ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທໍານຽບຫ້າແຈກ່າວວ່າ ລາຍງານຈາກສື່​ມວນ​ຊົນ ກ່ຽວກັບສະຖານີສອດແນມຂອງຈີນ ຢູ່ໃນ ຄິວບາ ແມ່ນ 'ບໍ່ຖືກຕ້ອງ'


ແຟ້ມຮູບ-ໃນຮູບທີ່ຖືກເປີດເຜີຍໂດຍອົງການຂ່າວຊິນຫົວຂອງຈີນນີ້, ປະທານປະເທດຈີນ ທ່ານສີ ຈິ້ນຜິງ, ຊ້າຍ, ແລະປະທານາທິບໍດີຄິວບາ ທ່ານມິເກລ ໄດອາສ-ແຄເນລ ເບີມູເດສ (Miguel Diaz-Canel Bermudez) ພາກັນຍ່າງ ໃນລະຫວ່າງພິທີຕ້ອນຮັບຢູ່ທີ່ Great Hall ຂອງປະຊາຊົນ ໃນນະຄອນຫຼວງປັກກິ່ງ, ວັນທີ 25 ພະຈິກ 2022.
ແຟ້ມຮູບ-ໃນຮູບທີ່ຖືກເປີດເຜີຍໂດຍອົງການຂ່າວຊິນຫົວຂອງຈີນນີ້, ປະທານປະເທດຈີນ ທ່ານສີ ຈິ້ນຜິງ, ຊ້າຍ, ແລະປະທານາທິບໍດີຄິວບາ ທ່ານມິເກລ ໄດອາສ-ແຄເນລ ເບີມູເດສ (Miguel Diaz-Canel Bermudez) ພາກັນຍ່າງ ໃນລະຫວ່າງພິທີຕ້ອນຮັບຢູ່ທີ່ Great Hall ຂອງປະຊາຊົນ ໃນນະຄອນຫຼວງປັກກິ່ງ, ວັນທີ 25 ພະຈິກ 2022.

ທຳ​ນຽບ​ຫ້າ​ແຈ​ກ່າວ​ວ່າ ລາຍ​ງານ​ຂ່າວ​ທີ່​ວ່າ​ ຈີນ​ ແລະ​ຄິວ​ບາ​ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ລັບ​ທີ່​ອະ​ນຸ​ຍາດ​ໃຫ້​ປັກ​ກິ່ງ ສ້າງ​ສະ​ຖານ​ທີ່​ດັກ​ຟັງ​ທາງ​ອີ​ເລັກ​ໂທ​ຣ​ນິກ​ຢູ່​ເທິງ​ເກາະ​ດັ່ງ​ກ່າວ ຊຶ່ງ​ຕັ້ງ​ຢູ່​ປະ​ມານ 160 ກິ​ໂລ​ແມັດ​ຫ່າງ​ຈາກ​ສະ​ຫະ​ລັດ​ແມ່ນ “ບໍ່​ຖືກ​ຕ້ອງ.”

“ຂ້າ​ພະ​ເຈົ້າ​ສາ​ມາດບອກ​ທ່ານ​ໄດ້ວ່າ ອີງ​ຕາມ​ຂໍ້​ມູນ​ທີ່​ພວກ​ເຮົາ​ມີນັ້ນ ​ແມ່ນ​ບໍ່​ຖືກ​ຕ້ອງ. ພວກ​ເຮົາ​ບໍ່​ເຄີຍ​ຮູ້​ເລື້ອງ​ທີ່​ວ່າຈີນແລະ​ຄິວ​ບາພວມ​ພັດ​ທະ​ນາ​ສະ​ຖາ​ນີ​ສອດ​ແນມ​ໃດໆ” ໂຄ​ສົກ​ຂອງ​ທຳ​ນຽບ​ຫ້າ​ແຈ ນາຍ​ພົນ​ຈັດ​ຕະ​ວາ​ແພັດ ຣາຍ​ເດີ້ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ທຳ​ນຽບ​ຫ້າ​ແຈ ໃນ​ວັນ​ພະ​ຫັດ​ວານນີ້.

ອີງ​ຕາມ​ລາຍ​ງານ​ຂ່າວ​ແລ້ວ ຊຶ່ງ​ທຳ​ອິດ​ປາ​ກົດ​ຢູ່​ໃນ​ໜ້າ​ໜັງ​ສື​ພິມ Wall Street Journal ໄດ້​ອ້າ​ງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ສືບ​ລັບ ​ທີ່​ບໍ່​ໄດ້​ລະ​ບຸ​ຊື່ກ່າວ​ວ່າ ຈີນ​ ໄດ້​ຕົກ​ລົງ​ຈ່າຍ​ເງິນ​ຈຳ​ນວນ​ນຶ່ງ​ ຊຶ່ງ​ເປັນ​ທີ່​ຕ້ອງ​ການ​ສຳ​ລັບ​ຄິວ​ບາ ຫຼາຍ​ພັນ​ລ້ານ​ໂດ​ລາ ສຳ​ລັບ​ສະ​ຖາ​ນີ​ສອດ​ແນມ ຊຶ່ງ​ຈະ​ອະ​ນຸ​ຍາດ​ໃຫ້​ຈີນເກັບ​ກຳ​ຂໍ້​ມູນ​ການ​ສື່​ສານ​ທາງ​ອີ​ເລັກ​ໂທ​ຣ​ນິກ ຈາກ​ທົ່ວ​ຂົງ​ເຂດ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ສະ​ຫະ​ລັດ ບ່ອນ​ທີ່​ຄ້າຍ​ທະ​ຫານ​ຫຼາຍໆ​ແຫ່ງ​ຕັ້ງ​ຢູ່ນັ້ນ.

ນາຍ​ພົນ​ຣາຍ​ເດີ້ ກ່າວ​ຕື່ມ​ວ່າ ທຳ​ນຽບ​ຫ້າ​ແຈ​ບໍ່​ໄດ້​ຮູ້​ເລື້ອງ​ກ່ຽວ​ກັບ​ຈີນ ສ້າງ​ຕັ້ງ​ຖານ​ທັບ​ທາງ​ທະ​ຫານ​ໃດໆ​ ຢູ່​ໃນ​ປະ​ເທດ​ຄິວ​ບາ ຫຼື​ແຫ່ງ​ອື່ນ​ໃດ​ຢູ່​ໃນ​ຂົງ​ເຂດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG