ​ພັນທະ​ມິດ​ຂອງ​ຕົນ ​ຕໍ່​ກຸ່ມຮູຕີ ໂດຍມີຈຸດປະສົງເພື່ອ​ຢຸດຕິການໂຈມຕີຊໍ້າແລ້ວຊໍ້າອີກ ໃສ່ເສັ້ນທາງຂົນສົ່ງໃນທະເລແດງ ໂດຍກຸ່ມກະບົດທີ່ໜູນຫຼັງໂດຍ​ອີຣ່ານ.

ການ​ໂຈມ​ຕີ 5 ຄັ້ງດັ່ງກ່າວ ລວມມີ​ການ​ແນ​ເປົ້າ​ໝາຍ​ໃສ່ "ການ​ນຳໃຊ້ກຳປັ່ນ UUV (ກຳ​ປັ່ນໃຕ້ນ້ຳ​ບໍ່​ມີ​ຄົນ​ຂັບ) ເປັນຄັ້ງທຳອິດຂອງກຸ່ມຮູຕີ ນັບ​ຕັ້ງ​ແຕ່​ການ​ໂຈມ​ຕີ​ໄດ້​ເລີ້ມ​ຂຶ້ນ" ໃນ​ເດືອນ​ຕຸລາ, ອີງຕາມ​ຖະ​ແຫຼງການ​ຂອງ​ ກອງ​ບັນຊາ​ການ​ສູນ​ກາງ​ສະຫະລັດ ໃນພາກຕາເວັນອອກກາງ.

ອີກນຶ່ງໃນ 5 ຄັ້ງຂອງການໂຈມຕີ ທີ່ກ່ຽວຂ້ອງກັບກຳປັ່ນລົບບໍ່ມີຄົນຂັບ ຫຼື USV, ເຊິ່ງໂດຍພື້ນຖານແລ້ວແມ່ນເຮືອບິນບໍ່ມີຄົນຂັບທີ່ລອຍຢູ່ເຖິງໜ້ານໍ້າ. ການນໍາໃຊ້ເຮືອດັ່ງກ່າວແມ່ນຂ້ອນຂ້າງຫາຍາກ.

ຖະ​ແຫຼງການ​ກ່າວ​ວ່າ ອີກ​ສາມຄັ້ງແມ່ນກ່ຽວ​ຂ້ອງ​ກັບ​ລູກ​ສອນ​ໄຟ​ຕໍ່ຕ້ານ​ກຳ​ປັ່ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG