ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທຳນຽບຫ້າແຈ ກ່າວປ້ອງກັນ ຄຸນນະພາບ ອຸບປະກອນ ທີ່ສົ່ງ ໄປຊ່ອຍຢູເຄຣນ


ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ພວມກວດເບິ່ງ ເຄື່ອງເຣດ້າຕິດຕາມອາວຸດ ທີ່ສະຫະລັດ ຕິດຕັ້ງໃຫ້ແກ່ກອງທັບຢູເຄຣນ ທີ່ເມືອງ Lviv ເມື່ອວັນທີ​ 14 ພະຈິກ 2015.
ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ພວມກວດເບິ່ງ ເຄື່ອງເຣດ້າຕິດຕາມອາວຸດ ທີ່ສະຫະລັດ ຕິດຕັ້ງໃຫ້ແກ່ກອງທັບຢູເຄຣນ ທີ່ເມືອງ Lviv ເມື່ອວັນທີ​ 14 ພະຈິກ 2015.

ໃນ​ຂະນະ​ທີ່​ທະຫານ​ສະຫະລັດ​ປະມານ 300 ຄົນ ພວມ​ໃຫ້ການ
​ຝຶກ​ແອບ​ແກ່​ທະຫານ​ຢູ​ເຄຣນທີ່​ຄ້າຍ​ແຫ່ງ​ນຶ່ງ​ໃນ​ພາກ​ຕາ​ເວັນ​ຕົກ
​ຂອງ​ປະ​ເທດຢູ​ເຄຣນຢູ່​ນັ້ນ ທຳນຽບຫ້າ​ແຈ​ ກໍ​ໄດ້​ກ່າວ​ຕອບ​ໂຕ້ ​ຕໍ່
​ລາຍ​ງານ​ຂ່າວ​ທີ່​ວ່າ ສະຫະລັດ​ໄດ້​ສົ່ງອຸບປະ​ກອນທີ່​ເກົ່າແລະ​ຫຼ້າ
​ສະ​ໄໝ​ໄປ​ໃຫ້​ທະຫານ​ຢູ​ເຄຣນ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ ຂອງ​ປະ
​ເທດ​ດັ່ງກ່າວ.

ທຳນຽບຫ້າ​ແຈ ຊຶ່ງ​ໄດ້ໃຫ້ການ​ຊ່ອຍ​ເຫລືອ ​ໃນ​ດ້ານ​ຄວາມ​ປອດ​
ໄພ​ທີ່​ມີ​ມູນ​ຄ່າ​ຫຼາຍກວ່າ 265 ລ້ານ​ໂດ​ລາ​ແກ່​ຢູ​ເຄຣນນັບຕັ້ງແຕ່
​ການ​ສູ້​ລົບ ​ໄດ້​ເລີ້ມຂຶ້ນນັ້ນ​ ກ່າວ​ວ່າ ການ​ຊ່ອຍ​ເຫຼືອ​ຂອງ​ສະຫະ
ລັດ​ແລະ​ອຸບປະກອນ​ແມ່ນ​ມີ​ຜົນ​ສຳຄັນ​ຕໍ່​ປະສິດທິພາບ​ໃນ​ການ​
ປະຕິບັດ​ງານ.

ພັນ​ເຮືອເອກ​ Jeff Davis ​ໂຄສົກ​ຂອງ​ທຳນຽບຫ້າ​ແຈ ກ່າວ​ຢ່າງ​ເປັນ​ລາຍ​ລັກ​ອັກສອນ​ຕໍ່​
ວີ​ໂອ​ເອ​ໃນ​ວັນ​ສຸກ​ວານ​ນີ້ວ່າ ພວກ​ເຮົາ​ໄດ້​ສະໜອງ​ອຸບປະກອນ​ທີ່​ດີ​ທີ່ສຸດ​ໃຫ້​ແກ່​ຢູ​ເຄຣນ
​ໂດຍ​ອີງ​ຕາມ​ຊັບພະຍາກອນ​ທີ່​ມີ​ຢູ່​ ແລະ​ຄວາມ​ຮີບ​ດ່ວນ ​ທີ່​ອຸບປະກອນດັ່ງກ່າວ​ມີ​ຄວາມ​
ຕ້ອງການ.

ໜັງສືພິມ​ວໍ​ຊິງ​ຕັນ​ໂພສຕ໌ ລາຍ​ງານ​ໃນຕົ້ນອາທິດ​ນີ້ວ່າ ກຳລັງ​ພິ​ເສດ ​ຂອງ​ຢູ​ເຄຣນໝວດ​
ນຶ່ງ ​ໃກ້ໆ​ກັບ​ເມືອງ Donetsk ທີ່​ຄວບ​ຄຸມ​ໂດຍ ​ພວກ​ແບ່ງ​ແຍກ​ດິນ​ແດນ​ໄດ້ ​ໃຊ້​ລົດຈິບ
Humvees ​ທີ່​ສ້າງ​ແຕ່​ສະ​ໄໝທ້າຍ​ຊຸມ​ປີ 1980 ​ຫາ​ຕົ້ນຊຸມ​ປີ 1990 ພຸ້ນ ອີງ​ຕາມ​ໝາຍ​
ເລກ​ລຳດັບ​ຫຼື serial number ຂອງ​ລົດ.​ ລົດ Humvees 3 ຄັນຂອງ​ຈຳນວນ​ດັ່ງກ່າວ
ແມ່ນ​ມີ​ປະຕູ​ແລະ​ປ່ອງຢ້ຽມ​ເປັນ​ພລາສຕິກ.

ໜັງສືພິມ​ວໍ​ຊິງ​ຕັນ​ໂພສຕ໌ ຍັງ​ລາຍ​ງານ​ວ່າ ຄຸນ​ນະພາ​ບທີ່​ຕ່ຳ​ຂອງ​ອຸບປະກອນກໍ​ເປັນ​ຄຳ​
ຖາມ​ເຊັ່ນ​ດຽວ​ກັນກ່ຽວ​ກັບ​ຄວາມ​ໝາຍ​ໝັ້ນຂອງ​ລັດຖະບານ​ສະຫະລັດ​ໃນ​ການ​ເຮັດ​ສົງ
ຄາມ​ທີ່​ກ້າວ​ເຂົ້າປີ​ທີ​ສອງ​ແລ້ວນັ້ນ​ຊຶ່ງ​ກົງກັນຂ້າມ​ຢ່າງ​ສິ້ນ​ເຊີງ​ກັບ​ການ​ກ່າວ​ຫາ​ທີ່​ວ່າ ຣັດ​
ເຊຍ​ໄດ້​ສະໜອງ​ອຸບປະກອນ​ຢ່າງ​ເຕັມທີ່ ​ໃຫ້​ແກ່​ພວກແບ່ງ​ແຍກ​ດິນ​ແດນ ​ຢູ່​ໃນ​ພາກ​ຕາ​
ເວັນ​ອອກ​ຂອງ​ປະ​ເທດ​ດັ່ງກ່າວ.

ທ່ານ Davis ​ເວົ້າວ່າ ອຸບປະກອນສ່ວນ​ໃຫຍ່​ເກືອບ​ວ່າ​ທັງ​ໝົດ ທີ່​ສະຫະລັດ​ສົ່ງ​ໄປ​ໃຫ້ຢູ​ເຄຣນນັ້ນ ​ແມ່ນ​ບໍ່​ເຄີຍ​ໃຊ້​ມາ​ກ່ອນ​ໂດຍ​ກຳລັງ​ຂອງ​ສະຫະລັດ ​ແຕ່​ເນື່ອງຈາກ​ຄວາມ​ຮີບ​
ຮ້ອນ​ຂອງ​ສະ​ຖານະ​ການ ສະຫະລັດ​ຈຶ່ງໄດ້​ສະໜອງລົດ​ຈຳນວນ ນຶ່ງ​ທີ່​ບໍ່​ໄດ້​ຫຸ້ມ​ເກາະ​ທີ່
​ມີ​ຢູ່​ໃນ​ສາງ​ໃຫ້​ແກ່​ຢູ​ເຄຣນ.

XS
SM
MD
LG