ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍທຳການໂຈມຕີຢູເຄຣນ ຂະນະ ທີ່ທ່ານໄບເດັນ ກ່າວຫາຣັດເຊຍວ່າ ທຳສົງຄາມທີ່ມີການວາງແຜນໄວ້ກ່ອນ ແລ້ວ


ເຄື່ອງ​ຈັບ​ເຣ​ດາ ແລະ​ອຸ​ປະ​ກອນ​ອັນ​ອື່ນໆ ເຫັນ​ວ່າ​ຖືກ​ທຳ​ລາຍ ຢູ່​ທີ່​ຄ້າຍ​ທະ​ຫານ​ຂອງ​ຢູ​ເຄ​ຣນ ຢູ່ນອກ​ເມືອງ Mariupol ຂອງ​ຢູ​ເຄ​ຣນ, ວັນ​ທີ 24 ກຸມ​ພາ, 2022.
ເຄື່ອງ​ຈັບ​ເຣ​ດາ ແລະ​ອຸ​ປະ​ກອນ​ອັນ​ອື່ນໆ ເຫັນ​ວ່າ​ຖືກ​ທຳ​ລາຍ ຢູ່​ທີ່​ຄ້າຍ​ທະ​ຫານ​ຂອງ​ຢູ​ເຄ​ຣນ ຢູ່ນອກ​ເມືອງ Mariupol ຂອງ​ຢູ​ເຄ​ຣນ, ວັນ​ທີ 24 ກຸມ​ພາ, 2022.

ຣັດ​ເຊຍ​ໄດ້​ທຳ​ການ​ໂຈມ​ຕີ​ຢູ​ເຄຣນ​ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ມື້​ນີ້, ​ໂດຍ​ທີ່​ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດິ​ເມຍ ​ປູ​ຕິ​ນ ໄດ້​ເຕືອນ​ປະ​ເທດ​ອື່ນ​ ບໍ່​ໃຫ້​ແຊກ​ແຊງ​ເຂົ້າ​ໄປ​ ແລະ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຕາ​ເວັນ​ຕົກ​ຂອງ​ຢູ​ເຄ​ຣນ ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ​ຈະ​ສະ​ໜັບ​ສະ​ໜູນ ​ແລະ​ຈະ​ທຳການ​ລົງ​ໂທດ​ຄັ້ງ​ໃໝ່​ຢ່າງ​ເຂັ້ມ​ງວດ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ປະ​ນາມ​ການ​ໂຈມ​ຕີ​ຂອງຣັດ​ເຊຍ.

ທ່ານ​ປູ​ຕິ​ນ ໄດ້​ໃຊ້​ຄຳ​ປາ​ໄສ​ທາງ​ໂທລະພາບ ​ເພື່ອ​ປະກາດ​ການ​ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ທະຫານ​ຢູ່​ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູເຄ​ຣນ ​ເພື່ອ​ຕອບ​ໂຕ້​ຕໍ່​ອັນ​ທີ່​ທ່ານ​ເອີ້ນ​ວ່າ ​ການ​ຂົ່ມຂູ່​ຂອງຢູເຄ​ຣນ. ທ່ານກ່າວວ່າ ຜູ້ທີ່ຄັດຄ້ານການກະທຳ ໃນເຂດໂດນ​ບັ​ສ ຈະປະເຊີນກັບ "ຜົນຕາມ​ມາແບບ​ທີ່ພວກເຂົາບໍ່ເຄີຍເຫັນມາ​ກ່ອນ."

ປະທານາທິບໍດີ​ຢູ​ເຄຣນ, ທ່ານໂວ​ໂລ​ດິ​ເມຍ ເຊ​ເລັນ​ສ໌​ກີ (Volodymyr Zelenskyy) ກ່າວ​ວ່າ ກໍາລັງທະ​ຫານ​ຂອງຣັດ​ເຊຍ ​ໄດ້​ທໍາ​ການ​ໂຈມ​ຕີ​ໃສ່​ໂຄງ​ລ່າງ ​ດ້ານ​ການ​ທະຫານ​ຂອງ​ຢູ​ເຄຣນ ​ແລະ​ກອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ. ທ່ານ​ກ່າວ​ວ່າ ລັດຖະບານ​ກຳລັງ​ປະກາດ​ໃຊ້​ກົດໄອ​ຍະ​ການ​ເສິກ​ໃນ​ທົ່ວ​ປະ​ເທດ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ປະຊາຊົນ​ຢູ່​ໃນ​ຄວາມ​ສະຫງົບ ​ແລະຢູ່​ໃນ​ບ້ານ.

“ບໍ່​ໃຫ້​ພາ​ກັນແຕກ​ຕື່ນ. ພວກເຮົາເຂັ້ມແຂງ. ພວກເຮົາກຽມພ້ອມສໍາລັບທຸກ ສິ່ງທຸກຢ່າງ. ພວກເຮົາຈະເອົາຊະນະທຸກໆຄົນໄດ້ ເພາະວ່າພວກເຮົາເປັນຢູເຄຣນ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ເຊ​ເລັນ​ສ໌​ກີ.

ກອງທັບ​ຢູ​ເຄຣນກ່າວ​ວ່າ ຣັດ​ເຊຍ​ໄດ້​ເລີ້ມ​ຍິງ​ປືນ​ໃສ່​ກຳລັງທະ​ຫານ​ຂອງ​ຢູ​ເຄຣນ ​ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ​ແລະ​ທໍາ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ ໃສ່​ສະໜາມ​ບິນ​ໃນ​ຫລາຍ​ເມືອງ​ຢູ່​ທົ່ວ​ຢູ​ເຄຣນ. ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ຂອງ​ຢູ​ເຄ​ຣນຍັງ​ລາຍ​ງານອີກ​ວ່າ ມີການ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່​ທີ່​ມາ​ຈາກ​ຣັດ​ເຊຍ ແລະ​ຈາກ​ເບ​ລາຣຸ​ສ.

ພວກ​ພະ​ນັກ​ງານ​ພາ​ກັນ​ກຽມ​ຍົກ​ສິ່ງ​ຫັກ​ພັງ​ຍ້ອນ​ຈະ​ຫລວດຍິງ​ໃສ່​ລົດ​ຄັນ​ນຶ່ງ ພາຍ​ຫລັງ​ທີ່​ຣັດ​ເຊຍ​ຍິງ​ຖະ​ຫລົ່ມ ໃນ​ນະ​ຄອນ​ຫລວງ​ກີ​ຢິບຂອງ​ຢູ​ເຄ​ຣນ, ວັນ​ທີ 24 ກ​ຖມ​ພາ, 2022.
ພວກ​ພະ​ນັກ​ງານ​ພາ​ກັນ​ກຽມ​ຍົກ​ສິ່ງ​ຫັກ​ພັງ​ຍ້ອນ​ຈະ​ຫລວດຍິງ​ໃສ່​ລົດ​ຄັນ​ນຶ່ງ ພາຍ​ຫລັງ​ທີ່​ຣັດ​ເຊຍ​ຍິງ​ຖະ​ຫລົ່ມ ໃນ​ນະ​ຄອນ​ຫລວງ​ກີ​ຢິບຂອງ​ຢູ​ເຄ​ຣນ, ວັນ​ທີ 24 ກ​ຖມ​ພາ, 2022.

ປະທານາທິບໍດີ​ສະຫະລັດ, ທ່ານໂຈ ​ໄບ​ເດັນກ່າວ​ວ່າ ປະຊາຊົນ​ຢູ​ເຄຣນ​ໄດ້​ຮັບ​ຄວາມ​ເດືອດຮ້ອນຍ້ອນ “ການ​ໂຈມ​ຕີ​ທີ່​ບໍ່​ໄດ້​ມີ​ການ​ເກາະ​ຜິດໃດໆ ​ແລະ ບໍ່ມີ​ເຫດ​ຜົນ​ໂດຍ​ກຳລັງ​ທະຫານ​ຣັດ​ເຊຍ.”

ທ່ານ ​ໄບ​ເດັນ ກ່າວໃນຖະແຫຼງການສະບັບນຶ່ງວ່າ “ປະທານາທິບໍດີ​ປູ​ຕິ​ນ ໄດ້ເລືອກເອົາສົງຄາມ ທີ່ໄດ້ວາງແຜນໄວ້ລ່ວງໜ້າ ເຊິ່ງຈະເຮັດໃຫ້ມີການສູນເສຍ ຊີວິດ ແລະຄວາມທຸກທໍລະມານຂອງມະນຸດຢ່າງຮ້າຍແຮງ.” ທ່ານ​ກ່​າວ​ອີກ​ວ່າ “ຣັດ​ເຊຍເປັນ​ຜູ້​ຮັບ​ຜິດ​ຊອບພຽງ​ຜູ້​ດຽວ ​ຕໍ່​ການ​ເສຍ​ຊີ​ວິດ ​ແລະ​ຄວາມ​ເສຍ​ຫາຍ ທີ່ເກີດ​ມາ​ຈາກການ​ໂຈມ​ຕີ​ໃນຄັ້ງ​ນີ້​, ແລະ​ສະ​ຫະ​ລັດ​ແລະ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ ແລະ​ຄູ່​ພາ​ຄີ ​ຈະ​ຕອບ​ໂຕ້ຄືນ​ໃນ​ແບບ​ທີ່​ມີ​ຄວາມ​ສາ​ມັກ​ຄີກັນ​ແລະເດັດ​ດ່ຽວ​. ໂລກຈະໃຫ້ຣັດເຊຍ ເປັນ​ຜູ້ຮັບຜິດຊອບ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG