ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການບຸກເຂົ້າ ເກົາຫຼີເໜືອ ແມ່ນວິທີດຽວ ທີ່ຈະສາມາດ ທຳລາຍ ຄັງອາວຸດ ນິວເຄລຍໄດ້


ລົດຖັງ K1A1 ຂອງກອງທັບບົກ ເກົາຫຼີໃຕ້ ແລະ ລົດຖັງ M1A2 ຂອງກອງທັບ ສະຫະລັດຍິງປືນໃນລະຫວ່າງການ
ຊ້ອມຮົບຮ່ວມສະຫະລັດ-ເກົາຫຼີໃຕ້ ໃກ້ ກັບເຂດປອດທະຫານ
ທີ່ແປ່ງແຍກສອງປະເທດ ເກົາຫຼີ ອອກຈາກັນ ໃນເມືອງ ໂປຈອນ, ເກົາຫຼີໃຕ້. 21 ເມສາ, 2017.
ລົດຖັງ K1A1 ຂອງກອງທັບບົກ ເກົາຫຼີໃຕ້ ແລະ ລົດຖັງ M1A2 ຂອງກອງທັບ ສະຫະລັດຍິງປືນໃນລະຫວ່າງການ ຊ້ອມຮົບຮ່ວມສະຫະລັດ-ເກົາຫຼີໃຕ້ ໃກ້ ກັບເຂດປອດທະຫານ ທີ່ແປ່ງແຍກສອງປະເທດ ເກົາຫຼີ ອອກຈາກັນ ໃນເມືອງ ໂປຈອນ, ເກົາຫຼີໃຕ້. 21 ເມສາ, 2017.

ວິທີດຽວທີ່ ສະຫະລັດ ຈະຄົ້ນພົບຂະໜາດຂອງຄັງອາວຸດນິວເຄລຍຂອງ ເກົາຫຼີເໜືອ
ແລະ ທຳລາຍມັນໄດ້ ກໍແມ່ນຜ່ານການບຸກເຂົ້າທາງພື້ນດິນ.

ທຳນຽບຫ້າແຈ ໄດ້ໃຫ້ການຢືນຢັນດັ່ງກ່າວນັ້ນ ໃນຈົດໝາຍທີ່ຂຽນຫາບັນດາສະມາຊິກ
ສະພາ ຜູ້ທີ່ຢາກຈະຮູ້ ກ່ຽວກັບ ເຫດຜົນ ແລະ ຄວາມເສຍຫາຍຕໍ່ມະນຸດໃນທຸກໆຄວາມ
ຂັດແຍ້ງກັບ ເກົາຫຼີເໜືອ.

ຈົດໝາຍຈາກນາຍພົນເຮືອ ໄມເຄິລ ເຈ ດູມັອນ ຈາກເສນາທິການຮ່ວມ ໄດ້ກ່າວຕໍ່
ບັນດາສະມາຊິກສະພາວ່າ ການລາຍງານປິດລັບ “ຈະເປັນການດີທີ່ສຸດ ທີ່ຈະປຶກສາ
ຫາລືຢ່າງລະອຽດ ກ່ຽວກັບ ຄວາມສາ ມາດຂອງ ສະຫະລັດ ແລະ ພັນທະມິດຂອງເຂົາ
ເຈົ້າ ເພື່ອຕອບໂຕ້ຄວາມສາມາດຂອງ ເກົາຫຼີເໜືອ ທີ່ຈະຕອບໂຕ້ດ້ວຍອາວຸດນິວ
ເຄລຍ ແລະ ລົບລ້າງອາວຸດນິວເຄລຍຂອງ ເກົາຫຼີເໜືອ ທີ່ຖືກຝັງລົງເລິກໃນສະຖານ
ທີ່ໃຕ້ດິນ.”

ບັນດາສະມາຊິກສະພາຕໍ່າ ທ່ານ ເທັດ ລິວ ຈາກລັດຄາລິຟໍເນຍ ແລະ ທ່ານ ຣູເບັນ
ກາລເລໂກ ຈາກລັດ ອາຣິໂຊນາ, ທັງສອງທ່ານສັງກັດພັກເດໂມແຄຣັດ ໄດ້ຂໍເອົາຂໍ້ມູນ
ດັ່ງກ່າວ.

ໃນວັນເສົາວານນີ້, ບັນດາສະມາຊິກພັກເດໂມແຄຣັດ 15 ຄົນ ແລະ ສະມາຊິກພັກ
ຣີພັບບລີກັນນຶ່ງຄົນ ໄດ້ອອກຖະແຫຼງການສະບັບນຶ່ງໃນການຕອບໂຕ້ຕໍ່ຈົດໝາຍຂອງ
ທ່ານ ດູມັອນ, ເຊິ່ງໄດ້ຖືກເປີດເຜີຍໃນວັນເສົາວານນີ້ເຊັ່ນກັນ ໄດ້ກ່່າວວ່າ, ເຂົາເຈົ້າ
ໄດ້ພົບເຫັນມາດຕະການຕ່າງໆ ທີ່ຕ້ອງການເພື່ອທຳລາຍຄັງອາວຸດຂອງ ເກົາຫຼີເໜືອ
ວ່າ “ມີຄວາມເປັນຫ່ວງຢ່າງຍິ່ງ” ແລະ ໄດ້ຮຽກຮ້ອງໃຫ້ປະທານາທິບໍດີ ສະຫະລັດ
ທ່ານ ດໍໂນລ ທຣຳ ຢຸດທຳການກ່າວແບບບໍ່ລະມັດລະວັງ ກ່ຽວກັບ ສະຖານະການທີ່
ເຄັ່ງຕຶງໃນ ເກົາຫຼີເໜືອ.

ທ່ານ ລິວ ໄດ້ກ່າວຕໍ່ໜັງສືພິມ ວໍຊິງຕັນ ໂພສ ວ່າ “ມັນສຳຄັນສຳລັບປະຊາຊົນທີ່ຈະ
ເຂົ້າໃຈວ່າ ການເຮັດສົງຄາມກັບມະຫາອຳນາດນິວເຄລຍຈະເປັນແນວໃດ.” ທ່ານ
ໄດ້ກ່າວວ່າ ປະຊາຊົນ 3 ແສນຄົນທີ່ອາດຈະຕາຍໃນມື້ທຳອິດນັ້ນ, ຫຼາຍກວ່າ 1 ແສນ
ຄົນໃນນັ້ນອາດແມ່ນຄົນ ອາເມຣິກັນ.

ທ່ານ ກາລເລໂກ ໄດ້ກ່າວວ່າ ບັນດາສະມາຊິກສະພາ “ຢາກຈະຮັບ ປະກັນວ່າ ມັນມີ
ຄວາມໂປ່ງໄສຢ່າງເຕັມທີ່ ແລະ ມີຂໍ້ມູນຢູ່ນອກນັ້ນ ກ່ຽວກັບ ສິ່ງທີ່ສາມາດເກີດຂຶ້ນ ຖ້າ
ບັນດາຜູ້ນຳພົນລະເຮືອນຂອງພວກເຮົາຫາກທຳການຄິດໄລ່ຜິດພາດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG