ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດວ່າ ການປະທ້ວງ ໃນອັຟການິສຖານ ຈະບໍ່ປ່ຽນ ເປົ້າໜາຍ ຂອງສະຫະລັດ


ຄວາມເສຍຫາຍຈາກການປະທ້ວງ ຢູ່ໃນອັຟການິສຖານ
ຄວາມເສຍຫາຍຈາກການປະທ້ວງ ຢູ່ໃນອັຟການິສຖານ

ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ວ່າ ກອງທັບສະຫະລັດ​ຍັງ​ສືບ​ຕໍ່​ມີ​
ຄວາມໝາຍ​ໝັ້ນກ່ຽວ​ກັບ​ການ​ປະຕິບັດ​ໜ້າ​ທີ່​ຢູ່ໃນອັຟນິສຖານ ເຖິງ​ແມ່ນ​ວ່າ​ໄດ້​ມີ​ການ
ປະ​ທ້ວງຢ່າງ​ຮຸນ​ແຮງ​ແລະ​ໂຈມ​ຕີ​ກອງ​ທະຫານ​ຕ່າງປະ​ເທດມາ​ໄດ້​ຫຼາຍມື້​ແລ້ວ​ກໍ​ຕາມທີ່
ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ເກືອ​ບ 40 ຄົນ​ ຮວມ​ທັງທະຫານ​ສະຫະລັດ ອີກສີ່​ຄົນ.

ເຈົ້າ​ໜ້າ​ທີ່​ທໍາ​ນຽບຫ້າ​ແຈ ກ່າວໃນ​ວັນ​ຈັນ​ນີ້​ວ່າ ສະມາຊິກ​ກໍາ​ລັງປະສົມ ພາຍໃຕ້​ການ​
ນຳພາ​ຂອງສະຫະລັດ ຍັງ​ສືບ​ຕໍ່​ໃນ​ການ​ປະຕິບັດ​ໜ້າ​ທີ່​ໃຫ້ການ​ຝືກ​ແອບ​ແກ່ກຳລັງຮັກ
ສາ​ຄວາມ​ປອດ​ໄພຂອງ​ອັຟກາ​ນິສຖານ. ​ຄວາມ​ຮຸນແຮງທີ່​ເພີ່ມ​ທະວີ​ຂຶ້ນຍ້ອນ​ມີ​ລາຍງານ
ກາ​ນຈູດ​ເຜົາຄໍ​າພີ Quran ຢູ່​ຖານ​ທັບ​ສະ​ຫະລັດ​ແຫ່ງ​ນຶ່ງ​ໄດ້​ພາ​ໃຫ້​ມີຄໍາ​ຖາມ​ກ່ຽວ​ກັບ​
ຄວາມ​ຢູ່​ລອດ ​ໃນ​ການ​ສືບ​ຕໍ່​ການ​ດໍາ​ເນີນງານ​ຂອງ​ສະຫະລັດຢູ່ໃນອັ​ຟກາ​ນິສຖານ.

ໂຄສົກ​ທໍາ​ນຽບຫ້າ​ແຈ ທ່ານ George Little ​ໄດ້​ກ່າວ​ວ່າ ລັດ​ຖະມົນ​ຕີ​ກະ​ຊວງ​ປ້ອງກັນ
ປະ​ເທດ ທ່ານ Leon Panetta ມີ​ຄວາມ​ເຊື່ອວ່າ “ພື້ນຖາ​ນຍຸດ​ຖະສາດ​ຂອງ​ເຮົາ” ​ໃນ
ອັຟກາ​ນິສຖານ​ ຍັງ​ມີ​ຄວາມ​ໝັ້ນຄົງ. ທ່ານ​ກ່າວ​ອີ​ກວ່າ ວໍ​ຊິງ​ຕັນກໍາລັງ “​ເບິ່ງ​ໃນ​ແງ່ໄກ”
ໃນ​ການ​ຊັ່ງຊາ ​ໃນ​ອັນ​ທີ່​ທ່ານ​ເອີ້ນວ່າ ກໍາລັງ​ທະຫານ​ຂອງສະຫະລັດ ​ໄດ້​ປະສົບ​ຜົນ​ສໍາ​
ເລັດ​ໃນ​ການຕ່າວປີ້ນຄວາມ​ຄືບ​ໜ້າ​ຂອງພວກ​ກະບົດ​ຕາ​ລີ​ບານ.

XS
SM
MD
LG