ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທໍານຽບ 5 ​ແຈ ຈະອະນຸຍາດ​ ໃຫ້ແມ່ຍິງ ​​ເຂົ້າຮັບ ຕໍາແໜ່ງທີ່​ສໍາຄັນ ​ໃນໜ່ວຍລົບ (ວີດິໂອ)


ພວກ​ແມ່ຍິງ​ຈະ​ສາ​ມາສດ​ເຂົ້າ​ບັນຈຸ​ໃນ​ໜ່ວຍ​ພິ​ເສດຂອງ​ກອງທັບ​ປະຫານ ສຫລ​ແລ້ວ
ພວກ​ແມ່ຍິງ​ຈະ​ສາ​ມາສດ​ເຂົ້າ​ບັນຈຸ​ໃນ​ໜ່ວຍ​ພິ​ເສດຂອງ​ກອງທັບ​ປະຫານ ສຫລ​ແລ້ວ
ທາງ​ການທະຫານ​ສະຫະລັດກ່າວ​ວ່າ ​ພາຍໃນ 3 ປີຂ້າງໜ້າ​ນີ້
ຕົນ​ຈະ​ບັນຈຸ​ທະຫານ​ແມ່ຍິງເຂົ້າຮັບຕໍາແໜ່ງທີ່​ສໍາຄັນ ຢູ່ໃນ
ໜ່ວຍ​ລົບ ຊຶ່ງ​ຄັ້ງ​ນຶ່ງ​ເຂົາ​ເຈົ້າ​ເຄີ​ຍ​ໄດ້​ຖືກ​ຍົກເວັ້ນນັ້ນ.

​ເຈົ້າ​ໜ້າ​ທີ່​ຈາກທັງ 4 ​ເຫຼົ່າຂອງກອງທັບສະ​ຫະລັດ ​ໄດ້​ໄປ​ເຕົ້າ​
ໂຮມກັນ​ຢູ່​ທໍານຽບ 5 ​ແຈ ​ໃນ​ວັນ​ອັງຄານ​ວານ​ນີ້ ​ເພື່ອປະກາດ
​ກໍານົດເວລາ​ສໍາລັບ​ການ​ປ່ຽນ​ແປງລະບຽບ​ການ​ຕ່າງໆ ທີ່​ຫ້າມ
​ພວກ​ແມ່ຍິງ ​ຈາກ​ຫຼາຍກ່ວາ 200, 000 ​ຕໍາ​ແໜ່​ງ.

ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສທ່ານ​ນຶ່ງ​ຂອງທໍານຽບ 5 ​ແຈ ທ່ານ​ນາງ
Juliet Beyler ທີ່​ມີໜ້າ​ຢູ່​ໃນ​ການ​ເຕົ້າ​ໂຮມ​ກັນ​ນັ້ນ ​ເອີ້ນ​ການ
ປະກາດ​ດັ່ງກ່າວວ່າ ​ເປັນ​ບາດກ້າວທີ່​ສໍາຄັນ​ຍິ່ງ. ທ່ານ​ນາງ​ກ່າວ​ວ່າ ຈຸດປະສົງຂອງທໍາ
ນຽບ 5 ​ແຈ ນັ້ນ ​ແມ່ນ​ເພື່ອ​ຮັບປະກັນ​ໃຫ້ກອງ​ທັບ ໄດ້​ມີບຸກຄົນ​ທີ່​ມີ​ຄວາມ​ສາມາດທີ່​ສຸດ ມາ​ປະຕິບັດ​ພາລະກິດ​ຂອງ​ຕົນ ​ໂດຍ​ບໍ່​ຈໍາ​ແນ​ກ​ແພດ.

ນາຍ​ພົນຂັ້ນ​ສູງ​ທ່ານ​ນຶ່ງ​ຂອງ​ສະຫະລັດ ທ່ານ Bennet Sacolick ​ ກ່າວ​ວ່າ ຄວາມ​ເປັນ​
ຫ່ວງ​ດ້ານ​ວັດທະນະທໍາ ສັງຄົມ ​ແລະ​ຄວາມ​ປະພຶດ ອາດ​ເປັນ​ອຸບປະສັກທີ່​ໃຫຍ່​ຫລວງ ກວ່າຄວາມ​ແຂງ​ແຮງຂອງ​ຮ່າງກາຍ ​ສໍາ​ຫຼັບ​ພວກທະຫານ​ແມ່ຍິງ​ທີ່ຢາກ​ຈະ​ຖືກ​ບັນຈຸ​ເຂົ້າ​
ໃນ​ໜ່ວຍປະຕິບັດ​ການພິ​ເສດນັ້ນ ຊຶ່ງທ່ານ​ກ່າວຕໍ່​ໄປ​ວ່າ ບຸກຄະ​ລິກທີ່​ສໍາຄັນສໍາລັບ​
ທະຫານ​ທີ່​ສັງກັດ​ເຂົ້າ​ໃນ​ໜ່ວຍ​ປະຕິບັດ​ການພິ​ເສດໃນ​ປະຈຸ​ບັນ​ນີ້ ​ແມ່ນຄວາມ​ສະຫຼຽວ​
ສະຫຼາດ​ເໜືອ​ສິ່ງ​ໃດ.

ທ່ານນາຍ​ພົນ​ຍັງ​ກ່າວ​ອີກ​ວ່າ ຢຸກສະ​ໄໝ​ຂອງ “Rambo” ແມ່ນຈົບ​ລົງ​ແລ້ວ ຊຶ່ງ​ທ່ານ​
ໝາຍ​ເຖິງຮູບ​ເງົາ​ເລື້ອງ “Rambo” ຂອງ​ສະຫະລັດ ​ທີ່ພະ​ເອກເປັນ​ວີລະ​ບູລຸດສົງຄາມ
ທີ່​ອາ​ໄສຮູບ​ຮ່າງ​ໃຫຍ່ແຂງ​ແຮງ.
US Military Unveils Plans to Admit Women to Combat Positions
please wait

No media source currently available

0:00 0:02:41 0:00
ລິງໂດຍກົງ
XS
SM
MD
LG