ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທໍານຽບຫ້າແຈ ເວົ້າວ່າ ຜູ້ຕ້ອງສົງໄສ ຊາວໂຄລອມເບຍ ໃນການລອບສັງຫານ ທ່ານມົວເຊ ໄດ້ຮັບການຝຶກທະຫານ ຢູ່ໃນ ສະຫະລັດ


ຜູ້ຕ້ອງສົງໄສ ຊາວໂຄລອມເບຍໃນການລອບສັງຫານທ່ານ ໂຈເວີແນລ ມົວເຊ, ປະທານາທິບໍດີເຮຕີນັ່ງຢູ່ພື້ນແລະຖືກໃສ່ກັບມືໄວ້ ຫລັງຈາກຖືກຈັບໄປຂັງ ຕາມຄໍາສັ່ງຂອງຕໍາຫລວດຢູ່ນະຄອນຫລວງ Port-au-Prince ຂອງເຮຕີ, ວັນທີ 8 ກໍລະກົດ 2021
ຜູ້ຕ້ອງສົງໄສ ຊາວໂຄລອມເບຍໃນການລອບສັງຫານທ່ານ ໂຈເວີແນລ ມົວເຊ, ປະທານາທິບໍດີເຮຕີນັ່ງຢູ່ພື້ນແລະຖືກໃສ່ກັບມືໄວ້ ຫລັງຈາກຖືກຈັບໄປຂັງ ຕາມຄໍາສັ່ງຂອງຕໍາຫລວດຢູ່ນະຄອນຫລວງ Port-au-Prince ຂອງເຮຕີ, ວັນທີ 8 ກໍລະກົດ 2021

ຊາວໂຄລອມເບຍຈຳນວນນຶ່ງ ທີ່ຖືກຄຸມຂັງໂດຍຕຳຫຼວດແຫ່ງຊາດຂອງເຮຕີທີ່ມີສ່ວນພົວພັນກັບການລອບສັງຫານປະທານາທິບໍດີ ໂຈເວີແນລ ມົວເຊ (Jovenel Moise) ນັ້ນໄດ້ເຂົ້າຮ່ວມ “ໂຄງການຝຶກອົບຮົມທາງການທະຫານ ແລະການສຶກສາຂອງສະຫະລັດ, ອີງຕາມໂຄສົກຂອງທໍານຽບຫ້າແຈທີ່ກ່າວຢືນຢັນຢູ່ໃນຖະແຫຼງການສະບັບນຶ່ງທີ່ສົ່ງຫາວີໂອເອທາງອີເມລ.

ຂໍ້ມູນດັ່ງກ່າວໄດ້ເປີດເຜີຍໃນລະຫວ່າງການທົບທວນຄືນຖານຂໍ້ມູນການຝຶກອົບ ຮົມ, ອີງຕາມພົນໂທເຄນ ຮອຟແມນ (Ken Hoffman) ໂດຍບໍ່ໄດ້ລະບຸວ່າ ການຝຶກອົບຮົມນັ້ນເກີດຂຶ້ນໃນເວລາໃດແລະຢູ່ໃສ.

ທ່ານຮອຟແມນ (Hoffman) ກ່າວວ່າ "ການທົບທວນຄືນຂອງພວກເຮົາກຳລັງ ດຳເນີນໄປຢູ່, ສະນັ້ນພວກເຮົາບໍ່ມີລາຍລະອຽດເພີ່ມເຕີມໃນເວລານີ້." ເລື້ອງນີ້ຖືກລາຍງານຄັ້ງທຳອິດ ຢູ່ໃນໜັງສືພິມວໍຊິງຕັນ ພົສ (Washington Post).

ອີງຕາມທໍານຽບຫ້າແຈແລ້ວ ກະຊວງປ້ອງກັນປະເທດສະຫະລັດ ໄດ້ຝຶກອົບຮົມໃຫ້ແກ່ທະຫານຫລາຍພັນຄົນຈາກຂົງເຂດອາເມຣິກາໃຕ້, ອາເມຣິກາກາງ ແລະ ເຂດທະເລຄາຣີບຽນ ໃນແຕ່ລະປີ.

ທ່ານຮອຟແມນ (Hoffman) ກ່າວວ່າ ການຝຶກອົບຮົມແມ່ນສຸມໃສ່ "ການເຄົາ ລົບນັບຖືສິດທິມະນຸດ, ການປະຕິບັດຕາມລະບຽບການຂອງກົດໝາຍ ແລະທະ ຫານທີ່ຢູ່ໃຕ້ການນໍາພາຂອງພົນລະເຮືອນທີ່ໄດ້ຮັບການເລືອກຕັ້ງຢ່າງມີປະຊາ ທິປະໄຕ."

ຜູ້ບັນຊາການຕຳຫຼວດແຫ່ງຊາດຂອງເຮຕີ, ທ່ານເລອອງ ຈຊາເລ (Leon Charles) ກ່າວວ່າຕຳຫຼວດໄດ້ຈັບກຸມຊາວໂຄລອມເບຍ 18 ຄົນທີ່ມີການພົວພັນກັບການສັງຫານດັ່ງກ່າວ.

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ກ່າວໃນວັນພະຫັດວານນີ້ຢູ່ໃນລະຫວ່າງກອງປະຊຸມຂ່າວຮ່ວມກັບນາຍົກລັດຖະມົນຕີເຢຍຣະມັນ, ທ່ານນາງ ແອນເຈລາ ເມີໂຄລ (Angela Merkel) ທີ່ມາຢ້ຽມຢາມຢູ່ນັ້ນວ່າ ທ່ານບໍ່ໄດ້ເປີດໃຫ້ທະຫານຂອງສະຫະລັດມີສ່ວນກ່ຽວພັນໃນປະເທດນັ້ນ, ແຕ່ວ່າທ່ານຈະສົ່ງທະຫານໄປເສີມກຳລັງ ໃຫ້ສະຖານທູດສະຫະລັດຢູ່ທີ່ປະເທດເຮຕີ.

ທ່ານ ໄບເດັນ ກ່າວວ່າ “ພວກເຮົາພຽງແຕ່ສົ່ງທະຫານອາເມຣິກາໄປຍັງສະ ຖານທູດຂອງພວກເຮົາເທົ່ານັ້ນ. ແນວຄວາມຄິດທີ່ຈະກສົ່ງກຳລັງທະຫານອາເມຣິກາໄປເຮຕີແມ່ນບໍ່ໄດ້ຢູ່ໃນນະໂຍບາຍຂອງເຮົາ.”

ອາທິດແລ້ວນີ້, ລັດຖະມົນຕີວ່າດ້ວຍການເລືອກຕັ້ງຂອງເຮຕີ, ທ່ານມາທຽສ ປີແອ (Mathias Pierre) ກ່າວວ່າ ການຮຽກຮ້ອງໃຫ້ທະຫານສະຫະລັດໄປປະ ຕິບັດໜ້າທີ່ຢູ່ປະເທດດັ່ງກ່າວ ໄດ້ມີຂຶ້ນໃນການສົນທະນາໃນວັນທີ 7 ກໍລະກົດລະຫວ່າງນາຍົກລັດຖະມົນຕີຊົ່ວຄາວຂອງເຮຕີ, ທ່ານ ຄລອດ ໂຈເຊັຟ (Claude Joseph) ແລະລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງເກັນ. ທ່ານປີແອກ່າວວ່າ ທ່ານໂຈເຊັບໄດ້ຮ້ອງຂໍໃຫ້ທະຫານສະຫະປະຊາຊາດໄປປະຈໍາຢູ່ຫັ້ນກັບສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດໃນວັນທີ 8 ກໍລະກົດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG