ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ທຳນຽບຫ້າແຈ ກະກຽມ ປ່ຽນແປງຍຸດທະສາດ ໃນຊີເຣຍ


ລັດຖະມົນຕີ ປ້ອງກັນປະເທດ ທ່ານຈິມ ແມັດຕິສ ທັກທາຍ ກັບ ພວກທະຫານ ທີ່ຄ້າຍທະຫານ ຟອດ ແບຣກ (Fort Bragg) ໃນລັດນອດ ຄາໂຣລີນາ.

ສະຫະລັດ​ກໍາລັງ​ກະກຽມທີ່​ຈະ​ປ່ຽນແປງແນວທາງ​ຂອງ​ຕົນຢູ່​ໃນ​ຊີ​ເຣຍ ​ໂດຍໃຫ້​ຄໍາໝັ້ນ
ສັນຍາ​ວ່າ​ຈະ​ຊ່ວຍ​ໃນ​ການທໍາ​ການຟື້ນຟູຂັ້ນຕົ້ນຂອງ​ປະ​ເທດ​ດັ່ງກ່າວ ພາຍຫລັງ​ທີ່​ລັດ
ຖະບານ​ທາ​ງສາດສະໜາຂອງ​ກຸ່ມ​ລັດ​ອິສລາມທີ່​ປະກາດຕົນເອົາ​ເອງນັ້ນ ພັງ​ທະລາ​ຍລົງ.

ກໍາລັງ​ທະຫານ​ທີ່ໜຸນຫລັງ​ໂດຍ​ສະຫະລັດ ​ໄດ້​ປົດ​ປ່ອຍ​ນະຄອນຣັກກາ (Raqqa) ຊຶ່ງ
​ເປັນ​ນະຄອນຫລວງ​ຂອງ​ກຸ່ມ​ກໍ່ການ​ຮ້າຍ​ຢູ່​ໃນ​ຊີ​ເຣຍ​ໃນ​ເດືອນ​ຕຸລາ​ຜ່ານ​ມານີ້. ນັບ​ແຕ່​
ນັ້ນມາ ກໍາ​ລັງ​ທະຫານ​ປະຊາທິປະ​ໄຕ​ຂອງ​ຊີ​ເຣຍ ຫລື SDF ​ໄດ້​ສຸມ​ຄວາມ​ພະຍາຍາມ
​ຂອງ​ຕົນໃສ່​ໃນ​ການ​ກໍາຈັດພວກ​ເສດ​ເຫລືອ​ຂອງ​ກຸ່ມ​ລັດ​ອິສລາມ.

​ແຕ່​ວ່າ ຄາດ​ກັນ​ວ່າ​ມີ​ພວກ​ນັກ​ລົບ​ຂອງ​ກຸ່ມ ​ໄອເອັສ (IS) ບໍ່ຮອດ 1,000 ຄົນ ທີ່ຢູ່​ໃນ​
ການຄຸ້ມຄອງ​ຂອງ SDF, ສະນັ້ນ ທ່ານ ຈິ​ມ ​ແມັດ​ຕິ​ສ (Jim Mattis) ​ເວົ້າວ່າ ​ເຖິງເວ
ລາແລ້ວສໍາລັບ​ສິ່ງ​ທີ່​ທ່ານ​ເວົ້າວ່າ ​ເປັນ "ຄວາມ​ພະຍາຍາມ​ທີ່​ກ້າວ​ໄປ​ຂ້າງໜ້າ​ໄປສູ່
​ຄວາມ​ເປັນ​ປົກກະຕິ."

ທ່ານ ​ແມັດ​ຕິ​ສ (Mattis) ກ່າວ​ຕໍ່ນັກ​ຂ່າວ​ປະ​ຈໍາ​ທໍານຽບຂາວໃນ​ວັນ​ສຸກ​ວານ​ນີ້ວ່າ "ສິ່ງ​
ທີ່​ພວກ​ເຮົາ​ຈະ​ເຮັດ​ຕໍ່​ໄປ​ນີ້ກໍ​ຄື ປ່ຽນ​ໄປ​ຈາກ​ການ​ໃຊ້​ແນວ​ທາງທີ່​ຂ້າພະ​ເຈົ້າ​ເອີ້ນວ່າ
ວິທີ​ການຮຸນ​ແຮງ ​ແລ້ວຫັນ​ໄປ​ໃຊ້ວິທີ​ການ​ຍຶດ​ເອົາດິນ​ແດນ". "​ເຈົ້າຈະ​ເຫັນ​ວ່າ ​ມີ​ນັກ​
ການ​ທູດ​ຂອງ​ສະຫະລັດ​ຢູ່​ຜືນ​ແຜ່ນດິນ​ປະ​ເທດ​ດັ່ງກ່າວ​ນັ້ນຫລາຍ​ຂຶ້ນ."

ສະມາຊິກຄົນນຶ່ງ ກຳລັງປະຊາທິປະໄຕຊີເຣຍ ທີ່ໜູນຫລັງໂດຍສະຫະລັດ ແກວ່ງລະເບີດກວດລ້າງ ທີ່ໄດ້ເປັນບ່ອນຢູ່ຂອງນັກລົບອິສລາມ
ສະມາຊິກຄົນນຶ່ງ ກຳລັງປະຊາທິປະໄຕຊີເຣຍ ທີ່ໜູນຫລັງໂດຍສະຫະລັດ ແກວ່ງລະເບີດກວດລ້າງ ທີ່ໄດ້ເປັນບ່ອນຢູ່ຂອງນັກລົບອິສລາມ

ທ່ານ ​ແມັດ​ຕິ​ສ (Mattis) ບໍ່​ໄດ້​ບອກ​ໃຫ້​ຮູ້​ກ່ຽວກັບ​ກໍານົດ​ເວລາ​ວ່າ​ຕອນ​ໃດ​ຈະ​ມີ​ນັກ
​ການທູດ ​ແລະ​ພະນັກງານ​ທາງ​ພົນລະ​ເຮືອນ​ໄປ​ຍັງ​ຊີ​ເຣຍ​ເພີ້ມຂຶ້ນ ​ແລະ​ໄດ້ເນັ້ນໜັກ
ວ່າວຽກງານ​ໃດ​ກໍ​ຕາມ​ທີ່​ດໍາ​ເນີນ​ໄປ​ບໍ່​ໃຫ້​ຖື​ວ່າ​ເປັນ​ການ​ສ້າງສາ​ປະ​ເທດ​ດັ່ງກ່າວ. ນັກ
​ຂ່າວ VOAໄດ້​ຕິດຕໍ່ຫາ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ເພື່ອ​ຂໍ​ຄໍາ​ຄິດ​ເຫັນ​ຕໍ່​ເລື່ອງ
​ດັ່ງກ່າວ.

ນອກ​ນັ້ນ ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ ສະຫະລັດ ຍັງ​ກ່າວເພີ້ມວ່າ "​ເມື່ອ​ເຮົາ
​ເອົາ​ນັກ​ການ​ທູດ​ໄປ​ຍັງ​ທີ່​ນັ້ນ​ເພີ້ມຂຶ້ນ ພວກ​ເຂົາ​ເຈົ້າຈະ​ດໍາ​ເນີນ​ງານ​ເພື່ອຟື້ນຄືນ​ໃນ​ຂັ້ນ
ຕົ້ນ ​ເພື່ອ​ໃຫ້​ມີການ​ບໍລິການກັບ​ຄືນ​ມາອີກ. ພວກ​ເຂົາ​ເຈົ້າຈະ​ເອົາ​ພວກ​ສັນຍາ​ຈ້າງໄປ​
ຍັງ​ທີ່​ນັ້ນ. ຫລື​ສິ່ງ​ໃດ​ສິ່ງ​ນຶ່ງ​ແບບ​ນັ້ນ." "ມັນ​ຈະ​ມີ​ເງິນ​ຂອງ​ສາກົນ​ທີ່​ຕ້ອງ​ໄດ້​ຄຸ້ມ​ຄອງ​ບໍລິ
ຫານ​ເພື່ອ​ຮັບປະກັນ​ວ່າ ​ເງິນ​ນັ້ນຈະໃຊ້​ເຂົ້າ​ໃນ​ວຽກງານ​ໃດ​ນຶ່ງ ​ແລະ​ບໍ່​ໄດ້​ໄປ​ເຂົ້າຖົງ​
ຂອງ​ຄົນ​ທີ່ບໍ່ຄວນ​ໄດ້​ຮັບ."​

ຈະ​ມີ​ການ​ສຸມຄວາມ​ພະຍາຍາມ​ໃສ່​ການກວດ​ລ້າງ​ຂົງ​ເຂດ​ພື້ນທີ່​ ທີ່​ຄັ້ງນຶ່ງ​ເຄີຍ​ຖືກປົກ​
ຄຸມ​ໂດຍລະ​ເບີດຂອງ​ພວກ​ກຸ່ມ ​ໄອ​ເອັສ, ທີ່​ທ່ານ Mattis ພັນ​ລະ​ນາ​ວ່າ "​ເປັນ​ການ​ດໍາ​
ເນີນ​ງານ​ທີ່ໜັກ," ​ເພື່ອຂົນ​ສິ່ງ​ສະຫລັກ​ຫັກ​ພັງ​ອອກ, ຟື້ນຄືນ​ການ​ບໍລິການ​ແບບພື້ນຖານ​
ອັນ​ອື່ນ ​ແລະ​ເຮັດ​ໃຫ້​ໂຮງຮຽນ​ເປີດ​ສອນ​ຄືນ​ໄດ້ອີກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG