ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຳລັງ ສຫລ ຢູ່ໃນລີເບຍ ພວມຊອກຫາ ພາຄີ ທີ່ເຊື່ອຖືໄດ້ ຢູ່ໃນພື້ນທີ່


ແປວໄຟແລະຄວັນ ທີ່ອອກມາຈາກຖັງເກັບນ້ຳມັນ ຢູ່ທ່າເຮືອ Es Sider ໃນເມືອງ Ras Lanuf ຂອງລີເບຍ, ວັນທີ 6 ມັງກອນ 2016. ພວກໜ່ວຍຍາມ ສະຖານເກັບນ້ຳມັນ Petroleum ໄດ້ຖິ້ມໂທດໃສ່ ການໂຈມຕີໂດຍພວກຫົວຮຸນແຮງລັດອິສລາມ.
ແປວໄຟແລະຄວັນ ທີ່ອອກມາຈາກຖັງເກັບນ້ຳມັນ ຢູ່ທ່າເຮືອ Es Sider ໃນເມືອງ Ras Lanuf ຂອງລີເບຍ, ວັນທີ 6 ມັງກອນ 2016. ພວກໜ່ວຍຍາມ ສະຖານເກັບນ້ຳມັນ Petroleum ໄດ້ຖິ້ມໂທດໃສ່ ການໂຈມຕີໂດຍພວກຫົວຮຸນແຮງລັດອິສລາມ.

ກອງກຳລັງທະຫານສະຫະລັດ ແມ່ນ​ຢູ່​ໃນປະ​ເທດລີເບຍ​ແລ້ວ
ເພື່ອຊອກຫາພວກທີ່ອາດເປັນພາຄີ ​ໃນ​ພື້ນທີ່ ໃນອັນທີ່ອາດຈະ
ເປັນການຂະຫຍາຍ​ການ​ປະຕິບັດ​ງານ ສູ້ລົບຕ້ານກຸ່ມກໍ່ການຮ້າຍ
ລັດອິສລາມໃນ​ໄວໆ​ນີ້.

ທ່ານ Peter Cook ໂຄສົກທຳນຽບຫ້າແຈ ກ່າວຖະແຫລງຕໍ່
ບັນດານັກຂ່າວ ໃນວັນພຸດວານນີ້ ວ່າ “ມີກຳລັງຂອງສະຫະລັດ
ຈຳນວນນຶ່ງຢູ່ໃນລີເບຍ ເພື່ອຈັດຕັ້ງການຕິດຕໍ່ ກັບກອງກຳລັງ​
ໃນພື້ນທີ່ ເພື່ອຊັ່ງຊາເບິ່ງວ່າ ກຸ່ມຢູ່ທີ່ນັ້ນເປັນໃຜ ເປັນຜູ້ທີ່ອາດ
ເຊື່ອຖືໄດ້ ທີ່ຈະໄດ້ຮັບການສະໜັບສະໜູນ ຈາກສະຫະລັດ
ແລະ ພາຄີຂອງສະຫະລັດໃນບາງສ່ວນ ເພື່ອທີ່ຈະປະຕິບັດ
ພາລະກິດຮ່ວມກັນຕໍ່ໄປ.”

ທ່ານ Cook ໄດ້ອະທິບາຍວ່າ ກອງກຳລັງຂອງສະຫະລັດ ເປັນກຳລັງ ກຸ່ມນ້ອຍໆ ໂດຍ
ກ່າວຕື່ມວ່າ ພວກເຂົາໄດ້ຢູ່ໃນລີເບຍ “ຍ້ອນການຮ່ວມມືກັບບັນດາເຈົ້າໜ້າທີ່ລີເບຍ.”

ໃນຂະນະທີ່ ພວກ IS ເປັນກອງກຳລັງທີ່ບໍ່ໃຫຍ່ປານໃດຢູ່ໃນລີເບຍ ພວກເຂົາໄດ້ມີຄວາມ
ແຂງແກ່ນຂຶ້ນ ຢູ່​ໃນ​ປະ​ເທດ​ດັ່ງກ່າວ ເມື່ອສອງສາມເດືອນຜ່ານ​ມານີ້ ເຊິ່ງໄດ້ຍຶດເອົາເມືອງ
Sirte ແລະ ບໍລິເວນອ້ອມແອ້ມ.

ເຈົ້າໜ້າທີ່ສະຫະລັດ ທ່ານນຶ່ງຜູ້ທີ່ຮູ້​ເລື້ອ່ງດີ ກ່ຽວກັບຂໍ້ມູນລັບ ບອກວີໂອເອເມື່ອບໍ່ດົນມານີ້
ວ່າ ພວກເຈົ້າໜ້າທີ່ ສຳຄັນ ປະມານ 500 ຄົນຂອງກຸ່ມ IS ແລະພວກນັກລົບ ຜູ້ທີ່ໄດ້ໜີ
ອອກຈາກຊີເຣຍ ແລະ ອີຣັກ ໃນລະຫວ່າງຫລາຍໆອາທິດ ຂອງປີກາຍນີ້ ແລະ ໄດ້ເຄື່ອນ
ຍ້າຍໄປຢູ່ລີເບຍ ໃນອັນທີ່ປາກົດວ່າ ເປັນເຄື່ອນຍ້າຍທີ່ຄິດໄລ່ໄວ້. ບັນດາເຈົ້າໜ້າທີ່ ຂອງ
ປະ​ເທດຕາເວັນຕົກ ກະປະມານວ່າ ປັດຈຸບັນນີ້ ພວກ IS ອາດມີນັກລົບຫລາຍເຖິງ 5,000
ຄົນ ຢູ່ໃນລີເບຍ.

ທ່ານ Cook ໄດ້ກ່າວໂດຍໃຊ້ຊື່ຫຍໍ້ຂອງກຸ່ມລັດອິສລາມວ່າ “ສະຖານະການອັນນີ້ ທີ່ບໍ່
ເຮັດໃຫ້ພວກເຮົາເກີດຄວາມວິຕົກກັງວົນ ແລະພວກເຮົາ ກຳລັງພິຈາລະນາເບິ່ງວ່າ
ທາງເລືອກອັນໃດ ທີ່ພວກເຮົາມີ ອາດເປັນສິ່ງທີ່ປະຕິບັດຕໍ່ໄປໄດ້ ຖ້າຫາກການຂົ່ມຂູ່
ຂອງພວກ ISIL ນັ້ນ ກາຍມາເປັນການຂົ່ມຂູ່ທີ່ໃຫຍ່ຂຶ້ນຕື່ມອີກ.”

US Libya IS
please wait
Embed

No media source currently available

0:00 1:04:31 0:00

XS
SM
MD
LG