ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການໂຈມຕີ ທາງອາກາດ ຂອງສະຫະລັດ ສັງຫານ ຫົວໜ້າພວກ IS ໃນ ລີເບຍ


ແຜນທີ່ສະແດງທີ່ຕັ້ງຂອງນະຄອນຫຼວງ ທຣິໂປລີ, ປະເທດ ລີເບຍ
ແຜນທີ່ສະແດງທີ່ຕັ້ງຂອງນະຄອນຫຼວງ ທຣິໂປລີ, ປະເທດ ລີເບຍ

ກະຊວງປ້ອງກັນປະເທດ ສະຫະລັດ ກ່າວວ່າ ການໂຈມຕີທາງ ອາກາດຂອງ ສະຫະລັດ ໄດ້ສັງຫານຜູ້ນຳກຸ່ມລັດ ອິສລາມ ໃນ ລີເບຍ.

ໃນຖະແຫຼງການສະບັບໜຶ່ງ, ໂຄສົກທຳນຽບຫ້າແຈ ທ່ານ Peter Cook ກ່າວວ່າ ເປົ້າໝາຍຂອງການໂຈມຕີແມ່ນ ທ້າວ Abu Nabil ເປັນຄົນສັນຊາດ ອີຣັກ ແລະ ສະມາຊິກຂອງກຸ່ມກໍ່ການຮ້າຍ al-Qaida.

ທ່ານ Cook ໄດ້ອະທິບາຍວ່າ ທ້າວ Nabil, ເປັນທີ່ຮູ້ຈັກໃນອີກຊື່ ໜຶ່ງວ່າ Wassim Najm Abd Zayd al-Zubaydi, ເປັນຜູ້ນຳອາ ວຸໂສ ຂອງກຸ່ມ ລັດອິສລາມ ໃນ ລີເບຍ ແລະ ໄດ້ກ່າວວ່າ ລາວອາດຈະເປັນຜູ້ອອກມາກ່າວ ຜ່ານທາງວິດີໂອໃນຕົ້ນປີນີ້ ສະແດງໃຫ້ເຫັນເຖິງການປະຫານຊາວ ຄຣິສຕຽນ.

ທ່ານ Cook ກ່າວວ່າ “ການຕາຍຂອງທ້າວ Nabil ຈະຫຼຸດຜ່ອນຄວາມສາມາດຂອງກຸ່ມລັດ ອິສລາມ ໃນການບັນລຸເປົ້າໝາຍຂອງພວກເຂົາໃນ ລີເບຍ, ລວມ ທັງການເກນເອົາສະມາ ຊິກຄົນໃໝ່, ສ້າງຖານທີ່ຕັ້ງຫຼາຍແຫ່ງໃນ ລີເບຍ ແລະ ວາງແຜນການໂຈມຕີໃນຕ່າງປະ ເທດໃສ່ ສະຫະລັດ. “ເຖິງແມ່ນມັນຈະບໍ່ແມ່ນ ການໂຈມຕີຂອງ ສະຫະລັດ ຄັ້ງທຳອິດຕໍ່ ພວກກໍ່ການ ຮ້າຍໃນ ລີເບຍ ກໍຕາມ, ແຕ່ນີ້ກໍແມ່ນການໂຈມຕີຄັ້ງທຳ ອິດຂອງ ສະຫະລັດ ຕໍ່ຜູ້ນຳຂອງພວກ ລັດອິສ ລາມ ໃນ ລີເບຍ, ແລະ ມັນຈຶ່ງສະແດງໃຫ້ເຫັນວ່າພວກເຮົາຈະ ຕາມລ່າພວກ ຫົວໜ້າຂອງ ລັດອິສລາມ ບໍ່ວ່າພວກເຂົາຈະປະຕິບັດການຢູ່ໃສກໍຕາມ.”

ທ່ານ Cook ໄດ້ກ່າວວ່າ ການປະຕິບັດການກໍ່ທ້າວ Nabil ແມ່ນໄດ້ຖືກມອບໝາຍ ແລະ ໄດ້ ເລີ່ມຂຶ້ນກ່ອນການໂຈມຕີກໍ່ການຮ້າຍໃນ ນະຄອນຫຼວງ ປາຣີ ເມື່ອວັນສຸກທີຜ່ານມາ.

XS
SM
MD
LG