ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທຳນຽບຫ້າແຈ ລາຍງານເຖິງຄວາມລົ້ມແຫຼວ ໃນການຍິງລູກສອນໄຟຂອງ ເກົາຫຼີເໜືອ


ປະຊາຊົນທີ່ສະຖານີລົດໄຟໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້, ເບິ່ງລາຍງານຂ່າວທາງໂທລະພາບ ກ່ຽວກັບ ການຍິງລູກ
ສອນໄຟຂອງ ເກົາຫຼີເໜືອ. 5 ກັນຍາ 2016.
ປະຊາຊົນທີ່ສະຖານີລົດໄຟໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້, ເບິ່ງລາຍງານຂ່າວທາງໂທລະພາບ ກ່ຽວກັບ ການຍິງລູກ ສອນໄຟຂອງ ເກົາຫຼີເໜືອ. 5 ກັນຍາ 2016.

ເກົາຫຼີໃຕ້ ໄດ້ກ່າວປະນາມການພະຍາຍາມຍິງລູກສອນໄຟຄັ້ງຫຼ້າສຸດຂອງ ເກົາຫຼີເໜືອ. ເສນາທິການຮ່ວມຂອງ ເກົາຫຼີໃຕ້ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງໃນວັນອາທິດມື້ນີ້ວ່າ ການຍິງລູກສອນໄຟແມ່ນ “ການລ່ວງລະເມີດມະຕິຂອງສະພາຄວາມໝັ້ນຄົງ ອົງການ ສະຫະປະຊາຊາດຢ່າງໂຈ່ງແຈ້ງ” ແລະ ເປັນການກະທຳທີ່ຜິດກົດໝາຍ ກ່ຽວກັບ ການ ເກາະຜິດ.”

ກ່ອນໜ້ານີ້, ກອງທັບ ສະຫະລັດ ໄດ້ລາຍງານວ່າ ເກົາຫຼີເໜືອ ໄດ້ພະຍາຍາມທີ່ຈະຍິງລູກ ສອນໄຟຂີປະນາວຸດ ທີ່ມີໄລຍະໄກປານກາງໃນວັນເສົາວານນີ້, ແຕ່ຄວາມພະຍາຍາມດັ່ງ ກ່າວນັ້ນບໍ່ໄດ້ ປະສົບຜົນ ສຳເລັດ.

ສູນບັນຊາການແຜນຍຸທະສາດ ສະຫະລັດ ໄດ້ກ່າວວ່າ ລະບົບຮັບ ແລະ ຈັບຄື້ນວິທະຍຸ ຂອງພວກເຂົາເຈົ້າ ສາມາດຈັບໄດ້ການພະຍາຍາມຍິງໃນກາງເວັນໃນວັນເສົາວານນີ້ ໃນ ພາກຕາເວັນຕົກສຽງເໜືອຂອງ ເກົາຫຼີເໜືອ ແລະ ສູນບັນຊາການປ້ອງກັນບັນຍາກາດ ແລະ ອາວະກາດ ອາເມຣິກາເໜືອ ຫຼຶື NORAD ໄດ້ກ່າວວ່າ ບັນດານັກວິເຄາະໄດ້ລະບຸວ່າ ລູກສອນໄຟດັ່ງກ່າວບໍ່ໄດ້ເປັນໄພຂົ່ມຂູ່ໃດໆຕໍ່ ອາເມຣິກາ

ເໜືອ.

ແນວໃດກໍຕາມ, ບັນດາເຈົ້າໜ້າທີ່ໃນນະຄອນຫຼວງ ວໍຊິງຕັນ, ກໍໄດ້ກ່າວເນັ້ນຢໍ້າເຖິງການ ຄອຍລະວັງຂອງ ສະຫະລັດ “ຕໍ່ການລ່ວງລະເມີດຂອງ ເກົາຫຼີເໜືອ, ແລະ “ຄວາມແຂງ ແກ່ນ” ຂອງປະເທດຕໍ່ຄຳໝັ້ນສັນຍາທີ່ຈະເຮັດວຽກຮ່ວມກັນ ກັບບັນດາພັນທະມິດຂອງ ສະຫະລັດ ກັບ ເກົາຫຼີໃຕ້ ແລະ ຍີ່ປຸ່ນ ເພື່ອຮັກສາຄວາມປອດໄພຢູ່ໃນ ເອເຊຍ ຕາເວັນ ອອກສຽງເໜືອ.

ບັນດາເຈົ້າໜ້າທີ່ກອງທັບ ສະຫະລັດ ໄດ້ກ່າວວ່າ ລູກສອນໄຟ ເກົາຫຼີເໜືອ ໄດ້ຖືກສັນນິ ຖານວ່າເປັນຈະຫຼວດໄລຍະໄກປານກາງ, ແລະ ຈຸດຍິງຂອງມັນຕັ້ງຢູ່ໃກ້ກັບເມືອງ Kusong.

ໂຄສົກທຳນຽບຫ້າແຈ ຜູ້ບັນຊາການທະຫານເຮືອ ສະຫະລັດ ທ່ານ Gary Ross ກ່າວວ່າ “ພວກເຮົາປະນາມການກະທຳນີ້ ແລະ ການທົດລອງລູກສອນໄຟຄັ້ງອື່ນໆເມື່ອບໍ່ດົນ ມານີ້ຂອງ ເກົາຫຼີເໜືອ ຢ່າງແຮງ. ພວກເຮົາມີຄວາມໝັ້ນໝາຍທີ່ຈະຍົກສູງຄວາມເປັນ ຫ່ວງຂອງພວກເຮົາທີ່ອົງການສະຫະປະຊາຊາດ ເພື່ອຂະຫຍາຍການສະໜັບສະໜູນ ຂອງສາກົນ ໃນການເຮັດໃຫ້ ເກົາຫຼີເໜືອ ຮັບຜິດຊອບຕໍ່ການກະທຳພວກນີ້.”

ນອກຈາກການດຳເນີນການທົດລອງ ລະເບີດນິວເຄລຍສອງລູກທີ່ຄາດບໍ່ເຖິງນັ້ນໃນປີນີ້, ນະຄອນຫຼວງ ພຽງຢາງ ຍັງໄດ້ພັດທະນາຄວາມສາມາດຂອງລູກສອນໄຟຂີປະນາວຸດທີ່ ຕັ້ງຢູ່ເທິງພື້ນດິນ ແລະ ເຮືອດຳນ້ຳຂອງພວກເຂົານຳ ໂດຍການທົດລອງຍິງຫຼາຍຄັ້ງໃນ 6 ເດືອນທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG