ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນຊີໂຄງການ ກໍ່ສ້າງ ຂອງກອງທັບ ສຫລ ທີ່ອາດຈະຖືກຕັດ ເພື່ອຈະໄດ້ທຶນ ສຳລັບ ກຳແພງ ຊາຍແດນ


ຮັກສາການຊົ່ວຄາວ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະລັດ ທ່ານແພັດທຣິກ ແຊນນາແຮນ ໂອ້ລົມ ກັບສື່ມວນຊົນ ກ່ອນການເດີນທາງໄປຮອດ ຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຝຣັ່ງ ທ່ານ ຟລໍເຣນສ໌ ປາຣລີ ຢູ່ທີ່ທຳນຽບຫ້າແຈ, ວັນທີ 18 ມີນາ 2019.
ຮັກສາການຊົ່ວຄາວ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະລັດ ທ່ານແພັດທຣິກ ແຊນນາແຮນ ໂອ້ລົມ ກັບສື່ມວນຊົນ ກ່ອນການເດີນທາງໄປຮອດ ຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຝຣັ່ງ ທ່ານ ຟລໍເຣນສ໌ ປາຣລີ ຢູ່ທີ່ທຳນຽບຫ້າແຈ, ວັນທີ 18 ມີນາ 2019.

ກະຊວງປ້ອງກັນປະເທດ ສະຫະລັດ ໄດ້ສະໜອງບັນຊີ ໂຄງການກໍ່ສ້າງຕ່າງໆ ທີ່ອາດ
ເປັນໄປໄດ້ຂອງກອງທັບ ໃຫ້ແກ່ລັດຖະສະພາ ທີ່ຕົນອາດຈະຕັດໄດ້ ເພື່ອຊ່ອຍຈ່າຍ
ສຳລັບກຳແພງຢູ່ຊາຍແດນລະຫວ່າງ ສະຫະລັດ ຕິດ​ກັບ ເມັກຊິໂກ ຊຶ່ງປະທານາທິບໍດີ
ດໍໂນລ ທຣຳ ໄດ້ສັ່ງໃຫ້ກໍ່ສ້າງ.

ຮັກສາການຊົ່ວຄາວ ຕຳແໜ່ງຫົວໜ້າທຳນຽບຫ້າແຈ ທ່ານແພັດທຣິກ ແຊນນາແຮນ
ໄດ້ສົ່ງບັນຊີດັງກ່າວ ໄປຍັງລັດຖະສະພາ ໃນວັນຈັນວານນີ້ ນຶ່ງວັນຫຼັງຈາກ ໄດ້ມີການ
ຮັບຟັງຄຳໃຫ້ການ ໃນລັດຖະສະພາຢ່າງຕຶງຄຽດ ຊຶ່ງບັນດາສະມາຊິກ ສະພາສູງສັງກັດ
ພັກເດໂມແຄຣັດ ໄດ້ຮຽກຮ້ອງຂໍບັນຊີໂຄງການ ຈາກກອງທັບກ່ຽວກັບວ່າ ໂຄງການໃດ
ທີ່ອາດຈະໄດ້ຮັບຜົນກະທົບ.

ບັນຊີດັ່ງກ່າວ ປະກອບດ້ວຍ ຫຼາຍຮ້ອຍໂຄງການກໍ່ສ້າງ ໃນທົ່ວ 20 ກວ່າລັດ ຂອງ
ສະຫະລັດ ພ້ອມດ້ວຍຖານທັບ ສະຫະລັດຫຼາຍແຫ່ງຢູ່ໃນທົ່ວໂລກ. ບັນດາ ເຈົ້າໜ້າທີ່
ຂອງກະຊວງປ້ອງກັນປະເທດ ກ່າວວ່າ ບໍ່ແມ່ນໂຄງການທັງໝົດ ຢູ່ໃນບັນຊີ ຈະຖືກຕັດ
ອອກໂດຍຄ່າໃຊ້ຈ່າຍຂອງໂຄງການກໍ່ສ້າງທັງໝົດລວມແລ້ວ ມີມູນຄ່າປະມານ 12
ພັນ 9 ຮ້ອຍລ້ານໂດລາ ຫຼາຍເກີນກວ່າ 3 ພັນ 6 ຮ້ອຍ ລ້ານໂດລາ ທີ່ ທ່ານທຣຳ
ສະແຫວງຫາ ເພື່ອເອົາຈາກງົບປະມານຂອງກອງທັບ.

ສະມາຊິສະພາສູງ ທ່ານ ແຈັກ ຣີດ ເຈົ້າໜ້າທີ່ລະດັງສູງຂອງພັກເດໂມແຄຣັດ ຢູ່ໃນ
ຄະນະກຳມະການກອງທັບ ໄດ້ເປີດເຜີຍບັນຊີ ຂອງໂຄງການທີີ່ສ່ຽງຈະຖືກຕັດ ຕໍ່ສື່
ມວນຊົນ ແລະໄດ້ຕິຕຽນທ່ານທຣຳ ສຳລັບແຜນການຂອງທ່ານ ທີ່ຈະ ໃຊ້ທຶນຂອງ
ກອງທັບ ເພື່ອສ້າງກຳແພງ.

ທ່ານ ຣີດ ໄດ້ກ່າວໃນຖະແຫລງການ ວ່າ “ສິ່ງທີ່ປະທານາທິບໍດີ ທຣຳ ກຳລັງເຮັດຢູ່ນີ້
ເປັນການບໍ່ໄວ້ໜ້າ ກອງທັບຂອງພວກເຮົາ ທີ່ຈະເຮັດໃຫ້ຊາຍແດນ ແລະ ປະເທດ
ຂອງພວກເຮົາ ບໍ່ປອດໄພຂຶ້ນເລີຍ. ທ່ານວາງແຜນ ທີ່ຈະເອົາທຶນ ທີ່ມີຜົນດີຕໍ່ການ
ປະຕິບັດງານທີ່ເປັນບູລິມະສິດ ແທ້ໆເລີຍ ແລະເປັນໂຄງການ ທີ່ຈຳເປັນ ແລະ
ຈະຫັນເອົາທຶນພວກນີ້ ໄປໃສ່ກຳແພງ ທີ່ບໍ່ມີສາລະປະໂຫຍດຂອງທ່ານ.”

ເມື່ອເດືອນແລ້ວນີ້ ທ່ານທຣຳ ໄດ້ປະກາດພາວະສຸກເສີນແຫ່ງຊາດ ໃນຄວາມພະຍາ
ຍາມເພື່ອສ້າງກຳແພງ ຢູ່ຊາຍແດນທາງພາກໃຕ້ ຫຼັງຈາກບໍ່ສາມາດ ຊຸກຍູ້ໃຫ້ ລັດຖະ
ສະພາ ຮັບຜ່ານງົບປະມານທີ່ຕ້ອງການ. ການປະກາດດັ່ງກ່າວ ຈະອຳນວຍ ໃຫ້ທ່ານ
ທຣຳ ໃຊ້ເງິນຈາກງົບປະມານການກໍ່ສ້າງຂອງກອງທັບ ມາຊ່ອຍຈ່າຍສຳລັບກຳແພງນັ້ນ.

ລັດຖະສະພາ ໄດ້ປະຕິເສດຕໍ່ການປະກາດພາວະສຸກເສີນແຫ່ງຊາດຂອງທ່ານ ທຣຳ
ຢ່າງເປັນທາງການ ໂດຍທີ່ສະພາສູງ ໄດ້ຮັບຜ່ານມາດຕະການຄັດຄ້ານ ຕໍ່ອຳນາດຝ່າຍ
ບໍລິຫານ ຫຼັງຈາກທີ່ສະພາຕ່ຳ ກໍໄດ້ເຮັດເຊັ່ນນັ້ນ ກ່ອນໜ້ານີ້ໄປແລ້ວ. ບັນດາສະມາຊິກ
ສະພາສູງ ສັງກັດພັກຣີພັບບລີກັນ 12 ທ່ານ ໄດ້ເຂົ້າ ຮ່ວມກັບບັນດາສະມາຊິກສັງກັດ
ພັກເດໂມແຄຣັດ ເພື່ອສະໜັບສະໜຸນ ມະຕິຄັດຄ້ານນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG