ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຫ້າແຈ ປະຕິເສດ ຕໍ່ການກ່າວຫາ ຄັ້ງທີ 2 ໃນການພົວພັນ ກັບລັດຖະປະຫານ ຢູ່ເທີກີ


ຕຳຫຼວດຢືນຢູເທິງລົດຫຸ້ມເກາະຂອງພວກທະຫານ ຫຼັງຈາກໄດ້ມີການຍອມຈຳນົນ ລຸນຫຼັງການເຮັດລັດຖະປະຫານ ໃກ້ໆຂົວ Bosphorus ໃນນະຄອນອິສຕັນບູລ. (16 ກໍລະກົດ 2016)​
ຕຳຫຼວດຢືນຢູເທິງລົດຫຸ້ມເກາະຂອງພວກທະຫານ ຫຼັງຈາກໄດ້ມີການຍອມຈຳນົນ ລຸນຫຼັງການເຮັດລັດຖະປະຫານ ໃກ້ໆຂົວ Bosphorus ໃນນະຄອນອິສຕັນບູລ. (16 ກໍລະກົດ 2016)​

ທຳນຽບຫ້າ​ແຈ​ໄດ້​ປະຕິ​ເສດ​ຢ່າງ​ແຂງ​ຂັນ​ຕໍ່​ການ​ໃຫ້​ຄວາມ​ເຫັນ​ຂອງ​ປະທານາທິບໍດີ​ເທີ​ກີ ທີ່​ວ່າ ກອງທັບ​ສະຫະລັດ ​ເຂົ້າຂ້າງພວກທີ່​ພະຍາຍາມ​ເຮັດ​ລັດຖະປະຫານແຕ່ປະສົບ​ກັບ​ຄວາ​ມລົ້ມ​ແຫຼວຢູ່​ເທີ​ກີ​.

"ການ​ສະ​ເໜີແນະ​ໃດໆ​ກໍຕາມ​ທີ່​ວ່າບຸກຄົນ​ຢູ່​ໃນ​ທຳນຽບຫ້າ​ແຈ​ໃຫ້ການ​ສະໜັບສະໜຸນ​ຕໍ່​ການ​ເຮັດ​ລັດ​ຖະປະຫານ ​ດ້ວຍ​ວິທີ​ໃດ​ວິທີ​ນຶ່ງ​ ນັ້ນ​ແມ່ນ​ເປັນ​ເລື້ອງທີ່ໄຮ້​ສາລະ" ນັ້ນຄື​ຄຳ​ເວົ້າຂອງ​ໂຄສົກ​ທຳນຽບຫ້າ​ແຈ ທ່ານ Peter Cook ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ສຸກ​ວານ ​ນີ້.

ປະທານາທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan ​ໄດ້​ຕ້ອງ​ຕິ​ນາຍ​ພົນ Joseph Vo- tel ຂອງ​ສະຫະລັດ ຫລັງ​ຈາກ​ນາຍ​ພົນ​ທ່ານ​ນີ້​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ ​ກ່ຽວ​ກັບ​ຜົນ​ກະທົບ​ໄລຍະ​ຍາວ ​ຂອງ​ການ​ເຮັດລັດຖະປະຫານ ທີ່​ມີ​ຕໍ່​ຄວາມສຳພັນ​ຂອງ​ສະຫະລັດກັບ​ກອງທັບ​ເທີ​ກີ.

ຊາວເທີກີ ພາກັນໂບກທຸງຊາດ ໃນຂະນະທີ່ພວກເຂົາເຈົ້າ ປະທ້ວງຕໍ່ຕ້ານ ການເຮັດລັດຖະປະຫານ ຂອງພວກທະຫານ
ຊາວເທີກີ ພາກັນໂບກທຸງຊາດ ໃນຂະນະທີ່ພວກເຂົາເຈົ້າ ປະທ້ວງຕໍ່ຕ້ານ ການເຮັດລັດຖະປະຫານ ຂອງພວກທະຫານ

ທ່ານ Erdogan ກ່າວ​ວ່າ "ທ່ານ​ແມ່ນ​ໃຜ ຈົ່ງ​ຮູ້​ຕຳ​ແໜ່​ງຂອງ​ທ່ານ ທ່ານ​ກຳລັງ​ເຂົ້າຂ້າງ​ພວກ​ເຮັດ​ລັດຖະປະຫານ ​ແທນ​ທີ່​ຈະ​ຂອບ​ອົກ​ຂອບ​ໃຈ ​ປະ​ເທດ​ນີ້ ທີ່​ໄດ້ປາບ​ປາມ​ການ​ພະຍາຍ​າມ​ເຮັດ​ລັດຖະປະຫານ​ດັ່ງກ່າວ".

ນາຍ​ພົນ Votel ​ແມ່ນ​ຜູ້​ບັນຊາ​ກາ​ນ Centcom ທີ່​ກຳກັບ​ນຳ​ການ​ປະຕິບັດ​ງານທາງ​ທະ ຫານ​ຂອງ​ສະຫະລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ. ນາຍ​ພົນ Votel ​ໄດ້​ອອກ​ຖະ​ແຫຼງການ​ສະບັບ​ນຶ່ງ​ ໃນ​ວັນ​ສຸກ​ວານ​ນີ້​ ປະຕິ​ເສດ​ຕໍ່​ລາຍ​ງານ​ຂ່າວ​ໃດໆ​ກໍຕາມ​ ທີ່​ວ່າ ທ່ານ​ມີ​ສ່ວນ​ພົວພັນ​ ໃນ​ການ​ພະຍາຍ​າມ​ເຮັດ​ລັດ​ຖະປະຫານ ​ຢູ່​ໃນ​ເທີ​ກີນັ້ນວ່າ ບໍ່​ເປັນ​ຈັ່ງ​ບຸນ​ແລະ​ບໍ່​ຖືກຕ້ອງຢ່າງ​ແນ່ນອນ.

ທ່ານ​ກ່າວ​ວ່າ ​ເທີ​ກີ​ເປັນ​ພາຄີ​ພິ​ເສດ​ແລະມີ​ຄວາມ​ສຳຄັນ​ຢູ່​ໃນ​ຂົງ​ເຂດ​ມາ​ໄດ້​ຫຼາຍປີ​ແລ້ວ ພວກ​ເຮົາ​ຂໍ​ຊົມ​ເຊີຍ​ຕໍ່​ການ​ສືບ​ຕໍ່ ​ໃຫ້​ຄວາມ​ຮ່ວມ​ມື​ຂອງ​ເທີ​ກີ ​ແລະ​ຫວັງ​ວ່າ ຈະ​ໄດ້ເປັນ​ຄູ່​ຮ່ວມ​ງານ​ໃນ​ອະນາຄົດ​ເພື່ອ​ສູ້​ລົບ​ຕໍ່ຕ້ານ​ກັບ​ກຸ່ມ​ລັດ​ອິສລາມ​ຫຼື ISIL.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Ash Carter ທີ່​ໄດ້​ໂອ້​ລົມ​ກັບ​ຄູ່​ຕຳ​ແໜ່​ງຝ່າຍ​ເທີ​ກີ ​ໂດຍ​ທາງ​ໂທລະສັບ ​ໃນ​ສັບປະດາ​ແລ້ວນີ້ ກ່າວ​ວ່າ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ເທີ​ກີ ທ່ານ Fikri Isik ​ໄດ້​ໃຫ້ການ​ຢືນຢັນ​ຕໍ່​ຄວາມ​ໝັ້ນໝາຍ​ຂອງ​ປະ​ເທດ​ທ່ານ​ໃນ​ການ​ຕໍ່ສູ້​ຕ້ານ​ກຸ່ມ​ລັດ​ອິສລາມ​ນັ້ນຈະ​ດຳ​ເນີນ​ຕໍ່​ໄປ ​ແບບ​ບໍ່​ມີ​ການ​ປ່ຽນ​ແປງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG