ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຫ້າ​ແຈ​ ຂອງ​ສະ​ຫະ​ລັດ​ ຈະ​ເພີ້ມ ​ການ​ຮັກ​ສາ​ຄວາມ​ປອດ​ໄພຂອງ ​ເອກ​ກະ​ສານ​ລັບ ໃຫ້​ຫລາຍ​ຂຶ້ນ

(​ແຟມ) ລັດຖະມົນຕີກະຊວງປ້ອງກັນປະເທດ, ທ. ລອຍ ອອ​ສ​ຕິນກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວຢູ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດໃກ້​​ນະ​ຄອນ​ຫລວງວໍ​ຊິງ​ຕັ​ນ, ວັນ​ທີ 15 ມີ​ນາ, 2023. ໃນ​ວັນ​ທີ 5 ມິ​ຖຸ​ນາ, 2023 ກະຊວງປ້ອງກັນປະເທດເປີດ​ເຜີຍຜົນ​ການ​ທົບ​ທວນການ​ຮົ່ວ​ໄຫລ​ຂອງ​ເອ​ກະ​ສານ​ລັບ​ໃນ​ຕົ້ນ​ປີນີ້

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ຫລື DoD ຈະ​ບໍ່​ສັ່ງ​ໃຫ້​ມີ​ການ​ປ່ຽນ​ແປງ​ຂັ້ນ​ຕອນດ້ານ​ຄວາມ​ໝັ້​ນຄົງຂອງ​ຕົນໃ​ໝ່​ໝົດເລີຍ ຫຼັງ​ຈາກມີ​ການ​ທົບ​ທວນເບິ່ງການ​ຮົ່ວ​ໄຫລ​ຂອງ​ເອ​ກະ​ສານລັບ​ຫຼາຍ​ຮ້ອຍສະ​ບັບ ​ໃນ​ຕົ້ນ​ປີ​ນີ້​ຢູ່​ໃນ​ເວ​ທີ​ສື່ສັງ​ຄົມອອນ​ລາຍ​ທີ່​ເປັນ​ທີ່​ນິ​ຍົມ​ຂອງພວກ​ນັກຫຼິ້ນ​ເກມ.

ກົງ​ກັນ​ຂ້າມ ຜົນຂອງການທົບທວນ 45 ວັນ ທີ່ເປີດເຜີຍອອກ​ມາໃນວັນພຸດວານນີ້ ຮຽກຮ້ອງໃຫ້ ມີມາດຕະການຫຼາຍອັນເພື່ອແນໃສ່ເຮັດ​ໃຫ້ມາດຕະ ການດ້ານຄວາມ ໝັ້ນ​ຄົງທີ່ມີຢູ່ແລ້ວ ຮັດ​ກຸມ​ຫລາຍ​ຂຶ້ນ ແລະປັບປຸງການສື່ສານ ເພື່ອໃຫ້ເຈົ້າຫນ້າທີ່ ທີ່ຮັບຜິດຊອບ​ໃນ​ການ​ຮັບ​ປະ​ກັນສະຖານປອດໄພ ໃຊ້ຄວາມລະມັດລະວັງທີ່ຈໍາ ເປັນຕ້ອງ​ມີ ໝົດ​ທຸກ​ຢ່າງ​ເລີຍ.

"ການທົບທວນນີ້ ພົບວ່າ ພະນັກງານ DoD ທີ່ສາ​ມາດເຂົ້າເຖິງ CNSI ຫລື ຂໍ້ມູນດ້ານຄວາມໝັ້ນ​ຄົງແຫ່ງຊາດ ສ່ວນ​ຫລາຍແມ່ນມີຄວາມໄວ້​ວາງ​ໃຈ​ໄດ້ ແລະ ເວົ້າວ່າ ອົງປະກອບທັງຫມົດຂອງ DoD ສະແດງໃຫ້ເຫັນວ່າ​ມີຄວາມມຸ້ງຫມັ້ນ ຢ່າງກວ້າງຂວາງຕໍ່ຄວາມໝັ້ນ​ຄົງ," ນັ້ນ​ຄື​ຄຳ​ເວົ້າ​ຂອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ທ່ານ​ລອຍ ອອ​ສ​ຕິນ ທີ່ຂຽນຢູ່ໃນບັນທຶກ, ລົງວັນທີ 30 ມິຖຸນາ.

ແຕ່ທ່ານອອ​ສ​ຕິນ ​ກໍກ່າວຕື່ມວ່າ ການທົບທວນທີ່​ວ່ານີ້ "ໄດ້ລະ​ບຸຂົງ​ເຂດທີ່ພວກເຮົາ ສາມາດເຮັດ ແລະຕ້ອງໄດ້ປັບປຸງຄວາມຮັບຜິດຊອບ."

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG