ທຳນຽບຫ້າແຈກ່າວວ່າ ມີທະຫານສະຫະລັດ ປະມານ 2,000 ຄົນ ຢູ່ໃນຊີເຣຍ ຄືຫຼາຍ
ເຖິງສີ່ເທົ່າຂອງຕົວເລກ ທີ່ທາງເຈົ້າໜ້າທີ່ສະຫະລັດ ໄດ້ຮັບຮູ້ຈົນເຖິງເທົ່າປັດຈຸບັນ.
ໂຕເລກນີ້ ສະທ້ອນໃຫ້ເຫັນເຖິງຄຳສັ່ງຂອງລັດຖະມົນຕີປ້ອງກັນປະເທດ ທ່ານຈິມ
ແມັດຕິສ ທີ່ຈະດັດແປງກ່ຽວກັບວ່າ ທຳນຽບຫ້າແຈຮັບຮູ້ການສົ່ງກຳລັງໄປປະຕິບັດງານ
ທີ່ສຳຄັນ ຢູ່ໃນອີຣັກ ແລະຊີເຣຍ. ໂຕເລກໃໝ່ນີ້ບໍ່ໄດ້ໝາຍຄວາມວ່າ ເພີ້ມກຳລັງທີ່ໄດ້້ສົ່ງ
ໄປ ຢູ່ປະເທດທີ່ຍັງມີຄວາມຫລໍ່ແຫຼມ ແຕ່ໄດ້ສະແດງໃຫ້ເຫັນເຖິງຄວາມບໍ່ຖືກຕ້ອງເປັນ
ຈຳນວນຫຼວງຫຼາຍກ່ອນໜ້ານີ້.
ໂຄສົກທຳນຽບຫ້າແຈ ພັນເອກທະຫານກອງທັບບົກ ທ່ານໂຣເບີດ ແມນນິ້ງ ກ່າວໃນວັນ
ພຸດວານນີ້ວ່າ “ໃນການຈັດຕັ້ງປະຕິບັດການປ່ຽນແປງດັ່ງກ່າວນີ້ ພວກເຮົາຊອກຫາຄວາມ
ກໍ້າເກິ່ງ ບອກໃຫ້ສາທາລະນະຊົນອາເມຣິກາຮູ້ເຖິງອັນຕະລາຍຂອງການປະຕິບັດງານ
ດ້ານຄວາມປອດໄພ ແລະປະຕິເສດເຖິງ ການໄດ້ປຽບໃດໆຂອງສັດຕູ.”
ພັນເອກແມນນິ້ງໄດ້ໃຫ້ຂໍ້ສັງເກດວ່າ ຈຳນວນທະການຢູ່ໃນຊີເຣຍ “ຢູ່ໃນທ່າອຽງທີ່ຫລຸດ
ລົງ.” ໂຕເລກຂອງກຳລັງທະຫານສະຫະລັດຢູ່ໃນອີຣັກ ຍັງຄົງເດີມບໍ່ມີການປ່ຽນແປງດັ່ງ
ທີ່ໄດ້ຮັບຮູ້ກັນໃນເມື່ອກ່ອນ ປະມານ 5,200 ຄົນເຖິງແມ່ນ ພັນເອກແມນນິ້ງ ກ່າວວ່າ
ກຳລັງສະຫະລັດຍັງຢູ່ໃນທ່າອຽງຫລຸດລົງຕື່ມ.
ທ່ານກ່າວວ່າ “ພວກເຮົາຫວັງວ່າ ທ່າອຽງດັ່ງກ່າວຈະດຳເນີນຢູ່ຕໍ່ໄປ.”
ອີງຕາມໂຄສົກທຳນຽບຫ້າແຈ ທ່ານເອຣິກ ພາຮອນ ກ່າວວ່າ ຈຳນວນໂຕເລກໃໝ່ຍັງຈະ
ບໍ່ຮວມການປະຕິບັດງານລັບ ແລະເຈົ້າໜ້າທີ່ພິເສດ ເຊັ່ນວ່າໜ່ວຍຮັກສາຄວາມປອດໄພ ທີ່ສະຖານທູດສະຫະລັດ ໃນອີຣັກ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ